ປະທານສະພາແຫ່ງຊາດ ຫງ໋ວຽນ ຖິ ກີມ ເງິນ ຕ້ອນຮັບ ປະທານາທິບໍດີມຽນມາ

13:49 | 13/05/2019

ຍສໝ - ມຽນມາສະຫນັບສະຫນູນຫວຽດນາມ ທີ່ຈະເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນໄລຍະ 2020-2021.

ປະທານສະພາແຫ່ງຊາດ ຫງ໋ວຽນ ຖິ ກີມ ເງິນ ຕ້ອນຮັບ ປະທານາທິບໍດີມຽນມາ

ປະທານສະພາແຫ່ງຊາດ ຫງ໋ວຽນ ຖິ້ກີມເງິນ ແລະ ປະທານາທິບໍດີມຽນມາ Win Myint. (ພາບ: vovworld.vn)

ໃນວັນທີ 11 ພຶດສະພາ, ປະທານສະພາແຫ່ງຊາດຫວຽດນາມ ຫງ໋ວຽນ ຖິ ກີມ ເງິນ ໄດ້ຕ້ອນຮັບທ່ານ Win Myint - ປະທານາທິບໍດີປະເທດມຽນມາ ແລະ ຄະນະຜູ້ແທນຂັ້ນນສູງມຽນມາ ທີ່ມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມງານບຸນວິສາຂະບູຊາ ສະຫະປະຊາຊາດປະຈໍາປີ (Vesak 2019).

ປະທານສະພາແຫ່ງຊາດ ຫງ໋ວຽນ ຖິ ກີມ ເງິນ ໄດ້ຢືນຢັນວ່າ: ໃນປະຈຸບັນຫວຽດນາມເປັນປະເທດທີ່ ລົງທຶນ ອັນດັບທີ 7 ໃນ 49 ປະເທດທີ່ລົງທຶນຢູ່ມຽນມາ ມີ 18 ໂຄງການ ມີມູຄ່າ ກວ່າ 2,1 ຕື້ໂດລາສະຫະລັດ. ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈາກ 152,3 ລ້ານໂດລາໃນປີ 2010 ຫາເກືອບ 860 ລ້ານໂດລາສະຫະລັດໃນປີ 2018, ທັງສອງປະເທດກໍາລັງວາງເປົ້າຫມາຍ 1 ຕື້ໂດລາສະຫະລັດ.

ປະທານາທິບໍດີປະເທດມຽນມາ Win Myint ໃຫ້ຮູ້ວ່າ: ນີ້ເປັນຄັ້ງທໍາອິດທີ່ ທ່ານ Win Myint ມາປະເທດຫວຽດນາມ ໃນຖານະເປັນປະທານາທິບໍດີ. ປະທານາທິບໍດີ Win Myint ຢືນຢັນວ່າ: ມຽນມາສະຫນັບສະຫນູນ ຫວຽດນາມ ທີ່ຈະເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດໃນໄລຍະ 2020-2021; ພ້ອມກັນນັ້ນ, ທ່ານ Win Myint ໃຫ້ຮູ້ວ່າ ປະເທດມຽນມາ ຈະສົ່ງເສີມການຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ, ໂດຍສະເພາະໃນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.