ຄະນະນັກສຶກສາລາວ ລົງຄົ້ນຄວ້າຕົວຈິງຢູ່ແຂວງ ຟູ໋ເຖາະ

10:36 | 03/06/2019

ຍສມ - ໃນວັນທີ 1 ມິຖຸນາ, ຄະນະນັກສຶກສາ,ນັກຄົ້ນຄວ້າ ຂອງຊຸດຝຶກອົບຮົບ-ບຳລຸງວຽກງານພັກ ແລະ ວຽກງານຕ່າງປະເທດ ໂດຍທ່ານ ປອ ຫງວຽນ ວັນ ເລືອງ ຮອງຫົວຫນ້າກົມຄຸ້ມຄອງບຳລຸງສ້າງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດໂຮ່ຈິມິງ ເປັນຫົວຫນ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຕົວຈິງ ຢູ່ ແຂວງ ຟູ໋ເຖາະ.

ໃນການຮັບຕ້ອນ, ການນຳພະແນກພົວພັນຕ່າງປະເທດແຂວງ ຟູ໋ເຖາະ ໄດ້ສະເຫນີສະພາບລວມຂອງສະພາບການພັດທະນາເສດຖະກິດ - ສັງຄົມ ແຂວງ ແລະ ຢັ້ງຢືນວ່າ ແຂວງ ຟູ໋ເຖາະ ໄດ້ຮັກສາໄວ້ ແລະ ພັດທະນາສາຍພົວພັນການຮ່ວມມືດ ກັບ ບັນດາແຂວງພາກເຫນືອລາວເຊັ່ນ: ແຂວງຫຼວງນ້ໍາທາ, ແຂວງຫລວງພະບາງ, ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ໄດ້ບັນລຸຜົນສໍາເລັດອັນດີງາມຫຼາຍຢ່າງ.

ຄະນະນັກສຶກສາລາວ ລົງຄົ້ນຄວ້າຕົວຈິງຢູ່ແຂວງ ຟູ໋ເຖາະ

ຄະນະສຳມະນາກອນ ແລະ ຜູ້ນຳພະແນກພົວພັນຕ່າງປະເທດແຂວງ ຝຸ໋ຖໍ້ ໄດ້ວາງທູບອາໄລຫາເຈົ້າຊີວິດ ຮູ່ງ (ພາບ: baophutho.vn)

ໃນຊຸມປີຜ່ານມາ, ແຂວງ ຟູ໋ເຖາະ ໄດ້ຊ່ວຍເຫຼືອ ແລະ ສະຫນັບສະຫນູນເງິນຫຼາຍກ່ວາ 30 ຕື້ດົ່ງ ໃຫ້ແຂວງຫຼວງນ້ໍາທາ ເພື່ອລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ ແລະ ການບໍາລຸງສ້າງ, ແຕ່ລະປີແຂວງ ຟູ໋ເຖາະ ໄດ້ຈ່າຍເບ້ຍລ້ຽງໃຫ້ນັກຮຽນລາວ ຈຳນວນ 40 ຄົນ ທີ່ກຳລັງສຶກສາຮ່ຳຮຽນ ຢູ່ ມະຫາວິທະຍາໄລ ຮຸ່ງເວືອງ.

ການນຳແຂວງ ຟູ໋ເຖາະ ຫວັງເປັັນຢ່າງຍິ່ງວ່າ ສາຍພົວພັນພິເສດລະຫວ່າງສອງປະເທດຫວຽດນາມ ແລະ ລາວ ຈະສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາ, ນັບມື້ນັບແໜ້ນແຟ້ນຍິ່ງຂື້ນ.

ຄະນະນັກສຶກສາລາວ ລົງຄົ້ນຄວ້າຕົວຈິງຢູ່ແຂວງ ຟູ໋ເຖາະ

ຜູ້ນຳພະແນກພົວພັນຕ່າງປະເທດແຂວງ ຝຸ໋ຖໍ້ໄດ້ມອບຂອງຂວັນໃຫ້ຄະນະວຽກງານ. (ພາບ: baophutho.vn)

ຕາງຫນ້າໃຫ້ຂອງຄະນະຜູ້ແທນ, ຮອງຫົວຫນ້າກົມຄຸ້ມຄອງບຳລຸງສ້າງ ສະຖາບັນການເມືອງການປົກຄອງແຫ່ງຊາດໂຮ່ຈິມິງ, ທ່ານ ຫງວຽນ ວັນ ເລີອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງການນໍາແຂວງ ມອບໃຫ້ແກ່ຄະນະຜູ້ແທນຄັ້ງນີ້. ການຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ໄດ້ຊ່ວຍໃຫ້ຄະນະນັກສຶກສາລາວ ໄດ້ຮຽນຮູ້ກ່ຽວກັບຄວາມສໍາພັນອັນເລິກເຊິ່ງ ແລະ ດີງາມ ຂອງຫວຽດນາມ ເວົ້າລວມ ແລະ ເວົ້າສະເພາະແຂວງ ຟູ໋ເຖາະ ກັບ ປະຊາຊົນລາວອ້າຍນ້ອງ.

ທ່ານ ຫງວຽນ ວັນ ເລີອງ ຫວັງເປັນຢ່າງຍິ່ງວ່າ ໃນອານາຄົດຈະສືບຕໍ່ໄດ້ຮັບການສະຫນັບສະຫນູນ ແລະ ຊ່ວຍເຫຼືອຈາກແຂວງ ຟູ໋ເຖາະ ແລະ ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີ໋ມິງ ເພື່ອສ້າງເງື່ອນໄຂໃຫ້ນັກຮຽນລາວໄດ້ຮັບການສຶກສາທີ່ດີທີ່ສຸດ.

(ຄຳຮຸ່ງ)

302 Found

Found

The document has moved here.