ເມື່ອມໍ່ໆມານີ້, ຢູ່ທີ່ຫ້ອງວ່າການແຂວງເຊກອງ ໄດ້ຈັດກອງປະຊຸມ ສາມັນຄົບຄະນະ ບໍລິຫານງານ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ ທົ່ວປະເທດ ໂດຍການເປັນປະທານ ຂອງ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານກຳມະທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ສະຫາຍ ສົມດີ ບຸນຄຸ້ມ ຮອງຫົວໜ້າຄະນະ ພົວພັນຕ່າງປະເທດ ສູນກາງພັກ, ມີບັນດາ ສະຫາຍປະ ທານສະມາຄົມ ມິດຕະພາບ ລາວ-ຫວຽດນາມ ແລະ ພະແນກການ ຕ່າງປະເທດ ແລະ ບັນດາສະຫາຍກຳມະການ ສະມາຄົມ ມິດຕະພາບ ລາວ-ຫວຽດນາມຂັ້ນສູນກາງ ເຂົ້າຮ່ວມ.
ຕາດຫີນປາຝາ ແລະ ຕາດຄູ່ ເປັນສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ສວຍງາມ ສຳລັບຜູ້ທີ່ມັກ-ຮັກທຳມະຊາດ, ຮັກການຍ່າງຊົມປ່າ, ໄດ້ສໍາຜັດກັບອາກາດບໍລິສຸດ, ມີນ້ຳໃສໄຫລເຢັນດີ ທີ່ສໍາຄັນ ສາມາດລົງຫລີ້ນນ້ຳໄດ້ສະດວກສະບາຍ.
ຍສໝ - ໃນຕອນບ່າຍວັນທີ 7 ກໍລະກົດ, ຢູ່ກອງບັນຊາການປ້ອງກັນຊາຍແດນ ໄດ້ຈັດຕັ້ງກອງປະຊຸມວຽກງານ ກະກຽມ ເພື່ອປະຕິບັດໂຄງການແລກປ່ຽນມິດຕະພາບຫວຽດນາມປີ 2019 ຢູ່ແຂວງ ກວ໋າງ ຈິ້. ທ່ານພົນຈັດຕະວາ ໂດ໋ ແຢ່ງ ເວືອງ, ເລຂາຄະນະພັກ ທະຫານປ້ອງກັນຊາຍແດນ ເປັນກຳກັບບັນຊາກອງປະຊຸມ.
ປັດຈຸບັນ ວຽກງານອາຊີວະສຶກສາກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມນັບມື້ນັບຫຼາຍຂຶ້ນ ຈາກຕົວເລກການເຂົ້າສຶກສາຮ່ຳຮຽນຂອງບັນດານັກຮຽນ ເຂົ້າຮຽນສາຍວິຊາຊີບມີທ່າອຽງດີຂຶ້ນຖ້າທຽບກັບເມື່ອກ່ອນ ແລະ ນັກຮຽນທີ່ຮຽນຈົບສາຍສາມັນຈຳນວນຫຼາຍກໍສະໝັກເຂົ້າຮຽນສາຍວິຊາຊີບ ບວກກັບ ພັກ-ລັດຖະບານ ໃຫ້ການສົ່ງເສີ່ມການສ້າງວຽກເຮັດງານທຳ ເຮັດໃຫ້ວຽກງານຂະແໜງດັ່ງກ່າວໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ເພື່ອເນັ້ນໃສ່ພັດທະນາທັກສະຂອງນັກຂ່າວ ໃນການເຮັດວຽກງານຂ່າວໂດຍນຳໃຊ້ສື່ແບບໃໝ່ ກໍຄື ສື່ອອນລາຍ ໂດຍການຮ່ວມມືລະຫວ່າງສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວວິທະຍຸ ແລະ ໂທລະພາບແຂວງເພັດສະບູນປະເທດໄທ ໄດ້ຈັດຊຸດອົບຮົມພາຍໃຕ້ຫົວຂໍ້ “ທັກສະການຜະລິດລາຍການວິທະຍຸ-ໂທລະພາບອອນລາຍ” ໃນອາທິດຜ່ານມາ, ທີ່ວິທະຍຸກະຈາຍສຽງແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ສີພາ ນົງລາດ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວ ມີ ວິທະຍາກອນ ຈາກສະມາຄົມນັກຂ່າວວິທະຍຸ ແລະ ໂທລະພາບ ແຂວງເພັດສະບູນ ພ້ອມດ້ວຍນັກຂ່າວ 45 ຄົນ ຈາກຫຼາຍສຳນັກໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງພາກສ່ວນກ່ຽວຂ້ອງ.
