ການເຄື່ອນໄຫວຂອງ ທ່ານນາງ ຫງວຽນ ຖິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສ ເກົາຫລີ

ການເຄື່ອນໄຫວຂອງ ທ່ານນາງ ຫງວຽນ ຖິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສ ເກົາຫລີ

ຕອນເຊົ້າວັນທີ 06 ທັນວາ, ສືບຕໍ່ການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ, ຢູ່ ນະຄອນ ເຊີອູນ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບຜູ້ຊົງຄຸນວຸດທິ ມິດຕະພາບຫວຽດນາມ - ສ.ເກົາຫລີ.

ປະທານສະພາແຫ່ງຊາດ ຕ້ອນຮັບ ນາຍົກລັດຖະມົນຕີ ກຳປູເຈຍ

ປະທານສະພາແຫ່ງຊາດ ຕ້ອນຮັບ ນາຍົກລັດຖະມົນຕີ ກຳປູເຈຍ

ວັນທີ 5 ທັນວາ 2018 ນີ້, ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເກົາຫຼີ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ສ.ເກົາຫຼີ

ສອງຝ່າຍ ຈະປຶກສາຫາລືນໍາກັນ ກ່ຽວກັບທິດທາງ, ບັນດາມາດຕະການຮ່ວມມືລະອຽດ ເພື່ອນໍາການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ກ້າວເຂົ້າສູ່ລວງເລິກ, ແທດຈິງກວ່າ ໃຫ້ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ 2018 ແລະ ຈະດຳເນີນໄປເຖິງ ວັນທີ 21 ທັນວາ 2018 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ, ມີອະດີດການນຳ ພັກ-ລັດ, ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ຢູ່ສະຖາບັນການເງິນ

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ຢູ່ສະຖາບັນການເງິນ

ຕອນເຊົ້າວັນທີ 18 ພະຈິກ, ທີ່ຮ່າໂນ້ຍ, ສະຖາບັນການເງິນໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ (20/11) ແລະ ຮັບຫຼຽນໄຊແຮງງານຊັ້ນ 1 ຄັ້ງທີ 2.

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

ວັນ​ທີ 9 ຕຸ​ລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະ​ຫາຍ ເຈິ່ນກວັກ ​ເວືອງ, ​ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການຄະ​ນະ​ເລ​ຂາ ​ທິ​ການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.

ປະທານສະພາແຫ່ງຊາດລາວ ວາງພວງມາລາ ແລະເຊັນປື້ມໄວ້ອາໄລທ່ານ ໂດ໋ເມື່ອຍ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ປະທານສະພາແຫ່ງຊາດລາວ ວາງພວງມາລາ ແລະເຊັນປື້ມໄວ້ອາໄລທ່ານ ໂດ໋ເມື່ອຍ ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ວັນທີ 5 ຕຸລາ 2018 ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະເຊັນປື້ມໄວ້ອາໄລ ຕໍ່ການຈາກໄປບໍ່ມີວັນຫວນກັບຄືນມາ ຂອງ ສະຫາຍ ​ໂດ໋ເມື່ອ​ຍ ອະ​ດີດ​ເລຂາທິການ​ໃຫຍ່ ​ພັກ​ກອມ​ມູນິດ​ຫວຽດນາມ ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ.

ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຈະເຂົ້າຮ່ວມ ກອງປະຊຸມ ປະທານສະພາແຫ່ງຊາດຂອງບັນດາປະເທດ ອາຊີ-ເອີຣົບ.

ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຈະເຂົ້າຮ່ວມ ກອງປະຊຸມ ປະທານສະພາແຫ່ງຊາດຂອງບັນດາປະເທດ ອາຊີ-ເອີຣົບ.

ຍສໝ - ຕອບຮັບຄຳເຊີນຂອງປະທານສະພາແຫ່ງຊາດ ລັດເຊຍ Duma ແລະ ປະທານສະພາແຫ່ງ ເກົາຫຼີໃຕ້- ແມ່ນສອງປະທານຮ່ວມ ກໍ່ຕັ້ງ ສະມາຄົມ ປະທານສະພາແຫ່ງຊາດ ຂອງບັນດາປະເທດ ອາຊີ-ເອີຣົບ (MSEAP) ແລະ ຄຳເຊີນຂອງ ປະທານສະພາແຫ່ງຊາດ ຕຸລະກີ, ປະທານສະພາແຫ່ງຊາດ ຫງວ໋ຽນຖິກີມ ເງິນ ຈະນຳຄະນະອັນດັບສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ MSEAP 3 ຈະຈັດຂື້ນຢູ່ ນະຄອນ Antalya ແລະ ຢ້ຽມຢາມຢ່າງເປັນທາງການ ປະເທດ ສາທາລະນະລັດ ຕຸລະກີ ເລີ່ມຕັ້ງແຕ່ວັນທີ 7 ຫາ 12 ຕຸລາ.

ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຕ້ອນຮັບ ປະທານສະພາສູງແຫ່ງ ສ.ເບລາຣຸດ

ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຕ້ອນຮັບ ປະທານສະພາສູງແຫ່ງ ສ.ເບລາຣຸດ

ໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Mikhail Myasnikovich ປະທານສະພາສູງ ແຫ່ງ ສາທາລະນະລັດ ເບລາຣຸດ.

ຮອງປະທານສະພາແຫ່ງຊາດ ສືບຕໍ່ເຄື່ອນໄຫວພົບ ປະຊາຊົນ ເມືອງພີນ

ຮອງປະທານສະພາແຫ່ງຊາດ ສືບຕໍ່ເຄື່ອນໄຫວພົບ ປະຊາຊົນ ເມືອງພີນ

ທ່ານ ແສງນວນ ໄຊຍະລາດ ຮອງ ປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ 13 ແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງພົບປະ ແລະ ເຜີຍແຜ່ ຢູ່ຈຸດສຸມ ນາໂພຄໍາ, ກຸ່ມບ້ານ ພັດທະນາທີ 7 ຢູ່ໂຮງຮຽນປະຖົມອຸດົມໄຊ, ກຸ່ມບ້ານພັດທະນາທີ 2 ວັດບ້ານໃໝ່ໂນນ ສະອາດ ແລະ ສະໂມສອນເມືອງພີນ ​ເຊິ່ງມີບັນດາທ່ານ ຄະນະປະຈໍາພັກເມືອງ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ພະນັກງານ ອາວຸໂສບໍານານ, ນັກຮຽນຕະຫລອດ ຮອດປະຊາຊົນອ້ອມຂ້າງເມືອງ ແລະ ບ້ານ.

ຮອງປະທານ ສພຊ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝ ສາມັນ ເທື່ອທີ 5 ສະພາແຫ່ງຊາດສຸດທີ VIII ທີ່ສະຫວັນນະເຂດ

ຮອງປະທານ ສພຊ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝ ສາມັນ ເທື່ອທີ 5 ສະພາແຫ່ງຊາດສຸດທີ VIII ທີ່ສະຫວັນນະເຂດ

ຍສໝ - ໃນລະຫວ່າງວັນທີ 10-11 ກັນຍາ 2018 ທີ່ເມືອງວິລະບູລີ ແຂວງ ສະຫວັນນະເຂດ, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາ ເຂດເລືອກຕັ້ງທີ 13 ແຂວງສະຫວັນເຂດ, ພ້ອມດ້ວຍບັນດາ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເມືອງ ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດ ກອງປະຊຸມ ສະໄໝ ສາມັນເທື່ອທີ 5 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ແລະ ສະພາປະຊາຊົນແຂວງ (ສພຂ) ຊຸດທີ I .

ປະທານ ສະພາແຫ່ງຊາດ ຫວຽດນາມ ຮ່ວມ ງານສະເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຕຳຫຼວດນຳ້ ຫວຽດນາມ

ປະທານ ສະພາແຫ່ງຊາດ ຫວຽດນາມ ຮ່ວມ ງານສະເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຕຳຫຼວດນຳ້ ຫວຽດນາມ

ຍສໝ - ຕອນເຊົ້າວັນທີ 28 ສິງຫາ, ຢູ່ ຮ່າໂນ້ຍ, ກອງບັນຊາການ ຕຳຫຼວດນຳ້ ໄດ້ຈັດງານ ສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງວັນມູນເຊື້ອ ແລະ ຮັບຫຼຽນໄຊວິລະກຳຊັ້ນ 3.

