ລັດຖະບານລາວ ກຽມສ້າງສະຖາບັນການສຶກສາວິທະຍາໄລການລົດໄຟ

10:14 | 08/07/2019

ປັດ­ຈຸ­ບັນ ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຈາກ​ສັງ­ຄົມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຈາກ​ຕົວ​ເລກ​ການ​ເຂົ້າ​ສຶກ​ສາ​ຮ່ຳ­ຮຽນ​ຂອງ​ບັນ­ດາ​ນັກ­ຮຽນ ເຂົ້າ​ຮຽນ​ສາຍ​ວິ­ຊາ​ຊີບ​ມີ​ທ່າ​ອຽງ​ດີ​ຂຶ້ນ​ຖ້າ​ທຽບ​ກັບ​ເມື່ອ​ກ່ອນ ແລະ ນັກ­ຮຽນ​ທີ່​ຮຽນ​ຈົບ​ສາຍ​ສາ­ມັນ​ຈຳ­ນວນ​ຫຼາຍ​ກໍ​ສະ­ໝັກ​ເຂົ້າ​ຮຽນ​ສາຍ​ວິ­ຊາ​ຊີບ ບວກ​ກັບ ພັກ-ລັດ­ຖະ­ບານ ໃຫ້­ການ​ສົ່ງ​ເສີ່ມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ເຮັດ​ໃຫ້​ວຽກ​ງານ​ຂະ­ແໜງ​ດັ່ງ­ກ່າວ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

ລັດຖະບານລາວ ກຽມສ້າງສະຖາບັນການສຶກສາວິທະຍາໄລການລົດໄຟ

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກຳລັງເດີນໜ້າຕາມລຳດັບ.

ທ່ານ ກອງ​ສີ ແສງ​ມະ­ນີ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ໃຫ້​ສຳ­ພາດ ວັນ​ທີ 3 ກໍ­ລະ­ກົດ 2019 ວ່າ: ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ​ເປັນ​ວຽກ​ງານ​ໜຶ່ງ​ທີ່​ພັກລັດ­ຖະ­ບານ ໄດ້​ເອົາ­ໃຈ­ໃສ່​ມາ​ໂດຍ​ຕະ­ຫຼອດ ໃນ​ການ​ຍົກ​ລະ­ດັບ​ວິ­ຊາ​ຊີບ​ໃນ​ລະ­ດັບ​ຕົ້ນ ກາງ ສູງ ໃນ​ການ​ສ້າງ​ນາຍ​ຊ່າງ​ກຳ­ມະ­ກອນ​ສີ­ມື​ທີ່​ມີ​ເຕັກ­ນິກ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດ ນັບ​ແຕ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ພັກ​ເປັນ­ຕົ້ນ​ມາ (2005-2010) ໄດ້​ເອົາ­ໃຈ­ໃສ່​ເປັນ​ພິ­ເສດ​ໃນ​ການ​ກໍ່­ສ້າງ​ນັກ­ວິ­ຊາ­ການ​ໃນ​ລະ­ດັບ​ຕົ້ນ ສ້າງ​ຄົນ​ໃຫ້​ເປັນ​ລັກ​ຊະ­ນະ​ຮູບ​ທາດ ສ້າງ​ນາຍ​ຊ່າງ​ສີ­ມື​ເປັນ​ຜູ້​ຜະ­ລິດ ເຊິ່ງ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ທຶນ­ຮອນ​ຈາກ​ລັດ ແລະ ບັນ­ດາ​ປະ­ເທດ​ຄູ່​ຮ່ວມ​ພັດ­ທະ­ນາ ເລີ່ມ​ແຕ່​ປີ 2003 ພວກ​ເຮົາ​ໄດ້​ຕັ້ງ​ເປົ້າ​ໃນ​ທົ່ວ​ປະ­ເທດ​ຕ້ອງ​ມີ​ໂຮງ­ຮຽນ​ວິ­ຊາ​ຊີບ​ໝົດ​ທຸກ​ແຂວງ ແລະ ເປົ້າ​ໝາຍ​ນີ້​ໄດ້​ສຳ­ເລັດ ໃນ​ປີ 2008-2009 ມີ​ການ​ຂະ­ຫຍາຍ​ໂຮງ­ຮຽນ​ອາ­ຊີ­ວະ​ສຶກ​ສາ​ໃນ​ທົ່ວ​ປະ­ເທດ ໃນ​ນັ້ນ ມີ​ການ​ຊ່ວຍ­ເຫຼືອ​ຈາກ​ປະ­ເທດ​ເພື່ອນ​ມິດ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ສະ​ຖາ​ບັນ​ທະ­ນາ­ຄານ ຫຼັກໆ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ລັດ­ຖະບານ​ເຢຍ​ລະ​ມັນ ໃນ​ເປົ້າ​ໝາຍ​ການ​ສ້າງ​ນາຍ​ຊ່າງ​ກຳ­ມະ­ກອນ​ໃນ​ອາ­ຊີບ​ຕ່າງໆ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ແຕ່​ລະ​ທ້ອງ­ຖິ່ນ.

