![]() |
ລາວ-ໄທ ແລກປ່ຽນປະສົບການ ໃນການຜະລິດຂ່າວໃສ່ສື່ອອນລາຍ. (ພາບ: vientianemai.net)
ທ່ານ ສີພາ ນົງລາດ ກ່າວວ່າ: ການປະຕິບັດວຽກງານສື່ມວນຊົນຢູ່ປະເທດເຮົາໃນໄລຍະຜ່ານມາ ເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກ ທ້າທາຍ ແລະ ທົດສອບຫຼາຍປະການ ແຕ່ພັກ ແລະ ລັດເຮົາ ກໍມີຄວາມຮັບຮູ້ດີເຖິງຄວາມສຳຄັນຂອງວຽກງານເຕັກໂນໂລຊີແຫ່ງການສື່ສານ ແລະ ຂໍ້ມູນຂ່າວສານທີ່ມີຄວາມຈຳເປັນອັນຮີບດ່ວນ ໃນການພັດທະນາບຸຄະລາກອນໃນຂົງເຂດດັ່ງກ່າວ ໃຫ້ກ້າວໜ້າທັນກັບຍຸກສະໄໝ ແລະ ຄວາມຕ້ອງການຂອງສັງຄົມໃນປັດຈຸບັນ ສຳລັບຊຸດອົບຮົມໃນຄັ້ງນີ້ ກໍແມ່ນມີເປົ້າໝາຍເພື່ອເນັ້ນໃສ່ພັດທະນາທັກສະຂອງນັກຂ່າວໃນການເຮັດໜ້າທີ່ວິຊາສະເພາະຂອງຕົນ ໂດຍນຳໃຊ້ສື່ແບບໃໝ່ ຫຼື ພາສາອັງກິດເອີ້ນວ່າ “mobile journalism” ຫຼື ເອີ້ນຫຍໍ້ວ່າ “mojo” ນັ້ນເອງ ບັນດານັກຂ່າວ “mojo” ທີ່ວ່ານີ້ ແມ່ນນຳໃຊ້ໂທລະສັບມືຖື ເພື່ອເກັບກຳຂໍ້ມູນຂ່າວສານ ແລະ ລາຍງານຂ່າວໂດຍມີທັງພາບນິ້ງ ພາບວີດີໂອ ແລະ ສຽງໄປພ້ອມກັນໃນເວລາດຽວກັນ.
ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ໄດ້ກ່າວວ່າ: ສະມາຄົມນັກຂ່າວແຫ່ງ ສປປ ລາວ ມະຫາວິທະຍາໄລການພະລະສຶກສາວິທະຍາເຂດເພັດສະບູນ ແລະ ສະມາຄົມນັກຂ່າວວິທະຍຸ ແລະ ໂທລະພາບ ແຂວງເພັດສະບູນ ປະເທດໄທ ມີການພົວພັນຮ່ວມມືລະຫວ່າງກັນມາແຕ່ດົນນານ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືດ້ານວິຊາການ ເພື່ອພັດທະນາບຸຄະລາກອນຮ່ວມກັນຕັ້ງແຕ່ປີ 2015 ເປັນຕົ້ນມາ.
(ແຫຼ່ງຂໍ້ມູນ: vientianemai.net)