ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະພາປະຊາຊົນ ນະຄອນ ໂຮ່ຈີມິນ ສສ ຫວຽດນາມ

11:57 | 29/07/2019

ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຫງວຽນ ທິ ເລ ຮອງເລຂາຄະນະພັກ ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ພ້ອມດ້ວຍຄະນະ ໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.

ທ່ານ ນາງ ປານີ ຢາທໍ່ຕູ້  ປະທານສະພາແຫ່ງຊາດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະພາປະຊາຊົນ ນະຄອນ ໂຮ່ຈີມິນ ສສ ຫວຽດນາມ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະພາປະຊາຊົນ ນະຄອນໂຮ່ຈີມິນ

ໃນໂອກາດດັ່ງກ່າວ, ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ພ້ອມດ້ວຍຄະນະ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້ ຊຶ່ງເປັນການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນທັງສອງປະເທດລາວ-ຫວຽດນາມ,ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມືຮັດແໜ້ນລະຫວ່າງສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນນະຄອນໂຮ່ຈິມິນ ທີ່ເຄີຍມີມາແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນແລະຂະຫຍາຍຕົວເຂົ້າສູ່ລວງເລິກ.

ທ່ານປະທານສະພາແຫ່ງຊາດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ຫງວຽນ ທິ ເລ ທີ່ໄດ້ຮັບເລືອກເປັນ ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ແລະ ເຊື່ອໝັ້ນວ່າ ທ່ານຈະພ້ອມກັບຄະນະ ພັດທະນານະຄອນໂຮ່ຈິມິນໃຫ້ເປັນນະຄອນທີ່ໜ້າຢູ່, ມີການຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຫວັງວ່າ ສອງສະພາປະຊາຊົນນະຄອນຫຼວງວຽງຈັນ-ສະພາປະຊາຊົນນະຄອນໂຮ່ຈິມິນ ຈະສືບຕໍ່ຂະຫຍາຍການຮ່ວມມືເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

ຈາກນັ້ນ, ທ່ານປະທານສະພາປະຊາຊົນນະຄອນໂຮ່ຈິມິນ ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈຕໍ່ທ່ານປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ໃຫ້ກັບທ່ານປະທານສະພາແຫ່ງຊາດ ໄດ້ຮັບຊາບ. ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 24-28 ກໍລະກົດ 2019.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.