ຮອງປະທານສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

09:40 | 02/08/2019

ຍສໝ - ໃນວັນທີ 01 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ເປັນຫົວໜ້າ.

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ຕີລາຄາການຢ້ຽມຢາມ ແລະ ເຮັດວຽກຂອງຄະນະວ່າໄດ້ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ແລະ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ຕື່ມອີກ ກໍ່ຄືການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ.

ຮອງປະທານສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

ທ່ານ ຟູ່ງກວ໊ກຫ໋ຽນ ແລະ ທ່ານ ວິໄລວົງ ບຸດດາຄຳ ທີ່ການຕ້ອນຮັບ (ພາບ: quochoi.vn)

ສ່ວນທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ປາດຖະໜາວ່າ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ແລະ ກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນ ຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ ລາວ - ຫວຽດນາມ.

(ຄໍາຮຸ່ງ)

ເຫດການ
302 Found

Found

The document has moved here.