ໃນວັນທີ 11 ມິຖຸນາ 2019, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ລູຊຽນ ວົງ ຫົວໜ້າອົງການ ໄອຍະການສູງສຸດ ແຫ່ງ ສາທາລະນະລັດ ສິງກະ ໂປ ພ້ອມດ້ວຍຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ມິຖຸນາ 2019 ນີ້.
ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນ ທິ້ ກິມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vojtech Filip, ຮອງປະທານສະພາຕໍ່າ ສ.ເຊັກ, ປະທານພັກກອມມູນິດ Czech-Morava ທີ່ ພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.
ຍສໝ - ວັນທີ 10 ມິຖຸນາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານນາງ ຫງວຽນ ຖິ ກິມ ເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນກຽດໃຫ້ການຕ້ອນຮັບ ທ່ານ Morava Vojtech Filip ຮອງປະທານສະພາຕໍ່າ ສາທາລະນະລັດ ເຊັກ (ສ.ເຊັກ), ປະທານພັກກອມມູນິດ ເຊັກ.
ຍສໝ - ໃນວັນທີ 05 ມິຖຸນາ 2019, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ທິ້ ກິມ ເງິນ ໄດ້ມີການພົບປະກັບ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte.
ໃນວັນທີ 6 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ, ໃນວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນພາກເຊົ້ານີ້, ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນ ສືບຕໍ່ສຸມໃສ່ ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານການເມືອງຂອງລັດຖະບານ.
ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 6 ມິຖຸນາ 2019 ພາຍໃຕ້ ການເປັນປະທານ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດນັ້ນ, ບັນດາ ສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດຄຳເຫັນ ພ້ອມທັງສະເໜີ ລັດຖະບານພິຈາລານາຄືນ ກ່ຽວກັບການສ້າງຊັບພະຍາກອນມະນຸດ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະການສ້າງຊັບພະຍາກອນມະນຸດ ໃຫ້ໄປຕາມຂະແໜງການບູລິມະສິດ ເປັນຕົ້ນ ຂົງເຂດກະສິກຳ ແລະ ຂົງເຂດຄູ ໂດຍສະເພາະບັນຫາຄູເຫລືອບໍ່ພໍ ເນື່ອງຈາກວ່າໄລຍະຜ່ານມາເຫັນວ່າຍັງບໍ່ສອດຄ່ອງກັບໂຄງປະກອບເສດຖະກິດເທົ່າທີ່ຄວນ.
ຜ່ານການ ຕິດຕາມ ກວດກາ ຂອງຄະນະ ປະຈຳສະພາ ແຫ່ງຊາດ, ບັນດາກຳມາທິການ, ສະມາຊິກສະພາແຫ່ງຊາດ ແລະ ການສັງລວມຈາກຫາງສຽງສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ 2018 ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ໃນປີ 2019 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIIIໂດຍຄະນະປະຈໍາ ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ຊີ້ນຳຂະແໜງ ການທີ່ກ່ຽວຂ້ອງປັບປຸງ ແລະ ແກ້ໄຂຫລາຍບັນຫາ ເພື່ອຮັບປະກັນການສືບຕໍ່ພັດທະນາວຽກງານການ ທ່ອງທ່ຽວ ໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດແຜນປີທ່ອງທ່ຽວລາວ-ຈີນ 2019 ໃຫ້ບັນລຸຄາດໝາຍດັ່ງກ່າວ.
ຍສໝ - ໃນວັນທີ 5 ມິຖຸນາ 2019, ເປັນມື້ທີ 2 ທີ່ສືບຕໍ່ດໍາເນີນການເຄື່ອນໄຫວຊັກຖາມ ແລະ ຕອບຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມຊຸດທີ 14.
ຍສໝ - ຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລື ໃບຍຶນສະເໜີ ກ່ຽວກັບຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2020.
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງ ຊຳຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ທີ່ ນະຄອນຫຼວງວຽງຈັນ.
ຍສໝ - ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2019, ທີ່ ນະຄອນຫຼວງວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນວັນຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ.
