ສະຖານ​ທີ່ທ່ອງທ່ຽວທຳ​ມະ​ຊາດ ທີ່ສວຍງາມ ຢູ່ ລາວ

11:29 | 08/07/2019

ຕາດຫີນປາຝາ ແລະ ຕາດຄູ່ ເປັນສະຖານທີ່ທ່ອງ​ທ່ຽວທຳ​ມະ​ຊາດ ທີ່ສວຍງາມ ​ສຳລັບ​ຜູ້​ທີ່​ມັກ-ຮັກ​​ທຳມະຊາດ, ຮັກ​ການ​ຍ່າງຊົມ​ປ່າ​, ໄດ້ສໍາຜັດກັບອາກາດ​​ບໍລິສຸດ​​, ມີນ້ຳໃສ​ໄຫລເຢັນດີ ທີ່ສໍາຄັນ ສາມາດລົງຫລີ້ນ​ນ້ຳໄດ້ສະດວກສະບາຍ.

ສະຖານ​ທີ່ທ່ອງທ່ຽວທຳ​ມະ​ຊາດ ທີ່ສວຍງາມ ຢູ່ ລາວ

ຕາດຫີນປາຝາ. (ພາບ: ຂປລ)

ຕາດຫີນປາຝາ ເປັນສະຖານທີ່ທ່ອງ​ທ່ຽວທຳ​ມະ​ຊາດ ທີ່ສວຍງາມແຫ່ງໜຶ່ງທີ່​ບໍ່​ຄວນ​ພາດ ​ສຳລັບ​ຜູ້​ທີ່​ມັກ-ຮັກ​​ທຳມະຊາດ, ຮັກ​ການ​ຍ່າງຊົມ​ປ່າ​, ໄດ້ສໍາຜັດກັບອາກາດ​​ບໍລິສຸດ​​, ມີນ້ຳໃສ​ໄຫລເຢັນດີ ທີ່ສໍາຄັນ ສາມາດລົງຫລີ້ນ​ນ້ຳໄດ້ສະດວກສະບາຍ. ຕາດຫີນປາຝາ ຕັ້ງ​ຢູ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ, ​ຫ່າງ​ຈາກທາງເລກ 10 ເຂົ້າໄປປະມານ 8 ກິໂລແມັດ.


ສະຖານ​ທີ່ທ່ອງທ່ຽວທຳ​ມະ​ຊາດ ທີ່ສວຍງາມ ຢູ່ ລາວ

ຕາດຫີນປາຝາ. (ພາບ: ຂປລ)

ທ່ານ ນາງ ​ໄມ​ເພັດ ​ໂພນ​ສາມາ ​ເຈົ້າ​ຂອງ​ຕາດ​ຫີນ​ປາຝາ ​ໄດ້​ໃຫ້​ຮູ້ເມື່ອທ້າຍເດືອນຜ່ານມານີ້ວ່າ: ໄດ້​ເລີ່​ມບຸກ​ເບີກສະຖານ​ທີ່​ແຫ່ງ​ນີ້ ມາ​ແຕ່​ປີ 2006 ​ໄດ້​ພົບ​ເຫັນ​ຫີນຂະໜາດ​ໃຫຍ່​ຄ້າຍ​ຄືປາຝາ ແລະ ຊາວບ້ານ​ໄດ້​ເລົ່າປາກ​ຕໍ່​ປາກກັນ​ວ່າ ​​ເງີບ​ຫີນ​ຂະໜາດ​ໃຫຍ່ດັ່ງກ່າວ​, ​ເປັນ​​ຜົ້ງຄ້າຍຄືຖ້ຳ ແລະ ​​ເຄີຍ​ມີພະທຸດົງເດີນທາງມາ​​ປະຕິບັດທຳ ຢູ່ສະຖານ​ທີ່​ແຫ່ງ​ນີ້, ຢູ່​ດ້ານໜ້າ​ຫີນປາຝາ ກໍຍັງ​ມີ​ຫີນ​ຂະໜາດ​ໃຫຍ່​ຄ້າຍຄື​​ງູ​ໃຫຍ່​, ຊຶ່ງທັງໝົດທີ່ວ່ານີ້ ຈຶ່ງເປັນທີ່ມາ ແລະ ​ສັນຍາ​ລັກ​ຂອງຄຳວ່າ​ຕາດຫີນປາຝາ. ມາ​ຮອດ​ປີ 2007 ​ກໍ​ໄດ້​ມີ​ການ​ພັດທະນາ ໃຫ້​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດຢ່າງເຕັມຮູບແບບ ແລະ ​ເປີດ​​ບໍລິການ​ໃຫ້ແກ່​ແຂກພາຍ​ໃນ ​ແລະ ຕ່າງປະ​ເທດ​ ເຂົ້າ​ມາ​ທ່ຽວ​ຊົມ, ໂດຍ​ໄດ້​ສ້າງ​ຕູບ​ນັ່ງຈຳນວນ 8 ຕູບ ​ເພື່ອ​ເປັນ​ບ່ອນ​ພັກຜ່ອນຢູ່​ແຄມ​ນ້ຳ ແລະ ກໍ​ໄດ້​ຮັບຄວາມສົນໃຈ ຈາກຜູ້ມາທ່ຽວຊົມເປັນ​ຢ່າງ​ດີ.

