ປະທານສະພາແຫ່ງຊາດຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາຫວຽດນາມ

08:35 | 16/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 15 ພຶດສະພາ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ພະມະຫາອາຈານ ທິກແທັງຫຍຽວ ຮອງປະທານຄະນະປະຈໍາສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວັດກວານຊື, ຮ່າໂນ້ຍ.

ປະທານສະພາແຫ່ງຊາດຢ້ຽມຢາມ ແລະ ອວຍພອນສະພາບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາຫວຽດນາມ

ທ່ານນາງ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ.(ພາບ:daibieunhandan.vn)

ເນື່ອງໃນໂອກາດສະມາຄົມພຸດທະສາສະໜາຫວຽດນາມ ຫາກໍຈັດຕັ້ງສໍາເລັດວັນບຸນວິສາຂະບູ ສປຊ ຄັ້ງທີ 16 (Vesak 2019) ແລະ ເນື່ອງໃນໂອກາດເທດສະການວິສາຂະບູຊາ ພສ 2563 - ຄສ 2019. ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ອວຍພອນພະມະຫາອາຈານ ທິກແທັງຫຍ໊ຽວ ພ້ອມດ້ວຍບັນດາພະສົງສໍາມະເນນ, ພຸດທະສາສະນິກກະຊົນ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດພາລະກໍາທາງສາສະໜາ ແລະ ມີຄວາມສະຫງົບສຸກ.

ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍນໍ້າໃຈສາມັກຄີເປັນປຶກແຜ່ນຂອງພະສົງສໍາມະເນັນ, ພຸດທະສາສະນິກກະຊົນ ດ້ວຍທິດທາງມຸ່ງໄປສູ່ຄວາມຜູກພັນ ແລະ ຮ່ວມເດີນທາງໄປພ້ອມກັບຊາດ, ສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ຢັ້ງຢືນບັນດາຄຸນຄ່່າດີທີ່ສຸດຂອງສາສະໜາ ເພື່ອສັນຕິພາບ, ເໝາະສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັກແພງຂອງພະສົງສໍາມະເນນ, ພຸດທະສາສະນິກກະຊົນ ແລະ ປະຊາຊົນ...

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.