ຍສໝ - ຕອນບ່າຍວັນທີ 30 ພຶດສະພາ, ຜູ້ແທນສະພາ ສືບຕໍ່ການປຶກສາຫາລື ກ່ຽວກັບສະພາບການເສດຖະກິດ-ສັງຄົມ. ຜູ້ແທນສະພາ ແຂວງອາຢາງ ສະຫາຍ ໂດນ ຕ໋ວນ ຟອງ ສະແດງຄວາມເປັນຫ່ວງ ກ່ຽກັບບັນຫາ ຄວາມປອດໄພ ຂອງສາຍການບິນໃນປະຈຸບັນ ພາຍຫຼັງພົບຄວວາມຂັດຂໍ້ຢ່າງຕໍ່ເນື່ອງ, ພິເສດແມ່ນ ສາຍການບິນ Vietjet
ໃນວັນທີ 30 ພຶດສະພາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກໍາປູເຈຍ ນໍາໂດຍທ່ານປະທານສະພາແຫ່ງຊາດລາຊະອານາຈັກ ກໍາປູເຈຍ Samdech Heng Samrin ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 30 ພຶຶດສະພາ 2019, ຕາມຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖິ ກິມ ເງິນ.
ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຢາມີລາ ພີນາ ໂອຈີດາ ກໍາມະການສູນກາງພັກກອມມູນິດ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ກູບາ, ເມື່ອວັນທີ 29 ພຶດສະພານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.
ໃນວັນທີ 28 ພຶດສະພາ, ປະທານສະພາແຫ່ງຊາດ ຫງວຽນ ຖີ ກິມ ເງີນ ຮັບຕ້ອນ ຄະນະຜູ້ແທນສະພາແຫ່ງຊາດ ກໍາປູເຈຍ ນຳໂດຍ ທ່ານ Samdech Heng Samrin - ປະທານສະພາແຫ່ງຊາດ ລາຊະອານາຈັກ ກໍາປູເຈຍ.
ຍສໝ - ໃນຕອນເຊົ້າຂອງວັນທີ 15 ພຶດສະພາ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ພະມະຫາອາຈານ ທິກແທັງຫຍຽວ ຮອງປະທານຄະນະປະຈໍາສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວັດກວານຊື, ຮ່າໂນ້ຍ.
ຍສໝ - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ ໄດ້ຢ້ຽມຊົມຮູບແບບຜະລິດພັກ, ດອກໃໝ້ເຕັກໂນໂລຊີສູງ ທີ່ ເລີມດົ່ງ ແລະ ຕີລາຄາສູງບັນດາຮູບແບບປະເພດນີ້ຢູ່ທ້ອງຖິ່ນ.
ຍສໝ - ມຽນມາສະຫນັບສະຫນູນຫວຽດນາມ ທີ່ຈະເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນໄລຍະ 2020-2021.
ຍສໝ - ໃນເມື່ອວັນທີ 15 ເດືອນມັງກອນ ປີ 2019, ທ່ານ ນາງ ຫງວຽນ ຖີ້ ກິມ ເງີນ ປະທານສະພາແຫ່ງຊາດ ສສ ຫວຽດນາມໄດ້ມີການພົບປະກັບທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຢູ່ສຽມຣຽບ, ກໍາປູເຈຍ.
ຍສໝ - ສະພາແຫ່ງຊາດຫວຽດນາມ ຈະປະສານສົມທົບ ຢ່າງແໜ້ນແຟ້ນ ກັບ ສະພາແຫ່ງຊາດ ລາວ ສືບຕໍ່ ສ້າງເງື່ອນໄຂອັນສະດວກໃຫ້ ທັງສອງລັດຖະບານ ຜັນຂະຫຍາຍຢ່າງມີປະສິດທິຜົນ ບັນດາ ບົດບັນທືກສັນຍາ ຮ່ວມມືລະຫວ່າງ ສອງລັດຖະບານ; ຊຸກຍູ້ການປັບປຸງກົນໄກ, ນະໂຍບາຍ ເພື່ອສ້າງເງື່ອນໄຂສະດວກ ໃນວຽກງານການຜັນຂະຫຍາຍ ບັນດາໂຄງການ ລະຫວ່າງ ສອງປະເທດ...