|
ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ທີ່ພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີ໋ມິງ. (ພາບ:baonghean.vn)
ປະທານ ໂຮ່ຈີ໋ມິງ ໄດ້ພ້ອມກັບບັນດາການນໍາພັກ ແລະ ລັດ, ກອງທັບ ລາວ ຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອເອກະລາດ, ອິດສະຫຼະພາບຂອງສອງຊາດ, ເພື່ອສັນຕິພາບຂອງປະຊາຊົນໃນທົ່ວໂລກ. ເພິ່ນໄດ້ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ.
ທີ່ພິທີດັ່ງກ່າວ, ຄະນະປະຕິບັດງານໄດ້ສັນຍາປະຕິບັດຕາມຄຳສັ່ງສອນທີ່ສັກກະລະບູຊາຂອງປະທານ ໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ. ສອງພັກ, ສອງລັດ, ກອງທັບສອງປະເທດ ຍາມໃດກໍ່ສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ, ສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
(ໄຊພອນ)