ນອກຈາກນັ້ນ, ທ່ານ ນາງ ​ໄມ​ເພັດ ​ໂພນ​ສາມາ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸ​ບັນ​, ສະຖານທີ່ທ່ອງທ່ຽວພວກ​ເຮົາ ​ໄດ້​ມີການຂະຫຍາຍ​ສະຖານ​ທີ່​ຈອດ​ລົດໃຫ້ກວ້າງຂວາງ, ມີຮ້ານ​ອາຫານໄວ້​​ຄອຍ​ບໍລິການ​ແຂກ ແລະ ຂະຫຍາຍຕູບ​ຕື່ມ​ອີກ 30 ກວ່າ​ຕູບ, ພ້ອມມີ​ເຮືອນ​ພັກ​ໄວ້​ຮັບຮອງ​ແຂກ​ທີ່​ມາ​ພັກ​ຄ້າງ​ຄືນ, ​ເຊິ່ງຈະ​ເປີດ​​ໃຫ້​ບໍລິການໃນ​​ເດືອນ​ກໍລະກົດ​ນີ້. ພ້ອມນີ້, ທ່ານ​ຍັງ​ໄດ້​ເຊີນຊວນ​ແຂກ​ທີ່​ມາ​ທ່ຽວ​ຊົມ​ ຫລື ມາພັກຜ່ອນສະຖານທີ່​ແຫ່ງ​ນີ້, ຈົ່ງຊ່ວຍ​ກັນ​ຮັກສາສິ່ງ​ແວດ​ລ້ອມ, ຮັກສາຄວາມ​ສະອາດ, ​​ໂດຍ​ສະ​ເພາະ​ຫ້າມ​ຖິ້ມເສດອາຫານ ​ແລະ ​ເສດ​ຂີ້​ເຫຍື້ອລົງນ້ຳ ເພື່ອຫລີກເວັ້ນນໍ້າເໜົ່າເສຍ ແລະ ເປັນພິດຕໍ່ສັດນໍ້າ.

ສະຖານ​ທີ່ທ່ອງທ່ຽວທຳ​ມະ​ຊາດ ທີ່ສວຍງາມ ຢູ່ ລາວ

ທ່ານ ນາງ ​ໄມ​ເພັດ ​ໂພນ​ສາມາ. (ພາບ: ຂປລ)

ຕາດ​ຄູ່ ບ້ານ​ອຸປະຊາ ເມືອງປາກຊ່ອງ ແຂວງ​​ຈໍາ​ປາ​ສັກ ເຊິ່ງ​ນອກ ຈາກ​ເປັນ​​ນໍ້າ​ໂຕນ​ຕາດ ​ທີ່​ເກີດ​ຈາກ​ທຳ​ມະ​ຊາດ ບໍ່​ສູງ​ພໍ​ເທົ່າໃດ​ກໍ​ດີ, ແຕ່​ຈາກ​ຄວາມ​ຫົວ​ໃສ​ຂອງ​ຜູ້​ສຳ​ປະ ທານ ໄດ້​ຕົກ-ແຕ່ງ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຮອດ​ຈອດ​ເຖິງ​ບໍ່​ວ່າ​ຈະ​ເປັນ​ການ​ປຸກ​ຕູບ​ຖາວອນ ແລະ ຕູບ​ຊາມຊາ​​ຕັ້ງ​ຢູ່​ແຄມ​ໜອງ ແລະ ກາງ​​ນໍ້າ​ໂຕນ ອ່າງ​ລອຍ​​ນໍ້າ​ສຳລັບ​ເດັກນ້ອຍ ຫ້ອງນໍ້າ ​ທີ່​ສະອາດ ບ່ອນ​ຖ່າຍຮູບ ແລະ ອື່ນໆ ເຊິ່ງ​ຕ້ອງ​ບອກວ່າ​ງາມ​ສົມຈິງ​ ດັ່ງ​ທຳ​ມະ​ຊາດ.