ໂຄງການລົດໄຟ ລາວ – ຈີນ ໄດ້ວາງສິລາເລິກ ແລະ ເລີ່ມກໍ່ສ້າງ ໂຄງການໃນວັນທີ 2 ທັນວາ 2015 ເຊິ່ງເປັນຜົນງານອັນຍິ່ງໃຫຍ່ຂອງລັດຖະບານ, ໂດຍປະຕິບັດຕາມບົດຮຽນຂອງສາກົນ ທີ່ລະບຸໄວ້ໃນສັນຍາສອງຝ່າຍ ລາວ-ຈີນ.ໂຄງການລົດໄຟ ລາວ – ຈີນ ແມ່ນ ຄວາມຫວັງສຳຄັນທາງດ້ານເສດຖະກິດ, ການຂົນສົ່ງ, ການທ່ອງທ່ຽວຂອງ ສປປ ລາວ ທີ່ຈະສາມາດເຊື່ອມຈອດກັບປະເທດທີ່ມີຊາຍແດນຕິດຈອດກັບທະເລ ເຊັ່ນ: ທາງລົດໄຟປະເທດໄທ, ມາເລເຊຍ ແລະ ປະເທດອື່ນໆ ຄາດກັນວ່າໂຄງການດັ່ງກ່າວຈະຊ່ວຍຍົກລະດັບ GDP ຂອງລາວໃຫ້ເຕີບໂຕ ແລະ ເຮັດໃຫ້ຄວາມບອບບາງຂອງເສດຖະກິດລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນ.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ລັດຖະບານລາວ ຖືຫຸ້ນ 30% ແລະ ລັດຖະບານຈີນ 70% ມີຄວາມຍາວທັງໝົດ 409 ກິໂລແມັດ ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ເຊິ່ງມີເສັ້ນທາງຕັດຜ່ານ 4 ແຂວງ ແລະ 1 ນະຄອນຫຼວງ ໂດຍນັບຈາກແຂວງຫຼວງນ້ຳທາ ມີຄວາມຍາວປະມານລົດໄຟຕັດຜ່ານ 16,9 ກິໂລແມັດ ສຳເລັດການໄກ່ເກ່ຍ ແລະ ດຳເນີນການກໍ່ສ້າງແລ້ວ 97,04%, ອຸດົມໄຊ 126,6 ກິໂລແມັດ ຄືບໜ້າເທົ່າກັບ 99,3%, ຫຼວງພະບາງ 80 ກິໂລແມັດ ຄືບໜ້າ 95,3%, ແຂວງວຽງຈັນ 145 ກິໂລແມັດ ຄືບໜ້າ 95,5% ແລະ ນະຄອນຫຼວງວຽງຈັນ 40 ກິໂລແມັດ ສໍາເລັດການໄກ່ເກ່ຍແລ້ວ 74% ສ່ວນທີ່ເຫຼືອແມ່ນພື້ນທີ່ປຸກສ້າງ.

