ລັດຖະບານລາວ ສະໜອງທຶນສຶກສາສົກຮຽນປີ 2019 ໃຫ້ແກ່ຫວຽດນາມ 60 ທຶນ

15:08 | 04/07/2019

ຍສໝ -ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຫາກໍ່ປະກາດຮັບສະໝັກນັກສຶກສາໄປຮຽນຢູ່ປະເທດລາວ ຕາມສັນຍາປີ 2019 ດ້ວຍທຶນສຶກສາ 60 ທຶນ.

ຕາມນັ້ນແລ້ວ, ໃນຈໍານວນທຶນສຶກສາ 60 ທຶນມີ: ທຶນສຶກສາລະດັບປະລິນຍາຕີ 40 ທຶນ; ທຶນສຶກສາລະດັບປະລິນຍາໂທ 5 ທຶນ; ທຶນສຶກສາບໍາລຸງພາສາລາວໄລຍະສັ້ນ 15 ທຶນ.


ລັດຖະບານລາວ ສະໜອງທຶນສຶກສາສົກຮຽນປີ 2019 ໃຫ້ແກ່ຫວຽດນາມ 60 ທຶນ

ນັກຮຽນໄດ້ຮັບການເລືອກເຟັ້ນຈະໄດ້ຮັບທຶນສຶກສາຈາກລັດຖະບານລາວ, ລວມມີຄ່າຮຽນ ແລະ ບ່ອນຢູ່ ກໍ່ຄືຄ່າຫໍພັກນັກສຶກສາຕ່າງປະເທດ. ລັດຖະບານຫວຽດນາມ ຈະສະໜອງຄ່າໃຊ້ຈ່າຍລາຍເດືອນ, ຄ່າໄປມາ, ຄ່າທໍານຽມເຮັດໜັງສືຜ່ານແດນ, ວີຊາ ແລະ ປະກັນສຸຂະພາບ ຕາມສົນທິສັນຍາສໍາລັບນັກສຶກສາຫວຽດນາມໄປຮຽນຢູ່ ສປປ ລາວ.

ລັດຖະບານລາວ ສະໜອງທຶນສຶກສາສົກຮຽນປີ 2019 ໃຫ້ແກ່ຫວຽດນາມ 60 ທຶນ

ນັກສຶກສາ ຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດ

ໄລຍະເວລາຮັບສໍາເນົາເອກະສານ: ຮອດວັນທີ 31 ກໍລະກົດ 2019. ກົມຮ່ວມມືສາກົນ-ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຈະແຈ້ງຜົນການຄັດເລືອກເຖິງຜູ້ສະໝັກຜ່ານອິເມວໃນເດືອນສິງຫາ 2019.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