ສ່ວນ​ອາຫານ​ການ​ກິນ​ກໍ​ພໍ​ຮັບ​ໄດ້​ບໍ່​​ແ​ແພງ​ເກີນ​ໄປ ຄ່າ​ນັ່ງ​ຕູບ ສາມ​ສິບພັນກີບ ຄ່າ​​ຜ່່ານ​ປະຕູ​ເຂົ້າ​ແຫ​ລ່ວງ​ທ່ອງ​ທ່ຽວ ຫ້າ​ພັນ​ກີບ​ຕໍ່​ຄົນ ແລະ ​​ທີີ່​ປະທັບ​ໃຈ​ທີ່​ພາກພູມ​ໃຈ​ທັງ​ໄດ້​ບຸນ​ຕື່ມ​ອີກ​ຄື​ການ​ໄດ້​​ນໍາ​ເອົາ​ເສດ​ອາຫານ ຫລື ຂະໜົມ ເກືອ​ປາ​ນ້ອຍ​ປາ​ໃຫຍ່​ທີ່​ລອຍ​ລ່ອງ​ໄປ​ມາ​ໃນ​ໜອງ​ຢ່າງ​ຫລວງ​ຫລາຍ. ເຖິງວ່າ​ໄລຍະນີ້ເປັນ ​ຍາມ​ຝົນ​ກໍ​ດີ, ແຕ່​ການ​ໄດ້​ມາ​ສຳຜັດ ມາ​ສູບ​ດົມ​ເອົາ​ອາກາດ​ທີ່ແສນ​ບໍລິສຸດ ມາ​ເຫັນ​ວິຖີ​ຊີວິດ​ຂອງ​ປະຊາ ຊົນບັນດາເຜົ່າ​ຢູ່​ອ້ອມແອ້ມ​ສະຖານ ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້​ນັບ​ວ່າ​ມ່ວນ ມີ​ຄວາມສຸກ​ຢ່າງ​ແທ້​ຈິງ.

ສະຖານ​ທີ່ທ່ອງທ່ຽວທຳ​ມະ​ຊາດ ທີ່ສວຍງາມ ຢູ່ ລາວ

ຕາດ​ຄູ່. (ພາບ: ຂປລ)

ສະຖານ​ທີ່ທ່ອງທ່ຽວທຳ​ມະ​ຊາດ ທີ່ສວຍງາມ ຢູ່ ລາວ

ຕາດ​ຄູ່. (ພາບ: ຂປລ)

ມີ​ສອງ​ເສັ້ນທາງ​ໄປ​ຫາ​ສະຖານ ທີ່​ທ່ອງ​ທ່ຽວ​ນີ້​ຄື​​ໜຶ່ງ​ຈາກ​ແຂວງ​ເຊ​ກອງ​ມຸ່ງ​ໜ້າ​ສູ່​ບ້ານ​ຫລັກ 52 ເມືອງ​ໄຊ​ເສດ​ຖາ ແຂວງ​ອັດ​ຕະ​​ປື​ ແລ້ວ​ລ້ຽວ​ຂວາ​ໄປ​ກວ່າ 50 ກິໂລແມັດ ແລະ ອີກ​ເສັ້ນທາງ​ໜຶ່ງຈາກ​ນະ ຄອນປາກ​ເຊ​ ສູ່​ເມືອງ​ປາກ​ຊ່ອງ ເຊິ່ງ​ຈະ​ມີ 3 ເສັ້ນ​ຄື​ເສັ້ນທາງ​ຊ້າຍ​ໄປ​ແຂວງ​ເຊ​ກອງ, ສ່ວນ​ເສັ້ນທາງ​ຂວາ​ກະ​ບໍ່​ຮູ້​ວ່າ​ໄປ​ເຖິງ​ເຂດ​ໃດ ແລະ ເສັ້ນ​ກາງ​ມຸ່ງ​ໜ້າ​ໄປ​ສູ່​ຫ້ວຍ​ກອງ​ອອກ​ສູ່​ບ້ານ​ຫລັກ 52 ແຂວງ​ອັດ​ຕະ​​ປື​ ໂດຍ​ຈາກ​ປາກ​ຊ່ອງ ​ກວ່າ 30 ກິໂລແມັດ ກໍ​ໄປ​ເຖິງ​ບ້ານ​ໜອງ​ອີ​ໂອຍ ​ແລ້ວ​ລ້ຽວ​ຂວາ​ໄປ​ສູ່​ບ້ານ​ອຸປະຊາ ເຊິ່ງ​ເປັນ​ທີ່​​ຕັ້ງ​ຂອງ​ສະ-ຖານ ທີ່​ທ່ອງ​ທ່ຽວ ຕາດ​ຄູ່.

(ໄຊພອນ)

ທ່ານອາດຈະມັກ

ເຫດການ