ເພື່ອ​ຮອງ​ຮັບ​ດ້ານ​ບຸ​ຄະ­ລາ​ກອນ​ໃຫ້​ແກ່​ໂຄງ­ການ​ທາງ​ລົດ­ໄຟ ລາວ-ຈີນ ກະ­ຊວງ​ກຳ­ລັງ​ຈະ​ສ້າງ​ວິ­ທະ­ຍາ­ໄລ​ການ​ລົດ­ໄຟ ທີ່​ເປັນ​ການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ຈີນ ປັດ­ຈຸ­ບັນ ກຳ­ລັງ​ສົ່ງ​ຄູ​ໄປ​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ຊ່າງ​ໄຟ­ຟ້າ ສັນ­ຍານ ສ້ອມ­ແປງ​ກົນ​ຈັກ​ພາກ​ບໍ­ລິ­ການ​ພາຍ​ໃນການ​ບໍ­ລິ­ການ​ພາຍ​ນອກ ແລະ ບັນ­ຊາ​ລົດ­ໄຟ (ຂັບ​ລົດ­ໄຟ) ເຊິ່ງ​ສາ­ມາດ​ຮັບ​ນັກ­ຮຽນ​ເຂົ້າ​ຮຽນ​ໄລ­ຍະ 3 ປີ ຈຳ­ນວນ 1.000 ຄົນ ຈະ​ຮັບ​ເຂົ້າ​ຮຽນ​ປີ​ລະ 300 ຄົນ ໃຊ້​ໄລ­ຍະ​ເວ­ລາ​ໃນ​ການ​ຮຽນ 3 ປີ ຈົບ​ຫຼັກ­ສູດ ເປັນ​ອີກ​ວິ­ຊາ​ຊີບ​ໃໝ່​ທີ່​ຈະ​ມີ​ຂຶ້ນ​ໃນ​ເວລາ​ອັນ​ໃກ້​ນີ້ ດັ່ງ­ນັ້ນ ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ປົກ­ຄອງ​ຈົ່ງ​ຊ່ວຍ​ຊຸກ­ຍູ້​ລູກ​ຫຼານ​ຂອງ​ຕົນ ຫັນ​ມາ​ສົນ­ໃຈ​ເຂົ້າ​ຮຽນ​ອາ­ຊີ­ວະ​ສຶກ​ສາ​ໃຫ້​ຫຼາຍ​ຂຶ້ນ ເພາະ​ເປັນ​ວິ­ຊາ​ຮຽນ​ທີ່​ຮຽນ​ຈົບ​ແລ້ວ​ຈະ​ມີ​ໂອ­ກາດ ມີ​ວິ­ຊາ​ອາ­ຊີບ ເຊິ່ງ​ສ່ວນ​ໃຫຍ່​ໃນ​ປັດ­ຈຸ­ບັນ​ນັກ­ຮຽນ​ມັກ​ແລ່ນ​ຕາມ​ກະ­ແສ​ສັງ­ຄົມ​ຫຼາຍ​ກວ່າ ເພື່ອ​ຮຽນ​ປະ­ກອບ​ອາ­ຊີບ​ຕໍ່​ກັບ​ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ ເປັນ​ວຽກ​ງານ​ພື້ນ­ຖານ​ຈຳ­ເປັນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ເພາະ­ສະ­ນັ້ນທຸກ​ພາກ­ສ່ວນ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການ​ຊຸກ­ຍູ້​ວຽກ​ງານ​ດັ່ງ­ກ່າວ ເພື່ອ​ໃຫ້​ໄດ້​ຮັບ​ການ​ພັດ­ທະນາ ໄປ​ພ້ອມ​ກັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ລາວ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.