ລາວ-ໄທ ຮ່ວມສາຍຮູບເງົາແອນິເມຊັນ

14:34 | 31/05/2019

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ຮ່ວມກັບກະ ຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ ສາຍຮູບເງົາແອນິເມຊັນ "ຣາມມະກຽນ ຈາກຈິດຕະກຳ ຣອບພຣະຣະບຽງພຣະອຸໂບ ສົດວັດພຣະສີຣັດຕະນະສາດດາຣາມ ຕອນຣາມາວະຕາຣ" ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແລກປ່ຽນວັດທະນະທຳອາຊຽນ-ໄທ, ເມື່ອວັນທີ 29 ພຶດສະພາ ຜ່ານມານີ້ ທີ່ຫໍວັດ ທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.

ລາວ-ໄທ ຮ່ວມສາຍຮູບເງົາແອນິເມຊັນ

ລາວ-ໄທ ຮ່ວມສາຍຮູບເງົາແອນິເມຊັນ

ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວີຣະ ໂຣດພະຈົນຣັດ ລັດຖະມົນຕີວ່າການກະຊວງວັດທະນະທຳ ແຫ່ງຣາຊະນາອາຈັກໄທ ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳລາວ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ. ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະລາຊະທູດໄທປະຈຳລາວ ກ່າວວ່າ: ກະ ຊວງວັດທະນະທຳ ແຫ່ງ ຣາຊະອານາຈັກໄທ ສາຍຮູບເງົາແອນິເມຊັນ "ຣາມມະກຽນ ຈາກຈິດຕະກຳຣອບພຣະຣະບຽງພຣະອຸໂບສົດວັດພຣະສີຣັດຕະນະສາດດາຣາມ ຕອນຣາມາວະຕາຣ" ທີ່ກ່າວເຖິງການອາວະຕາຣຂອງພຣະນະລາຍເປັນພຣະລາມ ເພື່ອປາບທົດສະກັນຊຶ່ງເປັນສື່ນະວັດຕະກຳຮູບແບບໃໝ່ທີ່ໄດ້ນຳພາບຕົວລະຄອນຈາກຈິດຕະກຳຝາຜະ ໜັງຣອບລະບຽງວັດມາສ້າງ ສັນໃຫ້ເຄື່ອນໄຫວມີຊີວິດ ເພື່ອໃຫ້ຜູ້ຊົມສາມາດເຂົ້າໃຈເນື້ອຫາສາລະໄດ້ງ່າຍຂຶ້ນ, ມີຄວາມສະໜຸກສະໜານເພີດເພີນຢ່າງສອດຄ່ອງກັບຍຸກສະໄໝ ແລະ ເປັນການອະນຸລັກ ແລະ ພັດທະນາມໍລະດົກພູມປັນຍາ ຊຶ່ງເປັນຫົນທາງວັດທະນະທຳໃຫ້ມີຄຸນຄ່າຫຼາກຫຼາຍ ຍິ່ງໆຂຶ້ນ, ທ່ານກ່າວຕື່ມວ່າ: ໃນນາມລັດຖະບານ ແລະ ປະ ຊາຊົນຊາວໄທ ສະແດງຄວາມຂອບໃຈກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດເປັນເຈົ້າພາບຮ່ວມ ໃນການຈັດສາຍຮູບເງົາດັ່ງກ່າວ ແລະ ຫວັງເປັນຢ່າງຍິ່ງວ່າ ທຸກທ່ານທີ່ໄດ້ຊົມຮູບເງົາເລື່ອງນີ້ຈະໄດ້ສາລະຄວາມຮູ້ ແລະ ຄວາມສະໜຸກສະໜານ ແລະ ຄວາມເພີດເພີນເປັນຢ່າງດີ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.