ປະຊາຊົນລາວ ເກືອບ 200 ຄົນ ໄດ້ຮັບການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ

08:43 | 29/05/2019

ຍສໝ - ໃນລະຫວ່າງວັນທີ 26-27 ພຶດສະພາ 2019, ປະຊາຊົນລາວ ເກືອບ 200 ຄົນ ຢູ່ ບ້ານໂຮມຈະເລີນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ສປປ ລາວ ໄດ້ຮັບການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ.

ປະຊາຊົນລາວ ເກືອບ 200 ຄົນ ໄດ້ຮັບການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ

ປະຊາຊົນຢູ່ເຂດຊາຍແດນລາວ ໄດ້ຮັບການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າ. (ພາບ:baonghean.vn)

ຄ້າຍທະຫານຊາຍແດນຕາມກີ່, ທະຫານຊາຍແດນແຂວງເງ້ອານ ໄດ້ສົມທົບ ກັບ ສູນການແພດເມືອງເຕືອງເຢືອງ ແລະ ຕາແສງຕາມເຮີ້ບ ຈັດຕັ້ງການຢ້ຽມຢາມ ແລະ ກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ ປະຊາຊົນລາວເກືອບ 200 ຄົນ ຢູ່ບ້ານໂຮມຈະເລີນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ສປປ ລາວ ມູນຄ່າກວ່າ 6 ລ້ານດົ່ງ. ນອກຈາກນັ້ນ, ປະຊາຊົນຍັງໄດ້ປະກອບບັນດາທັກສະກ່ຽວກັບການຕ້ານ ແລະ ສະກັດກັ້ນ ພະຍາດຕິດແປດຫຼາຍຊະນິດເປັນຕົ້ນຄື: ໄຂ້ເລືອດອອກ, ໄຂ້ຍຸງ ແລະ ອື່ນໆ ອີກດ້ວຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.