![]() |
ທ່ານນາງ ສີໃສ ລິເດດມູນສອນ - ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວໄດ້ໃຫ້ການຕ້ອນຮັບ ທ່ານ ຫງວ໋ຽນ ແຮັ້ງ ຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ພ້ອມຄະນະ.
ສະແດງຄວາມຍິນດີຕ້ອນຮັບ ທ່ານ ຫງວ໋ຽນ ແຮັ້ງ ຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ນຳພາຄະນະພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ ຢູ່ແຂວງຊຽງຂວາງ, ຮອງປະທານສະພາແຫ່ງຊາດລາວ ທ່ານນາງ ສີໃສ ລິເດດມູນສອນ ຢືນຢັນວ່າ. ນີ້ແມ່ນການເຄື່ອນໄຫວສຳຄັນເພື່ອປະຕິບັດຕາມຂໍ້ຕົກລົງ ການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ກໍ່ຄືຂໍ້ຕົກລົງການຮ່ວມມື ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ.
ຕີລາຄາສູງ ການປະສານສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ສອງເລຂາທິການໃຫຍ່ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ເພື່ອແນໃສ່ຈັດການພົບປະແລກປ່ຽນປະສົບການ, ພົບປະແລກປ່ຽນ ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດສອງປະເທດ ໃນໄລຍະຜ່ານມາ, ທ່ານຮອງປະທານສະພາແຫ່ງຊາດລາວໄດ້ໃຫ້ຮູ້ວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນໂອກາດເພື່ອເຮັດໃຫ້ສອງຝ່າຍ ຕີລາຄາຄືນການຈັດຕັ້ງປະຕິບັດ ບັນດາເນື້ອໃນ ກໍ່ຄືບັນດາຂໍ້ກຳນົດຂອງສັນຍາຮ່ວມມື ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດສອງປະເທດ ໃນ 2 ປີທີ່ຜ່ານມາ, ແລະ ວາງທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມສຳມະນາ ກໍ່ແມ່ນໂອກາດເພື່ອໃຫ້ 2 ອົງການ ປຶກສາຫາລືກັນເປັນເສນາທິການ ແລະ ເພື່ອຮັບໃຊ້ສະພາແຫ່ງຊາດ, ເພື່ອແລກປ່ຽນປະສົບການທີ່ມີຄຸນຄ່າໃນວຽກງານຕົວຈິງ, ປຶກສາຫາລືຫຼາຍບັນຫາສຳຄັນໃນວຽກງານວິຊາສະເພາະ, ຮອງປະທານສະພາແຫ່ງຊາດລາວ ທ່ານ ສີໃສ ລີເດດມູນສອນ ສະແດງຄວາມມຸ້ງຫວັງວ່າ: ກອງປະຊຸມສຳມະນາຄັ້ງນີ້ ຈະບັນລຸ ໝາກຜົນທີ່ຈົບງາມ ແລະ ແທດຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດຫວຽດນາມ - ສະພາແຫ່ງຊາດລາວໃຫ້ນັບມື້ນັບ ແໜ້ນແຟ້ນຍິ່ງໆຂຶ້ນ.
![]() |
ຮອງປະທານສະພາແຫ່ງຊາດລາວ ທ່ານ ສີໃສ ລີເດດມູນສອນ ຕີລາຄາສູງ ຕໍ່ກັບການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງສອງເລຂາທິການໃຫຍ່ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ.
ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ທ່ານ ຫງວ໋ຽນ ແຮັ້ງ ຟຸກ, ໄດ້ສະແດງຄວາມຂອບໃຈຢ່າງສຸດຊື້ງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ພ້ອມທັງການເຂົ້າຮ່ວມ ຂອງ ທ່ານ ສີໃສ ລີເດດມູນສອນ ຮອງປະທານປະເທດລາວ ຄັ້ງນີ້. ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ: ເມື່ອຄະນະຜູ້ແທນໄດ້ມາຮອດ ດ່ານຊາຍແດນຫວຽດນາມ - ລາວ, ຄະນະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ໄມຕີຈິດ ແລະ ເຕັມໄປດ້ວຍຄວາມເປັນກັນນເອງ ຈາກ ຫ້ອງວ່າການສະພາແຫ່ງຊາດລາວ.
ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ຕື່ມອີກວ່າ: ການພົວພັນ ລະຫວ່າງ ຫວຽດນາມ ແລະ ລາວໄດ້ຮັບການເພີ່ມທະວີໃນແຕ່ລະໄລຍະ. ນັບແຕ່ຕົ້ນປີ, ສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງຢ່າງຈິງຈັງ, ໃນນັ້ນມີການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວ໋ຽນ ຟູ໋ ຈ້ອງ ໃນການຢ້ຽມຢາມມິດຕະພາບຢ່າງເປັນທາງການ ໃນເດືອນ 2/2019; ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ຢ້ຽມຢາມຫວຽດນາມ ໃນເດືອນມີນາ 2019; ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວໄດ້ມາຢ້ຽມຢາມຫວຽດນາມ ໃນເດືອນເມສາ 2019... ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນລຳ້ຄ່າ ລະຫວ່າງສອງຝ່າຍ.
![]() |
ບັນຍາກາດກອງປະຊຸມ.
ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ກ່າວອີກວ່າ, ຕໍ່ໜ້າຄວາມເອົາໃຈໃສ່ຂອງການນຳ ສະພາແຫ່ງຊາດລາວ ໃນການເຄື່ອນໄຫວຄຸ້ມຄອງ, ດຳເນີນງານ ແລະ ນຳໃຊ້ສະພາແຫ່ງຊາດ ຂອງຫວຽດນາມ, ທີ່ກອງປະຊຸມສຳມະນາຄັ້ງນີ້, ຜູ້ແທນຂອງຄະນະຜູ້ແທນພະນັກງານຫຼັກແຫຼ່ງຂອງຫ້ອງວ່າການສະພາແຫ່ງຊາດ ຈະມີການແລກປ່ຽນຫຼາຍເນື້ອໃນລະອຽດຕື່ມທີ່ກ່ຽວຂ້ອງກັບ ກົນຈັກບໍລິຫານ, ຄຸ້ມຄອງ ຢູ່ໃນຫ້ອງວ່າການສະພາແຫ່ງຊາດ; ວຽກງານການເກັບຮັກສາ ແລະ ການດຳເນີນງານຂອງສຳນັກງານສະພາແຫ່ງຊາດລາວ. ພ້ອມກັນນັ້ນ, ຄະນະຜູ້ແທນຍັງຈະໄດ້ແລກປ່ຽນປະສົບການໃນການກະກຽມກອງປະຊຸມສະພາແຫ່ງຊາດ, ການນຳໃຊ້ເຕັກໂນໂລຢີ ຂໍ້ມູນຂ່າວສານ ເຂົ້າໃນການຮັບໃຊ້ກອງປະຊຸມສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ: ໃນກອງປະຊຸມສະໄໝ ສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV, ຫ້ອງວ່າການສະພາແຫ່ງຊາດຫວຽດນາມໄດ້ທົດລອງ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຮັບໃຊ້ກອງປະຊຸມ. ຄາດໝາຍວ່າ ນັບແຕ່ກອງປະຊຸມສະໄໝ ສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XIV ໃນເດືອນຕຸລາ,
ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຈະນຳໃຊ້ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໃນການສະໜອງຂໍ້ມູນ, ເອກກະສານການປະຊຸມ ໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດ, ເພື່ອແນໃສ່ຫຼຸດຜ່ອນຄ່າຊິ້ນເປືອງ ແລະ ຕັດບັນດາເອກະສານ, ບົດບັນທືກທີ່ເປັນເຈ້ຍ.
![]() |
ເລຂາທິການໃຫຍ່ ສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວ໋ຽນ ແຮັ້ງ ຟຸກ ແລະ ຮອງປະທານສະພາແຫ່ງຊາດລາວທ່ານ ສີໃສ ສີເດດມູນສອນ ແລະບັນດາຜູ້ແທນຖ່າຍຮູບທີ່ລະລຶກ
ກ່າວສະແດງຂໍຂອບໃຈເປັນຢ່າງສູງ ຕໍ່ກັບຄຳອວຍພອນອັນດີງາມ ຂອງ ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວ໋ຽນ ແຮັ້ງ ຟຸກ ແລະທ່ານ ຮອງປະທານສະພາແຫ່ງຊາດລາວ ທ່ານ ສີໃສ ສີເດດມູນສອນ ເປັນກຽດສົ່ງຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວ໋ຽນ ຖິ ກິມ ເງິນ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນອານາຄົດໄວໆນີ້.
(ຫັດທະບູນ)