ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ

19:29 | 29/04/2019

ໃນວັນທີ 25 ເມສາ 2019 ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານ ນາງ ຕ່ອງ ທິ ຟ໊ອງ ກຳມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບຄະນະຜູ້ແທນ ສະພາແຫ່ງຊາດລາວ ຊຶ່ງນຳໂດຍ ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ.

ສະພາແຫ່ງຊາດ ລາວ-ຫວຽດນາມ ເພີ່ມການຮ່ວມມືສ້າງກົດໝາຍ ເຊື່ອມໂຍງສາກົນ

ບັນຍາກາດກອງປະຊຸມ ສອງຝ່າຍລາວ-ຫວຽດນາມ.

ໃນການພົບປະຫາລືຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເສີມຂະຫຍາຍຜົນສຳເລັດ ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫວຽດ ນາມ ຫງວຽນ ຝູ ຈ້ອງ ແລະ ບັນດາຜົນງານ ການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະ ເທດ; ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ຍັງເຫັນວ່າສອງຝ່າຍ ຄວນມີການຄົ້ນຄວ້າ ແລະ ຜັນຂະຫຍາຍ ບັນດາການເຄື່ອນໄຫວ ຮ່ວມມືໃໝ່, ທັງເອົາໃຈໃສ່ເປັນພິເສດ ເຖິງການແລກປ່ຽນບົດຮຽນ ໃນວຽກງານສ້າງກົດໝາຍ ເພື່ອຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ.

ໂອກາດນີ້, ທ່ານ ນາງ ຕ່ອງ ທິ ຟ໊ອງ ຢືນຢັນວ່າ: ການນຳສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະພາ ແຫ່ງຊາດລາວ ໂດຍສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເພີ່ມ ທະວີການ ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນໃນຂົງເຂດນິຕິບັນຍັດ ກໍຄືການປະຕິບັດ ບັນດາພາລະໜ້າທີ່ ຕິດຕາມກວດກາ ແລະ ຕັດສິນໃຈບັນດາບັນຫາໃຫຍ່ ຂອງປະເທດຊາດ.

ໂອກາດດຽວກັນ, ທ່ານ ສົມພັນ ແພງຄຳມີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນສະພາແຫ່ງຊາດລາວ ພວມກະກຽມການເລືອກຕັ້ງ ສະພາແຫ່ງຊາດຊຸດໃໝ່ ເຊິ່ງຈະດຳເນີນໃນປີ 2021 ໂດຍສະພາແຫ່ງຊາດລາວ ປາຖະໜາ ຢາກໃຫ້ ສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນ ຊ່ວຍສະພາແຫ່ງຊາດລາວ ເຄື່ອນໄຫວນັບມື້ນັບບັນລຸ ໄດ້ປະສິດທິຜົນສູງກ່ວາເກົ່າ, ພ້ອມທັງແບ່ງປັນບົດຮຽນ ການເລືອກຕັ້ງ ແລະ ການເຄື່ອນ ໄຫວຂອງສະພາ ປະຊາຊົນ ທຸກຂັ້ນ.

(ແຫຼ່ງ​ຂໍ້​ມູນ​: ບຸນເຫລືອ/ຂ​ປ​ລ)

ເຫດການ
302 Found

Found

The document has moved here.