ລາວ: ຈະສູ້ຊົນເຮັດໃຫ້ GDP ປີ 2020 ເຕີບໂຕສະເລ່ຍ 6,7-7%

08:26 | 05/07/2019

ລັດຖະບານ ລາວ ຈະສືບຕໍ່ສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື (GDP) ປີ 2020 ເຕີບໂຕສະເລ່ຍ 6,7-7% ໃນທ່າມກາງທີ່ສະພາບພາຍໃນເສດຖະກິດມະຫາພາກອາດຈະຍັງສືບຕໍ່ພົບຄວາມຫຍຸ້ງຍາກ ແລະ ຍັງອ່ອນໄຫວ.

ລາວ: ຈະສູ້ຊົນເຮັດໃຫ້ GDP ປີ 2020 ເຕີບໂຕສະເລ່ຍ 6,7-7%

ພາບປະກອບ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໃນວັນທີ 26 ມິຖຸນາ 2019 ຜ່ານມານີ້ວ່າ: ປີ 2020 ແມ່ນມີຄວາມ ສຳຄັນຫລາຍເພາະເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020), ຊຶ່ງການປະຕິບັດ ແຜນໃນໄລຍະ 4 ປີ ຜ່ານມາແມ່ນຍັງຫລຸດ ແຜນການ 0,5%, ໂດຍ GDP ປີ 2016 ເຕີບໂຕ 7%, ປີ 2017 ຫລຸດລົງມາຢູ່ 6,9%, ປີ 2018 ເຕີບໂຕພຽງ 6,3% ແລະ ປີ 2019 ຄາດຄະເນ 6,5-6,7%.

ເພື່ອສູ້ຊົນໃຫ້ໄດ້ຕາມແຜນ 5 ປີ ເຫັນວ່າແຜນປີ 2020 ເປັນແຜນທີ່ຈະຕ້ອງໄດ້ບຸກບືນສູຊົນ ຫລື ບຸກທະລຸກ ແລະ ຕ້ອງມີການລິເລີ່ມຫັນປ່ຽນໂຄງປະກອບເສດຖະກິດ ຈຶ່ງຈະໄປເຖິງເປົ້າໝາຍໄດ້, ໃນນັ້ນຈິດໃຈຕົ້ນຕໍແມ່ນ ຮັກສາສະຖຽນ ລະພາບ ທາງດ້ານການເມືອງ, ຮັບປະກັນໄດ້ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ສັງຄົມ ມີຄວາມປອດໄພ, ເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍໂຕ ດ້ວຍຈັງຫວະ ທີ່ໝັ່ນທ່ຽງ, ມີຄຸນນະພາບສູງ ແລະ ເຂັ້ມແຂງເທື່ອງລະກ້າວ, ຮັບປະກັນ ສະຖຽນລະພາບ ດ້ານເສດຖະກິດ ມະຫາພາກ, ຮັບປະກັນການ ພັດທະນາ ທີ່ສົມດຸນ ທາງດ້ານ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ພ້ອມຍົກສູງ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ແກ້ໄຂກົນໄກລະບຽບການທີ່ອຸດຕັນການສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ຫລຸດລົງ.

ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມວ່າ: ສຳລັບ 2020 ການເຕີບໂຕຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວ 2,9% ຍ້ອນພື້ນຖານໂຄງລ່າງດ້ານກະສິກໍາທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ ໃນຊຸມປີຜ່ານມາ ໄດ້ຮັບການ ພື້ນຟູສຳເລັດ, ໃນຂະນະຂະແໜງ ອຸດສາຫະກຳ ຄາດວ່າ ຈະຂະຫຍາຍຕົວ ເພີ່ມຂຶ້ນ 7,7% ເນື່ອງມາຈາກການກໍ່ສ້າງ ໂຄງການໃຫຍ່ໆ ລະດັບຊາດ ເຊັ່ນ: ໂຄງການກໍ່ສ້າງ ທາງດ່ວນ, ການຜະລິດ ໄຟຟ້າ ຈາກເຂື່ອນ ໄຊຍະບູລີ, ເຂື່ອນດອນສະໂຮງ, ເຂື່ອນໄຟຟ້າອື່ນໆ ແລະ ຂະແໜງບໍລິການ ຄາດວ່າ ຈະຂະຫຍາຍຕົວ ເພີ່ມຂຶ້ນ 6,7% ເນື່ອງຈາກວ່າ ຂະແໜງການຄ້າ ຂາຍຍົກ-ຍ່ອຍ ຍັງສືບຕໍ່ ຂະຫຍາຍຕົວ, ລວມທັງ ວຽກງານ ການທ່ອງທ່ຽວ ກໍຈະສືບຕໍ່ ຊຸກຍູ້ຂະແໜງ ບໍລິການ ທີ່ພັກອາໄສ ແລະ ອາຫານ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.