ລັດຖະບານລາວຈັດງານສະເຫລີມສະຫລອງວັນເດັກສາກົນສຳລັບປີນີ້ດ້ວຍຄວາມຫມາຍເລິກເຊິ່ງ

13:51 | 31/05/2019

ໃນຕອນເຊົ້າມື້ນີ້ 31 ພຶດສະພາ 2019, ຢູ່ສູນຮ່ວມມືສາກົນ ແລະ ຝຶກອົບຮົມລາວ-ຢີ່ປຸ່ນ ຫລື ໄອຊີທີຊີ ຫລັກ 5, ນະຄອນຫລວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫລີມສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງຫນ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ລັດຖະບານລາວຈັດງານສະເຫລີມສະຫລອງວັນເດັກສາກົນສຳລັບປີນີ້ດ້ວຍຄວາມຫມາຍເລິກເຊິ່ງ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາງອີນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍີງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ ແລະເດັກ ໄດ້ຂຶ້ນມີຄໍາເຫັນວ່າ: “ການຈັດງານສະເຫລີມສະຫລອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບ ປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ສິດທິເດັກ ເພື່ອໃຫ້ເຂົາເຈົ້າ ມີໄວທີ່ເຕັມໄປດ້ວຍຄວາມຢູ່ດີກີນດີ, ມີສ່ວນຮ່ວມ, ໄດ້ຮັບການປົກປ້ອງ ແລະ ໄດ້ຮັບການສົ່ງເສີມໃຫ້ມີການພັດທະນາດ້ານຕ່າງໆ ເພື່ອເຮັດໃຫ້ເດັກມີອານາຄົດທີ່ສົດໃສ ແລະ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ”.

ລັດຖະບານລາວຈັດງານສະເຫລີມສະຫລອງວັນເດັກສາກົນສຳລັບປີນີ້ດ້ວຍຄວາມຫມາຍເລິກເຊິ່ງ

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍີງ, ແລະ ແມ່ແລະເດັກ.

ການຈັດງານສະເຫລີມສະຫລອງວັນເດັກສາກົນໃນປີນີ້ ຍັງເປັນການສ້າງຂະບວນການສະເຫລີມສະຫລອງວັນສົນທິສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີ, ວັນທີ 20 ພະຈິກ ໃຫ້ມີຂະບວນການຟົດຟື້ນ ນັບແຕ່ຂັ້ນສູນກາງ ຮອດ ຂັ້ນທ້ອງຖີ່ນຕື່ມອີກ.

ສໍາລັບການຈັດງານສະເຫລີມສະຫລອງວັນເດັກສາກົນວັນທີ 1 ມິຖຸນາ ຂອງຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມຫມາຍເລິກເຊິ່ງດີເຊີ່ງຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມວີດີໂອ ກ່ຽວກັບ ການປຶກສາຫາລື ແລະ ເກັບກໍາຄໍາຄິດຄໍາເຫັນຂອງເດັກທີ່ຮໍ່າຮຽນໃນໂຮງຮຽນຕ່າງໆໃນທົ່ວປະເທດ, ຮັບຟັງການສະເຫນີຄໍາຄິດຄໍາເຫັນຂອງເດັກກ່ຽວກັບສະພາບການພັດທະນາເດັກໃນຕໍ່ຫນ້າ, ວິໃສທັດ 2030 ລວມເຖີງ ສີ່ງທ້າທາຍທີ່ມີຕໍ່ເດັກ, ກິດຈະກໍາການຢອດຢາປ້ອງກັນພະຍາດໂປລີໂອ ແລະ ຊັ່ງນໍ້າຫນັກດ້ານໂພສະນາການໃຫ້ເດັກ, ການສະແດງສີລະປະວັນນະຄະດີ ລວມເຖີງ ກິດຈະກໍາສໍາຄັນອື່ນໆອີກຈໍານວນຫນື່ງ.

(ແຫຼ່ງ​ຂໍ້​ມູນ​: ເດດ ອາລຸນ​ແກ້ວວິໄລ/ວສລ)

ທ່ານອາດຈະມັກ

ເຫດການ