ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະຜູ້ແທນ ກູບາ

15:21 | 30/05/2019

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຢາມີລາ ພີນາ ໂອຈີດາ ກໍາມະການສູນກາງພັກກອມມູນິດ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ກູບາ, ເມື່ອວັນທີ 29 ພຶດສະພານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະຜູ້ແທນ ກູບາ

ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະຜູ້ແທນ ກູບາ.(ພາບ:pasaxon.org.la)

ໃນໂອກາດດັ່ງກ່າວ, ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານນາງ ຢາມີລາ ພີນາ ໂອຈີດາ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ກູບາ ໂດຍສະເພາະແມ່ນສອງອົງການໄອຍະການລາວ - ກູບາ ໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ສປປ ລາວ-ສ.ກູບາ ແມ່ນສອງປະເທດຮ່ວມອຸດົມການ ສັງຄົມນິຍົມອັນດຽວກັນ ພັກ-ລັດ ແລະ ປະຊາຊົນສອງປະເທດພວກເຮົາເຄີຍມີມູນເຊື້ອພົວພັນຮ່ວມມືກັນ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ມາແຕ່ດົນນານ ໃນໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານຂອງປະຊາຊົນລາວ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນເມື່ອກ່ອນ ພັກ-ລັດ ແລະ ປະຊາຊົນກູບາອ້າຍນ້ອງໄດ້ຊ່ວຍເຫຼືອປະຊາຊົນລາວພວກຂ້າພະເຈົ້າໂດຍດີຕະຫຼອດມາຊຶ່ງໄດ້ສົ່ງຜູ້ຊ່ຽວຊານ, ແພດ ມາຊ່ວຍປະຊາຊົນລາວ ຊຶ່ງພັກ-ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າໄດ້ຈົດຈຳຮູ້ບຸນຄຸນບໍ່ມີວັນລືມມາໃນໄລຍະໃໝ່, ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດໃນປັດຈຸບັນນີ້, ສອງປະເທດພວກເຮົາໄດ້ຮັບການເສີມຂະຫຍາຍສາຍພົວພັນຮ່ວມມືທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ທ່ານ ນາງ ຢາມີລາ ພີນາ ໂອຈີດາ ຕາງໜ້າຄະນະຜູ້ແທນ ສະແດງຄວາມຂອບໃຈຕໍ່ທ່ານ ປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ກັບທ່ານປະທານສະພາໄດ້ຮັບຊາບອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.