ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຕ້ອນຮັບ ຄະນະພະນັກງານຂັ້ນສູງ ກົມແຂ່ງຂັນ ແລະ ຍ້ອງຍໍ, ກະຊວງພາຍໃນລາວ

09:38 | 04/07/2019

ຍສໝ - ໃນວັນທີ 2 ເດືອນກໍລະກົດ, ຢູ່ສໍານັກງານໃຫຍ່ຂອງກະຊວງ, ທ່ານ ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິ໋ງ ເຕີນ ໄດ້ໃຫ້ການຕ້ອນຮັບ ທ່ານ ເຢລໍ່ ເຈຍວາ ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ, ກະຊວງພາຍໃນ ປະເທດລາວ.

ເຂົ້າຮ່ວມພິທີຕ້ອນຮັບມີ ຮອງຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍສູນກາງ ທ່ານ ຝ້າມ ຮຸ່ຍ ຢ່າງ, ຫົວໜ້າກົມຮ່ວມມືສາກົນ ທ່ານ ເຈີນ ເລີວ ຈູ່ງ. ສ່ວນຝ່າຍປະເທດລາວ ມີ ຜູ້ຮອງຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ທ່ານ ອອນສີ ພູທະວົງ ແລະ ຄະນະພະນັກງານຂັ້ນສູງຂອງກົມ.

ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຕ້ອນຮັບ ຄະນະພະນັກງານຂັ້ນສູງ ກົມແຂ່ງຂັນ ແລະ ຍ້ອງຍໍ, ກະຊວງພາຍໃນລາວ

ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ທ່ານ ເລ ວິ໋ງ ເຕີນ ມີການຕ້ອນຮັບ ທ່ານ Dialo Chiava ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ປະເທດລາວ. (ພາບ: moha.gov.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິ໋ງ ເຕີນ ໄດ້ສະແດງຄວາມດີໃຈ ແລະ ຊົມເຊີຍ ທີ່ຄະນະຜູ້ແທນຂັ້ນສູງກົມການແຂ່ງຂັນ ແລະ ຍ້ອງຍໍ ສປປລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ພ້ອມກັນນັ້ນ ກໍ່ນໍາສະເຫນີເຖິງຜົນການຈັດຕັ້ງປະຕິບັດວຽກງານກະຊວງພາຍໃນຫວຽດນາມໃນໄລຍະ 6 ເດືອນທໍາອິດ ປີ 2019.

ທ່ານ ເລ ວິ໋ງ ເຕີນ ຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມື ລະຫວ່າງ ກະຊວງພາຍໃນສອງປະເທດ ຫວຽດນາມ ແລະ ລາວ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນສາຍພົວພັນອັນໃກ້ຊິດຕິດແທດ ລະຫວ່າງ ຫນ່ວຍງານຕ່າງໆຂອງກະຊວງພາຍໃນ ສອງປະເທດ ໃນຊຸມປີທີ່ຜ່ານມາ, ສະແດງໃຫ້ເຫັນຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ເວົ້າລວມ, ລະຫວ່າງກະຊວງພາຍໃນຂອງຫວຽດນາມ ແລະ ກະຊວງພາຍໃນຂອງລາວເວົ້າສະເພາະ, ເຊິ່ງເຊື່ອມຕໍ່ ແລະ ພັດທະນານັບມື້ນັບດີຂຶ້ນ.

ລັດຖະມົນຕີກະຊວງພາຍໃນ ຫວຽດນາມ ຕ້ອນຮັບ ຄະນະພະນັກງານຂັ້ນສູງ ກົມແຂ່ງຂັນ ແລະ ຍ້ອງຍໍ, ກະຊວງພາຍໃນລາວ

ທ່ານ ເລ ວິ໋ງ ເຕີນ ໄດ້ຮັບຂອງຂວັນຈາກຄະນະພະນັກງານຂັ້ນສູງຂອງກົມແຂ່ງຂັນ ແລະ ຍ້ອງຍໍ, ກະຊວງພາຍໃນ ປະເທດລາວ. (ພາບ: moha.gov.vn)

ຕາງໜ້າຄະນະພະນັກງານຂັ້ນສູງ ກົມແຂ່ງຂັນ ແລະ ຍ້ອງຍໍ ປະເທດລາວ, ຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ ທ່ານ ເຢລໍ່ ເຈຍວາ ສະແດງຄຳຂອບໃຈ ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິ໋ງ ເຕີນ ທີ່ສະຫຼະເວລາໃຫ້ການຕ້ອນຮັບຄະນະຜູ້ແທນປະເທດລາວ ແລະ ນ້ຳໃຈຂອງບັນດາຫົວໜ້າຫນ່ວຍງານ ຂອງກະຊວງພາຍໃນຫວຽດນາມ ທີ່ມອບໃຫ້ແກ່ຄະນະຜູ້ແທນພະນັກງານຂອງກົມແຂ່ງຂັນ ແລະ ຍ້ອງຍໍ ປະເທດລາວໃນຄັ້ງນີ້.

ທ່ານ ເຢລໍ່ ເຈຍວາ ຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ສົ່ງເສີມການຮ່ວມມືລະຫວ່າງ ກະຊວງພາຍໃນ ສອງປະເທດ ຫວຽດນາມ ແລະ ລາວ ໃ້ຫມີຄວາມຫມັ້ນຄົງທະນົງແກ່ນ ນັບມື້ນັບມີຄວາມໄກ້ສິດ ແລະ ແໜ້ນແຟ້ນຍິ່ງໆຂື້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.