ປະທານສະພາແຫ່ງຊາດ ຕ້ອນຮັບ ຄະນະຜູ້ແທນສານປະຊາຊົນ ສູງສຸດ ສສ.ຫວຽດນາມ

ປະທານສະພາແຫ່ງຊາດ ຕ້ອນຮັບ ຄະນະຜູ້ແທນສານປະຊາຊົນ ສູງສຸດ ສສ.ຫວຽດນາມ

ຍສໝ - ໃນວັນທີ 27 ສິງຫາ 2018 ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສານປະຊາຊົນສູງສຸດ ແຫ່ງ ສສ.ຫວຽດນາມ, ເຊິ່ງນໍາໂດຍ ທ່ານ ຫງ໋ວຽນ ຮວາ ບິງ ເລຂາທິການສູນກາງພັກ, ປະທານສານປະຊາ ຊົນສູງສຸດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນ ລະຫວ່າງ ວັນທີ 26-29 ສິງຫາ 2018.

ສະພາແຫ່ງຊາດ ເຊື່ອມຊຶມມະຕິ 6 ສະໄໝທີ X ຂອງພັກ

ສະພາແຫ່ງຊາດ ເຊື່ອມຊຶມມະຕິ 6 ສະໄໝທີ X ຂອງພັກ

ຍສໝ - ໃນວັນ​ທີ 20 ສິງຫາ 2018, ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ພິທີ​​ ເຜີຍ​ແຜ່ເຊື່ອ​ມຊຶມ​ມະຕິກອງ​ປະຊຸມ​ຄົບ​ຄະນະ ຄັ້ງທີ 6 ສ​ະ​ໄໝ​ທີ X ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ໂດຍ​ມີ ​ທ່ານ ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ເລ​ຂາ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ຮອງປະທານສະພາ​ແຫ່ງ​ຊາດ, ມີບັນດາ​ຄະນະ​ພັກ, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ພ້ອມ​ດ້ວຍ​ສະມາຊິກ​ພັກ ​ແລະ ພະນັກງານ​-ລັດຖະກອນ ພາຍ​ໃນ​ສະພາ​ແຫ່ງ​ຊາດ ​ເຂົ້າ​ຮ່ວມ.

ວາລະປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດໃນສະໄໝເຊື່ອມໂຍງເຂົ້າກັບສາກົນ

ວາລະປະຊຸມຄົບຄະນະການຕ່າງປະເທດຂອງສະພາແຫ່ງຊາດໃນສະໄໝເຊື່ອມໂຍງເຂົ້າກັບສາກົນ

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ສະເໜີວ່າ ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປໄວ...

ພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະການເລືອກຕັ້ງສະພາແຫ່ງຊາດຢ່າງເປັນເອກກະສັນ

ພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະການເລືອກຕັ້ງສະພາແຫ່ງຊາດຢ່າງເປັນເອກກະສັນ

ຍສໝ - ອີງຕາມການປະກາດຜົນຂອງການນັບຄະແນນ ຂອງ ຄະນະກຳມະການການເລືອກຕັ້ງ ກຳປູເຈຍ(NEC) ວັນທີ 15 ສິງຫາ , ພັກປະຊາຊົນກຳປູເຈຍ (CPP) ຂອງ ນາຍົກລັດຖະມົນຕີ ຮຸນເຊັນ ໄດ້ຮັບໄຊຊະນະຢ່າງເປັນເອກກະສັນ ແບບຂາດລອຍໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 6.

ປະທານສະພາແຫ່ງຊາດ ຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ

ປະທານສະພາແຫ່ງຊາດ ຕ້ອນຮັບຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ຫົວໜ້າອົງການ UNICEF ປະຈຳ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 15 ສິງຫາ ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra, ຜູ້ປະສານງານປະຈຳສະຫະປະຊາຊາດ ແລະ ທ່ານ Youssouf Abdel-Jelil ຫົວໜ້າອົງການ Unicef ປະຈຳ ຫວຽດນາມ.

ໄຂກອງປະຊຸມເທື່ອທີ 26 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

ໄຂກອງປະຊຸມເທື່ອທີ 26 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

ຕອນເຊົ້າວັນທີ 08 ສິງຫາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ໄດ້ໄຂກອງປະຊຸມເທື່ອທີ 26 ຄະນະປະຈຳສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກອງນັກຮົບຍິງແຂວງເບັ໋ນແຈ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ໃຫ້ກອງນັກຮົບຍິງແຂວງເບັ໋ນແຈ

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນຊື້ອທີ່ສະຫງ່າລາສີນັ້ນ, ຄະນະພັກ ແລະ ປະຊາຊົນແຂວງເບັ໋ນແຈ່ ຈະບືນຕົວຂຶ້ນຢ່າງແຮງ, ນໍາເບັ໋ນແຈ່ ກາຍເປັນແຂວງພັດທະນາ”.