5 ເດືອນຕົ້ນປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 942,66 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 389,78 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 553,38 ລ້ານໂດລາສະຫະລັດ ເຊິ່ງລາວຍັງຂາດຂາດດຸນການຄ້າກັບຕ່າງປະເທດປະມານ 164,09 ລ້ານໂດລາສະຫາລັດ.
ຍສໝ - ຕອນບ່າຍວັນທີ 5 ກໍລະກົດ, ຄະນະປະຕິບັດງານ ກົມການແຂ່ງຂັນ - ຍ້ອງຍໍ ສປປ ລາວ ໂດຍ ທ່ານ ເດຍ ລໍ ເຈຍວາ - ຫົວຫນ້າກົມ ກົມການແຂ່ງຂັນ - ຍ້ອງຍໍ ເປັນຫົວໜ້າຄະນະ ໄດ້ມີການພົບປະແລກປ່ຽນ ແລະ ສຶກສາ ປະສົບການ ກັບ ແຂວງຮ່າຕີ໋ງ .
ຍສໝ - ທ້າຍອາທິດທີ່ຜ່ານມາ, ທີ່ ຫ້ອງຮັບແຂກສະພາແຫ່ງຊາດຫວຽດນາມ, ພົນເອກ ໂດ໋ ບ໋າ ຕິ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ມີພິທີຕ້ອນຮັບ ທ່ານ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນ ຄົ້ນຄວ້າກົດໝາຍສະພາແຫ່ງຊາດ ສປປ ລາວ ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ປະເທດຫວຽດນາມ.
ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ ທີ່ ສຳນັກງານຫ້ອງວ່າການສະພາແຫ່ງຊາດ, ຜູ້ແທນຄະນະປະຕິບັດງານ ໄດ້ມີການພົບປະເຮັດວຽກກັບ ຄະນະຜູ້ແທນສະຖາບັນຄົ້ນຄວ້າກົດຫມາຍ ສະພາແຫ່ງຊາດ ສປປ ລາວ, ໂດຍ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດ ເປັນຫົວໜ້າຄະນະ. ທ່ານ ເຈິ່ນ ວັນ ຕຸ໋ຍ ຫົວໜ້າຄະນະປະຕິບັດງານຫວຽດນາມ ໄດ້ເປັນປະທານໃນການພົບປະ ແລະ ເຮັດວຽກຄັ້ງນີ້.
ຍສໝ - ໃນຕອນເຊົ້າ ວັນທີ 4 ກໍລະກົດ, ທ່ານຫົວໜ້າກົມການຂ່າວລາວ - ບົວແກ້ວ ພູມວົງໄຊ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ນຳທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນ ກວກ ຢຸ້ງ.
ການຈັດຕັ້ງປະຕິບັດໃນລະດັບການນໍາສູງສຸດ ແມ່ນເຮັດໄດ້ສຳເລັດ, ແຕ່ໃນລະດັບຮອງລົງມາແມ່ນໄດ້ປະກອບລົດຈໍານວນໜຶ່ງໃຫ້, ແຕ່ຍັງບໍ່ທັນສໍາເລັດເທື່ອ. ສ່ວນການຈັດຕັ້ງປະຕິບັດດໍາລັດສະບັບນີ້ກັບບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ.
ໃນບັນດາມື້ຕົ້ນຂອງເດືອນກໍລະກົດ, ຊາວໜຸ່ມພາສີ ແຂວງກວ໋າງຈິ ຫາກໍ່ເຂົ້າຮ່ວມພ້ອມກັບຄະນະຊາວໜຸ່ມແຂວງກວ໋າງຈິ ໃນ “ລາຍການຊາວໜຸ່ມອາສາສະໝັກສາກົນຢູ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ, ສປປ ລາວ”.
ຍສໝ - ສູ້ຊົນນໍາວົງເງິນສົ່ງອອກລະຫວ່າງຫວຽດນາມ ແລະລາວ ໃຫ້ບັນລຸໄດ້ລະດັບເຕີບໂຕ 10% ໃນປີ 2019.
ຍສໝ - ໃນວັນທີ 2 ແລະ 3 ກໍລະກົດ, ຄະນະກໍາມະການຍຸຕິທໍາ ແຂວງ ເຫງ້ ອ່ານ, ທະຫານປ້ອງກັນຊາຍແດນ ແຂວງ ເຫງະ ອານ, ພະນັກງານຕໍາຫຼວດແຂວງເຫງະ ອານ ໄດ້ປະສານສົມທົບ ກັບ ອົງການປົກຄອງທ້ອງຖິ່ນ ເມືອງ ເກ໋ວຝ່ອງ ແລະ ເຕື່ອງເຢື່ອງ ຈັດຕັ້ງປະຕິບັດການມອບຂໍ້ຕົກລົງ ຮັບສັນຊາດຫວຽດນາມ ໃຫ້ແກ່ປະຊາຊົນລາວ ຈຳນວນ 38 ຄົນ ທີ່ແຕ່ງງານກັນບໍ່ມີໃບສົມລົດ.
ລັດຖະບານ ລາວ ຈະສືບຕໍ່ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື (GDP) ປີ 2020 ເຕີບໂຕສະເລ່ຍ 6,7-7% ໃນທ່າມກາງທີ່ສະພາບພາຍໃນເສດຖະກິດມະຫາພາກອາດຈະຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ຍັງອ່ອນໄຫວ.
ຍສໝ - ເມື່ອມໍ່ໆມານີ້, ທີ່ ຮ່າໂນ້ຍ, ສະຖາບັນການປົກຄອງແຫ່ງຊາດຫວຽດນາມ ໄດ້ຈັດພິທີໄຂຊຸດຝຶກອົບຮົມ, ຍົກສູງຄວາມສາມາດເສນາທິການ, ການປະສານສົມທົບ ແລະ ການນຳໃຊ້ ໃຫ້ແກ່ພະນັກງານລັດຖະບານລາວ.
ຍສໝ -ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຫາກໍ່ປະກາດຮັບສະໝັກນັກສຶກສາໄປຮຽນຢູ່ປະເທດລາວ ຕາມສັນຍາປີ 2019 ດ້ວຍທຶນສຶກສາ 60 ທຶນ.
ຍສໝ - ໃນວັນທີ 2 ກໍລະກົດ, ຄ້າຍທະຫານ-ທະຫານຊາຍແດນ ເຮືອງຟຸ່ງ, ທະຫານຊາຍແດນ ແຂວງກວ້າງຈິ ໄດ້ຈັດຕັ້ງການດຳເນີນ ການກວດກາລາດຕະເວນສອງຝ່າຍກັບ ກອງຮ້ອຍ 312, ກອງບັນຊາການ ທະຫານ ແຂວງສະຫວັນນະເຂດ, ສປປ ລາວ.
ໃນວັນທີ 2 ກໍລະກົດ 2019 ຢູ່ນະຄອນຫລວງວຽງຈັນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານສະເຫລີມສະຫລອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນ (MSME) ເພື່ອເຕົ້າໂຮມຄວາມສາມັກຄີ ຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນ ເຂົ້າໃນການຊຸກຍູ້ສົ່ງເສີມ MSME ຂອງ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ໂດຍການຫັນດີຈິຕອນ ຫລື ເຕັກໂນໂລຊີ ທີ່ທັນສະ ໄໝ ເຂົ້າໃນການບໍລິຫານ, ການຜະລິດ, ແລະ ການຕະຫລາດ ໃຫ້ຫລາຍຂຶ້ນ.
ຍສໝ - ໃນວັນທີ 2 ເດືອນກໍລະກົດ, ຢູ່ສໍານັກງານໃຫຍ່ຂອງກະຊວງ, ທ່ານ ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິ໋ງ ເຕີນ ໄດ້ໃຫ້ການຕ້ອນຮັບ ທ່ານ ເຢລໍ່ ເຈຍວາ ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ, ກະຊວງພາຍໃນ ປະເທດລາວ.