ການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຕ້ອນຮັບຄະນະຜູ້ແທນ ຫວຽດນາມ

11:22 | 29/05/2019

ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ຊຶ່ງນຳໂດຍທ່ານ ຮາ ຫງອກ ແອັງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າຢ້ຽມຂໍ່ານັບ ເມື່ອວັນທີ 28 ພຶດສະພານີ້, ທີ່ກະຊວງດັ່ງກ່າວ ໃນໂອກາດທີ່ທ່ານພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-29 ພຶດສະພານີ້.

ການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຕ້ອນຮັບຄະນະຜູ້ແທນ ຫວຽດນາມ

ການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຕ້ອນຮັບຄະນະຜູ້ແທນ ຫວຽດນາມ.(ພາບ:pasaxon.org.la)

ໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຮາ ຫງອກ ແອັງ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ອີກດ້ວຍ. ທ່ານ ຮາ ຫງອກ ແອັງ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ທ່ານ ຮອງລັດຖະມົນຕີ ຮັບຊາບຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.