ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ

09:16 | 08/08/2019

ຄະນະບໍລິຫານງານພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2019 ພ້ອມທັງຈັດຕັ້ງເຊື່ອມຊຶມມະຕິ ກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 5 ສິງຫາ 2019, ທີ່ສະພາແຫ່ງຊາດ (ຫລັກ6), ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ແຜນການ ເຄື່ອນໄຫວ 6 ເດືອນທ້າຍປີ 2019 ໃຫ້ຮູ້ວ່າ: ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ຮາກຖານພັກຈຳນວນໜຶ່ງ ທີ່ບົ່ງຕົວແຕ່ງຕັ້ງຂຶ້ນກັບຄະນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ, ປັດຈຸບັນສຳເລັດກອງປະຊຸມໃຫຍ່ 2 ໜ່ວຍ ຄື: ໜ່ວຍພັກກົມຈັດຕັ້ງ-ກວດກາ ແລະ ໜ່ວຍພັກກົມສື່ມວນຊົນ ໂດຍອີງໃສ່ກົດລະບຽບສະໄໝທີ X ຂອງພັກ ແລະ ອີງໃສ່ມາດຖານ, ເງື່ອນໄຂ ແລະ ຄວາມສະດວກ ໃນການປະຕິບັດໜ້າທີ່ວຽກງານຄະນະບໍລິຫານງານພັກສະພາແຫ່ງຊາດຈຶ່ງໄດ້ຕົກລົງແຍກໜ່ວຍພັກກົມຈັດຕັ້ງ-ກວດກາ ອອກເປັນ 2 ໜ່ວຍຄື ໜ່ວຍພັກກົມຈັດຕັ້ງ-ພະນັກງານ ແລະ ໜ່ວຍພັກກົມກວດກາ.

ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ

ສະພາແຫ່ງຊາດສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ເຊື່ອມຊືມ ມະຕິ 8 ສະໄໝທີ X ຂອງພັກ

ດ້ານວຽກງານວິຊາສະເພາະບັນດາຮາກຖານພັກທີ່ກ່ຽວຂ້ອງໄດ້ສຳເລັດການຮຽບຮຽງກົດໝາຍທີ່ຜ່ານການພິຈາລະນາຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຈຳນວນ 8 ສະບັບ, ໄດ້ກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍຈຳນວນ 10 ສະບັບທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ຄືຮ່າງກົດໝາຍສ້າງໃໝ່ ຈຳນວນ 5 ສະບັບ ແລະ ຮ່າງກົດໝາຍປັບປຸງ 5 ສະບັບ, ອອກມະຕິຮັບຮອງ ເອົາວິໄສທັດຮອດປີ 2030, ຍຸດທະສາດ ການພັດທະນາຮອດປີ 2025 ແລະ ແຜນພັດທະນາ ອົງການກວດສອບ ແຫ່ງລັດ ຮອດປີ 2021 ພ້ອມນີ້ ຍັງຄົ້ນຄວ້າ ໜັງສືສະເໜິີ ຂອງລັດຖະບານ ກ່ຽວກັບການຂໍພິຈາລະນາ ບັນຫາສຳຄັນ ຂອງຊາດຈຳນວນ 14 ເລື່ອງ.

​ສຳລັບແຜນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2019 ຄະນະບໍລິຫານງານພັກ ຕ້ອງໄດ້ເພີ່ມທະວີການຕິດຕາມ, ຊຸກຍູ້, ກວດກາການຈັດຕັ້ງປະຕິບັດຕົວຈິງເປັນປະຈຳ, ບັນດາຮາກຖານພັກ ຕ້ອງຫັນເປັນແຜນ ການເຄື່ອນໄຫວລະອຽດໃນແຕ່ລະເດືອນ ຫລີກເວັ້ນການສະຫລຸບສັງລວມພໍແລ້ວມື, ເອົາໃຈໃສ່ຊຸກຍູ້ ແລະ ເສີມຂະຫຍາຍດ້ານດີ, ເປັນເຈົ້າການກຳຈັດຂໍ້ຂາດຕົdບົດຜ່ອງ ຂອງວຽກງານພາຍໃນ ຮາກຖານພັກຂອງຕົນຢ່າງແທ້ຈິງ, ສະມາຊິກພັກ-ພະນັກງານ ທຸກສະຫາຍ ຕ້ອງຍົກສູງ ຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ມີປະສິດທິຜົນສູງ ແລະ ຖືເອົາຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານເປັນໄມ້ຫລາວັດແທກຄວາມສາມາດຂອງສະມາຊິກພັກ-ພະນັກ ງານແຕ່ລະສະຫາຍ.

ໃນຕອນທ້າຍ ປະທານກອງປະຊຸມກໍໄດ້ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ X ຂອງພັກໃຫ້ບັນດາສະມາຊິກພັກ-ພະນັກງານ ເຂົ້າໃຈຢ່າງເລິກເຊິ່ງ, ກຳແໜ້ນແນວທາງຂອງພັກ ເພື່ອນຳມາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ປະສົບຜົນສຳເລັດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.