ໄຂກອງປະຊຸມຄັ້ງທີ 34 ຂອງ ຄະນະປະຈຳສະພາແຫ່ງຊາດ

08:19 | 09/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2019, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 34 ຂຶ້ນ.

ໄຂກອງປະຊຸມຄັ້ງທີ 34 ຂອງ ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 34 ຂອງ ຄະນະປະຈຳສະພາແຫ່ງຊາດ. ພາບ: quochoi.vn

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມຕໍ່ໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018, ຕີລາຄາສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2019; ສະຫຼູບຂາດຕົວງົບປະມານແຫ່ງລັດໃນປີ 2017; ການນຳໃຊ້ແຫຼ່ງເງິນທຶນ 10 ຕື້ດົ່ງທີ່ມາຈາກການດັບປັບຫຼູດຜ່ອນບັນດາແຫຼ່ງເງິນທຶນໃຫ້ແກ່ບັນດາໂຄງການສຳຄັນແຫ່ງຊາດ.

ໃນເວລາ 3 ວັນດຳເນີນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ; ຮ່າງປະມວນກົດໝາຍແຮງງານ (ສະບັບປັບປຸງ) ແລະ ການເຂົ້າຮ່ວມສົນທີສັນຍາເລັກທີ 98 ຂອງອົງການແຮງງານສາກົນກ່ຽວກັບການນຳໃຊ້ບັນດາຫຼັກການຂອງສິິຈັດຕັ້ງ ແລະ ເຈລະຈາສັນຍາແຮງງານລວມໝູ່.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.