ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ: ສືບຕໍ່ຍູ້ແຮງການຮ່ວມມື

14:23 | 29/04/2019

ຍສໝ - ຫວ່າງແລ້ວນີ້, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິ້ຟອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດລາວ.

ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ: ສືບຕໍ່ຍູ້ແຮງການຮ່ວມມື

ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ: ສືບຕໍ່ຍູ້ແຮງການຮ່ວມມື. ພາບ: quochoi.vn

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບຖືວ່າ, ເພື່ອເສີມຂະຫຍາຍໝາກຜົນອັນດີງາມຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ສືບທອດບັນດາຜົນງານຂອງການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ, ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ຄວນຄົ້ນຄວ້າ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃໝ່, ຖືເປັນສໍາຄັນການແລກປ່ຽນບົດຮຽນວຽກງານກໍ່ສ້າງກົດໝາຍຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ; ການເຄື່ອນໄຫວຕິດຕາມກວດກາລວມໃນການປະຕິບັດບັນດາຂໍ້ຕົກລົງວ່າການຮ່ວມມືທີ່ໄດ້ສອງປະເທດລົງນາມແລ້ວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.