ໃນປີ 2020 ສະພາແຫ່ງຊາດ ຕິດຕາມ-ກວດກາ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການທຳຮ້າຍເດັກ

18:49 | 03/06/2019

ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລື ໃບຍຶນສະເໜີ ກ່ຽວກັບຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2020.

ຄາດ​ວ່າ​ແຜນ​ການ​ ການຕິດ​ຕາມ-ກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ປີ 2020 ໃນກອງ​ປະ​ຊ​ຸ​ມ​ຄັ້ງທີ 9 ແລະ ຄັ້ງ​ທີ 10 ຄະ​ນະ​ປະ​ຈ​ຳ​​ສ​ະ​ພາ​ແຫ່ງ​ຊາດ ຈະ​ໄດ້​ຍ່​ືນ​ສະເໜີຕໍ່​ສະ​ພາ​ແຫ່ງ​ຊາດ​ລ​ວມ​ມີ: ການ​ພິ​ຈາ​ລະ​ນາ​ບັ​ນ​ດາ​ບົດ​ລາຍ​ງານ​ຂ​ອງ​ລັດ​ຖະ​ບານ​ ກ່ຽວ​ກັບ​ການ​ຕີ​ລາ​ຄາ​​ເພີ່​ມ​ເຕີມ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ ​ແຜນ​ກາ​ນ​ພັດ​ທະ​ນາດ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົ​ບ​ປະ​ມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2020; ວຽກ​ງານ​ປ​້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັ​ງຫຼວງ, ປະ​ຕິ​ບັດ​ການ​ປະ​ຢັດ​ມັດ​ທະ​ຍັດ​, ຕ້ານ​ການຟຸ່ມເຟືອຍ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊ​ະ​ຍາ​ກຳ ແລະ ລະ​ເມີດ​ກົດ​ໝາຍ, ວຽກ​ງ​ານປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ; ດຳ​ເນີນ​ການ​ຊັກ​ຖາມ ແລະ ການຕອ​ບຄຳ​ຊັກ​ຖາມ​ຂອ​ງ​ສະ​ມາ​ຊິກສະ​ພາແຫ່ງ​ຊ​າດ…

ໃນປີ 2020 ສະພາແຫ່ງຊາດ ຕິດຕາມ-ກວດກາ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການທຳຮ້າຍເດັກ

ກອງ​ປະ​ຊ​ຸ​ມ​ຄັ້ງທີ 9 ແລະ ຄັ້ງ​ທີ 10 ຕອນເຊົ້າວັນທີ 3 ມິຖຸນາ. (ພາບ: quochoi.vn)

ດ້ວຍ​ການ​ເຫັນ​ດ​ີ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເປັນຈຳນວນຫຼວງຫຼາຍ ໄດ້​ສະ​ເໜ​ີ​ວ່າ ໃນ​ປີ 2020 ສະ​ພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ການ​ຕິດ​ຕາມ-ກວດ​ກາ​​ ບັນຫາການ​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ, ກົດ​ໝາຍ​ປ້ອງ​ກັນ ແລະ ຕ້ານ​ການ ທຳ​ຮ້າຍ​​ເດັກ​.

​ໃນ​ຕອນ​ເຊົ້າ​ວັນ​ທີ 3 ມິ​ຖຸ​ນາ, ສະ​ພາ​ແຫ່ງ​ຊ​າດໄດ້ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ກາ​ນຈັດ​ແບ່ງ, ນຳ​ໃຊ້​ແຫຼ່ງ​ທຶນ​ສ​ຳ​ຮອງຂ​ອງ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​​ ໄລ​ຍະ​ກາງ 2016 – 2020 ແລະ ຮັບ​ຟັງ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶ​ນ ຫວຽດ​ນາມ ຫງວຽນ ​ຈິ​ ຢຸ໋ງ ຊີ້ແຈງບາງ​ບັ​ນ​ຫາ​ເຊິ່ງ​ສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້ຍົກ​ຂື້ນ​ມາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.