ກອງປະຊຸມ ສຳມະນາແລກປ່ຽນປະສົບການ ແລະ ພົບປະກັນລະຫວ່າງ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ຄັ້ງທີ 10

16:18 | 01/08/2019

ຍສໝ - ປະຕິບັດຕາມຂໍ້ຕົກລົງການຮ່ວມມື, ຫ້ອງການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ປະສານສົມທົບກັນຈັດຕັ້ງກອງປະຊຸມຄັ້ງທີ 10 ວ່າດ້ວຍການແລກປ່ຽນປະສົບການ ແລະ ແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຢູ່ ແຂວງຊຽງຂວາງ (ປະເທດລາວ) ແຕ່ວັນທີ 28 - 31 ກໍລະກົດ ປີ 2019.

ກອງປະຊຸມ ສຳມະນາແລກປ່ຽນປະສົບການ ແລະ ພົບປະກັນລະຫວ່າງ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ຄັ້ງທີ 10

ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ - ລາວໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ຕໍ່ໜ້າການເປັນສັກຂີພິຍານຂອງການນຳ ສະພາແຫ່ງຊາດສອງປະເທດ.(ພາບ: quochoi.vn)

ກອງປະຊຸມສຳມະນາ ແລະ ແລກປ່ຽນ ລະຫວ່າງສອງຫ້ອງວ່າການແມ່ນເພື່ອແນໃສ່ການແລກປ່ຽນປະສົບການ ກ່ຽວກັບການບໍລິຫານກໍ່ຄືການຈັດຕັ້ງປະຕິບັດວຽກງານຂອງສະພາແຫ່ງຊາດ; ສ້າງໂອກາດໃຫ້ພະນັກງານ - ລັດຖະກອນ ຂອງສອງຫ້ອງວ່າການໄດ້ພົບປະ ແລະ ແລກປ່ຽນປະສົບການ ໃນການຈັດຕັ້ງປະຕິບັດວຽກງານ, ແລກປ່ຽນວຽກງານດ້ານວັດທະນະທຳ, ສິລະປະ ແລະ ກິລາ; ຈາກນັ້ນປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ, ຊື່ສັດຈິງໃຈ, ມູນເຊື້ອ ລະຫວ່າງສະພາແຫ່ງຊາດຂອງສອງປະເທດເວົ້າລວມ ແລະ ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ລາວເວົ້າສະເພາະ.

ເນື້ອໃນຂອງກອງປະຊຸມສຳມະນາຄັ້ງນີ້ປະກອບມີ: ຕີລາຄາສະພາບການຮ່ວມມື ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ລາວໃນສອງປີທີ່ຜ່ານມາ ແລະ ທິດທາງແຜນການຂອງການຮ່ວມມືໃນຕໍ່ໜ້າ; ບົດບາດຂອງຫ້ອງວ່າການສະພາແຫ່ງຊາດໃນພາລະກິດເສນາທິການ ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນຂອງການການປະຕິບັດວຽກງານ ຂອງສະພາແຫ່ງຊາດສອງປະເທດ; ການຈັດຕັ້ງເສນາທິການ ຊ່ວຍສະພາປະຊາຊົນ ແລະ ຄະນະກຳມາທິການສະພາແຫ່ງຊາດຫວຽດນາມ; ບົດບາດຂອງຫ້ອງວ່າການສະພາແຫ່ງຊາດໃນວຽກງານເສນາທິການປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນຂອງການເຄື່ອນໄຫວດ້ານນິຕິບັດຍັດ ເພື່ອຄວບຄຸມ, ຕັດສິນບັນຫາທີ່ສຳຄັນ; ປະສົບການໃນການຄຸ້ມຄອງ, ດຳເນີນງານ ແລະ ນຳໃຊ້ຫ້ອງວ່າການສະພາແຫ່ງຊາດຫວຽດນາມ; ປະສົບການໃນການກໍ່ສ້າງຫ້ອງປະເພນີຂອງສະພາແຫ່ງຊາດຫວຽດນາມ.

ກ່ອນໜ້ານີ້, ໃນໂອກາດການຢ້ຽມຢາມມິດຕະພາບຢ່າງເປັນທາງການ ຫວຽດນາມ ແຕ່ວັນທີ 5-10 ມີນາ 2017 ຂອງຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ນຳໂດຍ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ, ໃນວັນທີ 6 ມີນາ 2017, ທີ່ຫ້ອງວ່າການສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງສອງອົງການດັ່ງກ່າວ ໂດຍການເປັນສັກຂີພີຍານ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກິມ ເງິນ ແລະ ປະທານສະພາແຫ່ງຊາດແຫ່ງ ສປປ ລາວທ່ານນາງ ປານີ ຢາທໍ່ຕູ້.

ອີງຕາມສັນຍາ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ ໄດ້ຕົກລົງເຫັນດີເປັນເອກະພາບກັນໃນການສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ຊຸກຍູ້ການຮ່ວມມືຜ່ານບັນດາລາຍການກໍ່ຄືໂຄງການຮ່ວມມື ທີ່ມີຫຼາຍຮູບຫຼາຍແບບ ເພື່ອຊຸກຍູ້ເພື່ອຮັບໃຊ້ສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ຂອງສອງປະເທດ ປະຕິບັດບັນດາຢ່າງມີປະສິດທິຜົນ ບັນດາຄວາມສາມາດ, ພາລະກິດ ແລະ ສິດ ແລະ ໜ້າທີ່ສິດໃນລັດຖະທຳມະນູນ ແລະ ກົດ ໝາຍ ຂອງແຕ່ລະປະເທດ.

ໃນແຕ່ລະປີ, ສອງຝ່າຍຈະດຳເນີນການແລກປ່ຽນຄະນະຜູ້ແທນເພື່ອຄົ້ນຄວ້າຮຽນຮູ້, ຮໍ່າຮຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະກັນ. ການແລກປ່ຽນຄະນະຜູ້ແທນດຳເນີນໄປໃນຮູບແບບ ການແລກປ່ຽນຂອງການນຳຫ້ອງວ່າການສະພາແຫ່ງຊາດ ແລະ ຄະນະພະນັກງານ, ນັກຄົ້ນຄວ້າຂອງ ຫ້ອງວ່າການສະພາແຫ່ງຊາດ. ສ່ວນປະກອບ, ແຜນງານ ໄປຈົນຮອດ, ໄລຍະເວລາ, ເນື້ອໃນ ຂອງການມາຢ້ຽມຢາມ ແລະ ເຮັດວຽກຂອງແຕ່ລະຄະນະ ແຕ່ລະຝ່າຍແມ່ນເຫັນດີ ໂດຍທັງສອງຝ່າຍໄດ້ຕົກລົງການ, ສອດຄ່ອງກັບ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບການຕົວຈິງຂອງສອງຝ່າຍ...

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.