ການມອບສັນຊາດໃຫ້ແກ່ ປະຊາຊົນລາວ ໂດຍພະແນກຍຸຕິທໍາ ແຂວງເຫງະອານ, ທະຫານຊາຍແດນແຂວງເຫງະອານ, ຕໍາຫຼວດແຂວງເຫງະອານ ໄດ້ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຢູ່ ເມືອງ ເກ໋ວ ຟອງ ແລະ ເຕືອງເຢືອງ.
ຄະນະປະຕິບັດງານຄັ້ງນີ້ ໄດ້ປະຕິບັດຂັ້ນຕອນການເຮັດເອກະສານໃນການແລ່ນໃບອະນຸຍາດງ່າຍດາຍຂື້ນ ໃຫ້ແກ່ບັນດາກໍລະນີທີ່ ຫົວໜ້າຄະນະຜູ້ແທນຊາຍແດນຫວຽດນາມ ອະນຸມັດແລ້ວ. ປະຊາຊົນພຽງແຕ່ນຳເອົາປື້ມສຳມະໂນຄົວ, ຂຽນຂໍ້ມູນສ່ວນຕົວ ໃຫ້ເຈົ້າຫນ້າຍຸດຕິທຳຂຽນຕາມແບບຟອມ ແລະ ຖ່າຍຮູບເປັນວ່າສຳເລັດ.
|
ຄະນະວຽກງານ ແນະນຳລະບຽບການໃຫ້ ປະຊາຊົນລາວ ໃນການຈົດທະບຽນຮັບສັນຊາດຫວຽດນາມ
ແຂວງເຫງະອານ ມີເສັ້ນຊາຍແດນ ຕິດກັບ 3 ແຂວງຂອງສປປ ລາວຄື: ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ. ໃນປະຈຸບັນມີປະຊາຊົນລາວ 202 ກໍລະນີ ທີ່ແຕ່ງງານໂດຍບໍ່ມີໃບແຕ່ງງານຫຼືໃບສົມລົດ ຢູ່ ເຂດຊາຍແດນ ແຂວງເຫງະອານ ຕິດກັບ 3 ແຂວງຂອງລາວ ໄດ້ຮັບອະນຸຍາດພັກອາໄສ. ໃນນັ້້ນ, ເມືອງກີ່ເຊີນ ມີ 107ກໍລະນີ, ສ່ວນທີ່ເຫລືອ ແມ່ນອາໄສຢູ່ ເມືອງເກວ໋ຟອງ, ເຕືອງເຢືອງ ແລະ ກອນກວາງ.
ອີງຕາມບັນຊີລາຍຊື່ ຂອງຄະນະຜູ້ແທນຊາຍແດນຫວຽດນາມຄັ້ງນີ້ ມີ 83 ບັນຫາສໍາຄັນໃນການປັບປຸງລະບຽບການພົນລະເມືອງແລະ 24 ກໍລະນີ ແຕ່ງງານພາຍຫຼັງການເຊັນຂໍ້ຕົກລົງ ລະຫວ່າງ ລັດຖະບານຫວຽດນາມ ແລະ ລັດຖະບານລາວ ກ່ຽວກັບການແກ້ໄຂບັນຫາຂອງການເຄື່ອນຍ້າຍ ແລະ ການແຕ່ງງານທີ່ບໍ່ມີສົມລົດໃນຂອບເຂດຊາຍແດນຂອງສອງປະເທດ (ວັນທີ 8 ກໍລະກົດ 2013), ຖ້າມີຄວາມປາຖະຫນາທີ່ຈະຮັບສັນຊາດ, ແຕ່ຕ້ອງຈັດຕັ້ງປະຕິບັດຕາມຂໍ້ຕົກລົງກົດຫມາຍສັນຊາດ.
(ຄຳຮຸ່ງ)