ລັດຖະບານລາວ ຊຸກຍູ້ສົ່ງເສີມ MSME ​ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ

10:14 | 04/07/2019

ໃນວັນທີ 2 ກໍລະກົດ 2019 ຢູ່ນະຄອນຫລວງ​ວຽງ​ຈັນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານສະເຫລີມສະຫລອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງສາກົນ (MSME) ​ເພື່ອເຕົ້າໂຮມຄວາມສາມັກຄີ ຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນ ເຂົ້າໃນການຊຸກຍູ້ສົ່ງເສີມ MSME ຂອງ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ໂດຍການຫັນດີຈິຕອນ ຫລື ເຕັກໂນໂລຊີ ທີ່ທັນສະ ໄໝ ເຂົ້າໃນການບໍລິຫານ, ການຜະລິດ, ແລະ ການຕະຫລາດ ໃຫ້ຫລາຍຂຶ້ນ.​

ລັດຖະບານລາວ ຊຸກຍູ້ສົ່ງເສີມ MSME ​ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

ໃນໂອກາດນີ້, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ອົງການສະຫະປະຊາຊາດ ​ໄດ້ກໍານົດເອົາວັນທີ 27 ມິຖຸນາ ຂອງທຸກປີ ເປັນ MSES ສາກົນ, ​ໂດຍ​ມີຈຸດປະສົງ ເພື່ອເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ທົ່ວສັງຄົມ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSES ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ໂດຍສ້າງວຽກເຮັດງານທໍາ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ ຢູ່ໃນທຸກຂົງເຂດທົ່ວໂລກ. MSME ຢູ່ ສປປ ລາວ ກວມເອົາເຖິງ 99,8% ຂອງຫົວໜ່ວຍທຸລະກິດທັງໝົດ, ​ເຊິ່ງ MSME ໃນ ສປປ ລາວ ໄດ້ສ້າງວຽກເຮັດງານທໍາເຖິງ 82% ຂອງຈໍານວນແຮງງານທັງໝົດໃນຂະແໜງເສດຖະກິດ. ການສະເຫລີມສະຫລອງຄັ້ງ​ນີ້, ຍັງ​ເປັນ​ການເຜີຍແຜ່ 2 ເນື້ອໃນສໍາຄັນ ຄື: ຄວາມສໍາຄັນການກຽມຄວາມພ້ອມນໍາໃຊ້ເຕັກໂນໂລຊີ ແລະ ນະວັດ ຕະກໍາ ຂອງ MSES ໃນຍຸກດີຈິຕອນ, ໂອກາດ ແລະ ສິ່ງທ້າທາຍໃນການນໍາໃຊ້ການຄ້າທາງເອເລັກໂຕຣນິກ (E-commerce) ເຂົ້າໃນການດໍາເນີນທຸລະກິດຂອງ MSES ​ແລະ ທັງ​ເປັນການຈັດວາງ ສະແດງຂໍ້ມູນຂ່າວສານຂອງພາກລັດ ແລະ ຜະລິດຕະພັນຂອງຫົວໝ່ວຍທຸລະກິດ.

ທ່ານ ນາງ ເຂັມມະນີ ພົນເສນາ ​ກ່າວ​ຕື່ມ​ວ່າ: ​ໃນ​ໄລຍະ​ຜ່ານ​ມາພາກລັດ ກໍໄດ້ເອົາໃຈໃສ ຜັນຂະຫຍາຍ​ 7 ຂົງເຂດນະໂຍບາຍ ທີ່ນອນໃນແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ​ເປັນ​ຕົ້ນ ການເພີ່ມຜະລິດຕະພາບເຕັກໂນໂລຊີ ແລະ ນະວັດຕະກຳ, ການເຂົ້າເຖິງແຫລ່ງທຶນ, ການເຂົ້າເຖິງການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ, ການເຂົ້າເຖິງຕະຫລາດ ແລະ ຂະຫຍາຍຕະຫລາດ, ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃໝ່, ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍແກ່ການສ້າງ ແລະ ດຳເນີນທຸລະກິດ, ແລະ ການສ້າງນະໂຍບາຍພາສີອາ ກອນ ແລະ ດ້ານການເງິນ.

(ແຫຼ່ງ​ຂໍ້​ມູນ​: ມະນີ​ທອນ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.