ລາວ-ຍີ່ປຸ່ນ ເພີ່ມທະວີຮ່ວມມືໃນທາງດ້ານ ພັດ­ທະ­ນາຊັບ­ພະ­ຍາ­ກອນມະ­ນຸດ

14:34 | 03/06/2019

ໃນວັນທີ 30-31 ພຶດສະພາ 2019 ທີ່ໂຕກຽວ ປະເທດຍີ່ປຸ່ນ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກ-ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 25, ພາຍໃຕ້ຫົວຂໍ້: “ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນ-ວາຍໃນໂລກ”.

ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຂຶ້ນ​ກ່າວ​ປາ​ໄສ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ສະ­ພາບ​ການ​ຄວາມ​ວຸ້ນ­ວາຍ​ສັບ­ສົນ ທີ່​ພວມ​ເກີດ​ຂຶ້ນ​ໃນ​ປັດ­ຈຸ­ບັນ ແລະ ໄດ້​ສະ­ແດງ​ທັດ­ສະ­ນະ ແລະ ວິ­ໄສ​ທັດ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ສັບ­ສົນ​ດັ່ງ­ກ່າວ ດ້ວຍ​ຂໍ້​ລິ​ເລີ່ມ ແລະ ກົນ​ໄກ​ການ​ຮ່ວມ​ມື​ທີ່​ມີ​ຄວາມ​ຍຸ­ຕິ​ທຳ ໂປ່ງ​ໃສ ເທົ່າ​ທຽມ​ກັນ ແລະ ບໍ່​ຂຶ້ນ​ກັບ​ປະ­ເທດ​ໃດ​ໜຶ່ງ ຫຼື​ກຸ່ມ​ເສດ­ຖະ­ກິດ​ໃດ​ໜຶ່ງ ບົນ​ພື້ນ­ຖານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ­ຊາ​ຄົມ​ໃນ​ທົ່ວ​ໂລກ ເພື່ອ​ຈະ​ນຳ­ພາ​ໂລກ​ນີ້ ກ້າວ​ໄປ​ສູ່​ໂລກ​ແຫ່ງ​ໂລ­ກາ​ພິ​ວັດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຍືນ​ຍົງ​ມີ​ຄວາມ​ສະ­ເໝີ­ພາບ ມີ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ ແລະ ຄົງ​ຮັກ­ສາ​ໄວ້​ສັນ­ຕິ­ພາບ ສະ­ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ­ຄົງ​ໃນ​ໂລກ.

ລາວ-ຍີ່ປຸ່ນ ເພີ່ມທະວີຮ່ວມມືໃນທາງດ້ານ ພັດ­ທະ­ນາຊັບ­ພະ­ຍາ­ກອນມະ­ນຸດ

ທ່ານ ທອງລຸນ ສີສຸລິດ ນາຍົກ-ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ​ທ່ານ ຊິນ​ໂຊ ອາ​ເບະ ນາ­ຍົກ­ລັດ­ຖະ­ມົນ­ຕີ​ຍີ່­ປຸ່ນ ຮ່ວມລົງນາມເອກະສານ. (ພາບ: vientianemai)

ໂອ­ກາດ​ດັ່ງ­ກ່າວ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ໄດ້​ພົບ​ປະ​ເຮັດ​ວຽກ​ກັບ​ທ່ານ ຊິນ​ໂຊ ອາ​ເບະ ນາ­ຍົກ­ລັດ­ຖະ­ມົນ­ຕີ​ຍີ່­ປຸ່ນ ເຊິ່ງ​ໄດ້​ແລກ­ປ່ຽນ​ຄຳ​ຄິດ​ເຫັນ ກ່ຽວ​ກັບ​ການ​ຮ່ວມ​ມື​ສ່ອງ​ຝ່າຍ ແລະ ຫຼາຍ​ຝ່າຍ ປຶກ­ສາ​ຫາ­ລື ເພື່ອ​ເພີ່ມ​ທະ­ວີ​ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ ກໍ​ຄື: ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ ນອກ​ນັ້ນ ຝ່າຍ​ລາວ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ສຸດ​ຍອດ​ແມ່­ນ້ຳ​ຂອງ-ຍີ່­ປຸ່ນ ຄັ້ງ​ທີ 10 ພາຍ​ໃຕ້​ການ​ການ​ເຈົ້າ­ພາບ​ຂອງ​ຍີ່­ປຸ່ນ ໃນ​ເດືອນ​ຕຸ­ລາ 2018 ທີ່ ໂຕ​ກຽວ ຜ່ານ​ມາ ແລະ ທັງ​ສອງ​ຝ່າຍ​ຈະ​ສືບ­ຕໍ່​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຍຸດ​ທະ​ສາດ​ໂຕ​ກຽວ 2018 ເພື່ອ​ການ​ຮ່ວມ​ມື​ແມ່­ນ້ຳ​ຂອງ-ຍີ່­ປຸ່ນ (Tokyo Strategy 2018 for Mekong-Japan Cooperation) ໃຫ້​ປະ­ສົບ​ຜົນ­ສຳ­ເລັດ.

ພ້ອມ​ດຽວ​ກັນ​ນີ້ ໄດ້​ມີ​ພິ­ທີ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ 2 ສະ­ບັບ​ຄື: ໂຄງ­ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ມີ​ມູນ​ຄ່າ 308 ລ້ານ​ເຢນ ເຊິ່ງ​ແມ່ນ​ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ​ຂອງ​ລັດ­ຖະ­ບານ​ຍີ່­ປຸ່ນ ແລະ ການ​ປັບ­ປຸງ​ສົນ­ທິ­ສັນ­ຍາ​ຂົນ­ສົ່ງ​ທາງ​ອາ­ກາດ​ສອງ​ຝ່າຍ ສປປ ລາວ ແລະ ຍີ່­ປຸ່ນ ຮ່ວມ​ລົງ​ນາມ​ໂດຍ​ທ່ານ ວິ​ໂຣດ ສຸນ​ດາ​ຣາ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສປປ ລາວ ປະ­ຈຳ​ຍີ່­ປຸ່ນ ຕາງ­ໜ້າ​ລັດ­ຖະ­ບານ​ລາວ ແລະ ທ່ານ ຕາ​ເກ​ຊິ ຮິ​ກິ​ຣາ​ລະ ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ຕາງ­ໜ້າ​ລັດ­ຖະ­ບານ​ຍີ່­ປຸ່ນ ໂດຍ​ການ​ເປັນ​ສັກ­ຂີ​ພິ­ຍານ​ຂອງ​ສອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ແລະ ຍີ່­ປຸ່ນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