ໃນວັນທີ 30-31 ພຶດສະພາ 2019 ທີ່ໂຕກຽວ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກ-ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: “ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນ-ວາຍໃນໂລກ”.
ຍສມ - ໃນວັນທີ 1 ມິຖຸນາ, ຄະນະນັກສຶກສາ,ນັກຄົ້ນຄວ້າ ຂອງຊຸດຝຶກອົບຮົບ-ບຳລຸງວຽກງານພັກ ແລະ ວຽກງານຕ່າງປະເທດ ໂດຍທ່ານ ປອ ຫງວຽນ ວັນ ເລືອງ ຮອງຫົວຫນ້າກົມຄຸ້ມຄອງບຳລຸງສ້າງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິງ ເປັນຫົວຫນ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຕົວຈິງ ຢູ່ ແຂວງ ຟູ໋ເຖາະ.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຄະນະຜູ້ແທນ ສະມາຄົມ ມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ນຳໂດຍ ສະຫາຍ ເຈິນ ວັນຕຸ້ຍ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ຫົວໜ້າຄະນະຮັບຜິດຊອບວຽກງານຜູ້ແທນສະພາ ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ພຶດສະພາ - 3 ມິຖຸນາ 2019.
ຍສໝ - ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2019, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນ ວັນ ຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພັນຄໍາ ວິພາວັນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນໂທ ສຸວອນ ເລືອງບຸນມີ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມກັບພັນລະຍາ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ໄດ້ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີ໋ມິງ ຢູ່ເຂດປູຊະນີຍະສະຖານກິມລຽນ, ເມືອງນາມດ່ານ, ແຂວງເງ້ອານ, ສສ ຫວຽດນາມ.
ຍສໝ - ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບກະ ຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ ສາຍຮູບເງົາແອນິເມຊັນ "ຣາມມະກຽນ ຈາກຈິດຕະກຳ ຣອບພຣະຣະບຽງພຣະອຸໂບ ສົດວັດພຣະສີຣັດຕະນະສາດດາຣາມ ຕອນຣາມາວະຕາຣ" ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແລກປ່ຽນວັດທະນະທຳອາຊຽນ-ໄທ, ເມື່ອວັນທີ 29 ພຶດສະພາ ຜ່ານມານີ້ ທີ່ຫໍວັດ ທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.
ໃນໂອກາດທີ່ຄະນະຜູ້ແທນຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ນຳໂດຍທ່ານ ຮ່າ ງັອກ ແອັງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 29 ພຶດສະພາ 2019 ຄະນະຜູ້ແທນດັ່ງກ່າວ ກໍໄດ້ເຂົ້າພົບປະກັບ ທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ).
ໃນຕອນເຊົ້າມື້ນີ້ 31 ພຶດສະພາ 2019, ຢູ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມລາວ-ຢີ່ປຸ່ນ ຫລື ໄອຊີທີຊີ ຫລັກ 5, ນະຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງຫນ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍສມ - ຕອບຮັບຄຳເຊີນຂອງ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ, ແຕ່ວັນທີ 30/5-3/6, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະຈັດຄະນະຜູ້ແທນ ປະກອບມີຜູ້ແທນ 10 ທ່ານ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ຍສໝ - ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ 2019 ນີ້, ຕາງໜ້າໃຫ້ພັກ-ລັດຖະບານ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ການເບິ່ງແຍງດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ, ການສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສກ້າວໄປເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ຍສໝ - ໃນວັນທີ 27 ແລະ 28 ພຶດສະພາ, ຢູ່ ເມືອງ ໂມກເຈົ່າ, ພະແນກຍຸດຕິທໍາແຂວງເຊີນລາ ປະສານສົມທົບກັບ ພະແນກຍຸດຕິທໍາແຂວງຫົວພັນ (ສປປ ລາວ) ຈັດຕັ້ງກອງປະຊຸມ ເຜີຍແຜ່ກົດຫມາຍໃຫ້ແກ່ປະຊາຊົນ ຢູ່ ເຂດຊາຍແດນ ຫວຽດນາມ - ລາວ. ເຂົ້າຮ່ວມກອງປະຊຸມເຜີຍແຜ່ມີບັນດານາຍບ້ານ, ເລຂາໜ່ວຍພັກບ້ານ, ຫົວຫນ້າອົງການຈັດຕັ້ງຕ່າງໆຂອງຕາແສງ ລ່ອງ ເສິບ (ໂມກເຈົ່າ) ແລະ ທະຫານດ່ານຊາຍແດນ ລ່ອງ ເສິບ.
ຍສໝ - ສົກຮຽນ 2019 – 2020, ພາສາລາວ ຈະໄດ້ເອົາເຂົ້າຫຼັກສຸດການຮຽນພາສາຕ່າງປະເທດຂອງນັກສຶກສາ ໂຮງຮຽນມະຫາວິທະຍາໄລພາສາຕ່າງປະເທດ - ໂຮງຮຽນມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.
ຍສໝ - ໃນອາທິດທີ່ຜ່ານມາ, ພົນຈັດຕະວາ ເຈີນ ດິງ ຢຸ໋ງ, ຮອງບັນຊາການ ທະຫານປ້ອງກັນຊາຍແດນ ຮ່ວມກັບ ຄະນະປະຕິບັດງານ ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກ໋ວາງຈິ້, ຄ້າຍທະຫານປ້ອງກັນຊາຍແດນ ລາໄລ ແລະ ການນໍາເມືອງ ສະໝ້ວຍ (ສປປລາວ) ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຜູ້ຄົນໃນບ້ານ ກີແນ, ເມືອງ ສະໝ້ວຍ, ແຂວງສາລະວັນ (ລາວ).
ຍສໝ - ຕອນເຊົ້າວັນທີ 29 ພຶດສະພາ, ຢູ່ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ນະຄອນຫຼວງ ວຽງຈັນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ສົມທົບກັບກະຊວງສຶກສາທິການ ແລະ ກິລາ ລາວຈັດຕັ້ງ “ເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງ ລະຫວ່າງ ຫວຽດນາມ - ລາວ”
ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນນາມຫົວໜ້າ ຈຸດປະສານງານແຮງງານເຄື່ອນຍ້າຍອາຊຽນ. ຊຶ່ງການຈັດກອງປະຊຸມດັ່ງກ່າວ ແມ່ນກິດຈະກຳ ທີ່ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ແຜນງານ ຄະນະກຳມະການປົກປ້ອງ ແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍອາຊຽນ ACMW ໄລຍະແຕ່ປີ 2016-2020.
ໃນວັນທີ 27 ພຶດສະພາ 2019 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP) ທີ່ ບາງກອກ, ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງຄວາມອາດສາມາດ, ການຮັບປະກັນການມີສ່ວນຮ່ວມ ແລະ ຄວາມສະເໝີພາບ” ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.
ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍທ່ານ ຮາ ຫງອກ ແອັງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າຢ້ຽມຂໍ່ານັບ ເມື່ອວັນທີ 28 ພຶດສະພານີ້, ທີ່ກະຊວງດັ່ງກ່າວ ໃນໂອກາດທີ່ທ່ານພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-29 ພຶດສະພານີ້.
ຍສໝ - ໃນລະຫວ່າງວັນທີ 26-27 ພຶດສະພາ 2019, ປະຊາຊົນລາວ ເກືອບ 200 ຄົນ ຢູ່ ບ້ານໂຮມຈະເລີນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ສປປ ລາວ ໄດ້ຮັບການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ.