ຄະນະຊາວໜຸ່ມພາສີ ແຂວງກວ໋າງຈິ ເຂົ້າຮ່ວມລາຍການອາສາສະໝັກຢູ່ ລາວ

10:32 | 05/07/2019

ໃນບັນດາມື້ຕົ້ນຂອງເດືອນກໍລະກົດ, ຊາວໜຸ່ມພາສີ ແຂວງກວ໋າງຈິ ຫາກໍ່ເຂົ້າຮ່ວມພ້ອມກັບຄະນະຊາວໜຸ່ມແຂວງກວ໋າງຈິ ໃນ “ລາຍການຊາວໜຸ່ມອາສາສະໝັກສາກົນຢູ່ເມືອງທ່າປາງທອງ, ແຂວງສະຫວັນນະເຂດ, ສປປ ລາວ”.

ໃນລາຍການອາສາສະໝັກຄັ້ງນີ້, ຊາວໜຸ່ມພາສີແຂວງກວ໋າງຈິ ເຂົ້າຮ່ວມການກວດພະຍາດ ແລະ ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນດຳລົງຊີວິດຢູ່ 17 ໝູ່ບ້ານຂອງເມືອງທ່າປາງທອງ ປະມານ 3.200 ຄົນ.

ຄະນະຊາວໜຸ່ມພາສີ ແຂວງກວ໋າງຈິ ເຂົ້າຮ່ວມລາຍການອາສາສະໝັກຢູ່ ລາວ

ຄະນະຊາວໜຸ່ມພາສີ ແຂວງກວ໋າງຈິ ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ລາວ. (ພາບ: haiquanonline)

ຢູ່ທີ່ນີ້, ບັນດາສະມາຊິກຊາວໜຸ່ມໄດ້ຈັດຕັ້ງການມອບຂອງຂວັນ, ລວມມີເຂົ້າສານ, ເກືອ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງທ່າປາງທອງ, ດ້ວຍຍອດມູນຄ່າກວ່າ 200 ລ້ານດົ່ງ. ຄຽງຂ້າງການເຄື່ອນໄຫວອາສາສະໝັກຕ່າງໆ, ຄະນະຊາວໜຸ່ມຍັງໄດ້ເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ ກັບຄະນະຊາວໜຸ່ມເມືອງທ່າປາງທອງ.

ຄະນະຊາວໜຸ່ມພາສີ ແຂວງກວ໋າງຈິ ເຂົ້າຮ່ວມລາຍການອາສາສະໝັກຢູ່ ລາວ

ການມອບຂອງຂວັນໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງທ່າປາງທອງ. (ພາບ: haiquanonline)

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອໃຫ້ຊາວໜຸ່ມພາສີ ແຂວງກວ໋າງຈິ ປະກອບກຳລັງເຫື່ອແຮງຂອງຕົນເຂົ້າໃນການເພີ່ມພູນຄູນສ້າງນໍ້າໃຈມິດຕະພາບຊາຍແດນ ຫວຽດນາມ-ລາວ, ສ້າງກາລະໂອກາດເພື່ອໃຫ້ສະມາຊິກຊາວໜຸ່ມມີໂອກາດພົບປະແລກປ່ຽນ, ເຂົ້າຮ່ວມການຄົ້ນຫາຕົວຈິງບັນດາຈຸດວັດທະນະທໍາທີ່ດີງາມຂອງປະເທດເພື່ອນມິດ ແລະຮັດແໜ້ນນໍ້າໃຈສາມັກຄີອັນດີງາມລະຫວ່າງສອງປະເທດ.

ບາງຮູບພາບການເຄື່ອນໄຫວອາສາສະໝັກຂອງສະມາຊິກຊາວໜຸ່ມຢູ່ລາວ ໃນລະຫວ່າງວັນທີ 25-30 ມິຖຸນາ 2019.

(ຄຳຮຸ່ງ)

302 Found

Found

The document has moved here.