ປະທານສະພາແຫ່ງຊາດໂອ້ລົມຕໍ່ກອງປະຊຸມ ສຍລ ຄົບຄະນະ ຄັ້ງທີ 5 ສະໄໝທີ VII

14:46 | 24/07/2019

ສະຫາຍນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ໂອ້ລົມຕໍ່ກອງປະຊຸມ ຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສຍລ) ຄັ້ງທີ 5 ສະໄໝທີ VII ເມື່ອວັນທີ 23 ກໍລະກົດນີ້, ທີ່ສູນເຝິກອົບຮົມແມ່ຍິງລາວ ໂດຍການເປັນປະທານຂອງສະຫາຍນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກປະທານຄະນະບໍລິຫານງານສຍລ , ມີບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງລາວ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງ, ອົງການ, ແຂວງ, ນະຄອນຫຼວງ, ແຂກຖືກເຊີນເຂົ້າຮ່ວມ.

ປະທານສະພາແຫ່ງຊາດໂອ້ລົມຕໍ່ກອງປະຊຸມ ສຍລ ຄົບຄະນະ ຄັ້ງທີ 5 ສະໄໝທີ VII

ກອງປະຊຸມ ສຍລ ຄົບຄະນະ ຄັ້ງທີ 5 ສະໄໝທີ VII. (ພາບ: ຍຸພິນທອງ)

ຜ່ານການຮັບຟັງການລາຍງານຫຍໍ້ຜົນງານ ແລະ ຜົນ ສຳເລັດຂອງ ສຍລ ແຕ່ລະຂັ້ນຢ່າງມີຜົນສຳເລັດຂອງສະຫາຍນາງ ອິນລາວັນ ແກ້ວບຸນພັນ ໃນໂອກາດອັນມີຄວາມໝາຍສຳຄັນໃນຄັ້ງນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນໃຫຍ່ຫຼວງຂອງບັນດາສະຫາຍທີ່ຍາດມາໄດ້ນັ້ນ ແລະ ຕ້ອງພ້ອມກັນສຶບຕໍ່ເອົາໃຈໃສ່ຕື່ມບາງບັນ ຫາສຳຄັນດັ່ງລຸ່ມນີ້: ໜຶ່ງ: ບັນດາສະຫາຍຕ້ອງສຶບຕໍ່ຍົກສູງຂີດຄວາມສາມາດໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມທີ່ກຳນົດໃນກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ສອງ: ເພື່ອສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະ ຫຍາຍກຳລັງແຮງຂອງແມ່ຍິງລາວບັນດາເຜົ່າ, ສາມ: ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດສິດ, ໜ້າທີ່ໃນການຄຸ້ມຄອງແລະກວດກາກ່ຽວກັບການພັດທະນາ ແລະ ປົກປ້ອງແມ່ຍິງ, ສີ່: ຕ້ອງເອົາໃຈ ໃສ່ໃນການປະຕິບັດສິດ, ໜ້າທີ່ຕາມທີ່ກຳນົດໃນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ຫ້າ: ເພື່ອຮັບປະກັນຄຸນນະພາບໃນການປະຕິບັດພາລະບົດບາດເປັນຕົວແທນໃນການພັດທະນາ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຫົກ:ສືບຕໍ່ພົວພັນຮ່ວມມືກັບແມ່ຍິງປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນການແລກປ່ຽນບົດຮຽນ, ການສະໜັບສະໜູນດ້ານງົບປະມານເຂົ້າໃນການເຄື່ອນ ໄຫວວຽກງານພັດທະນາ ແລະປົກປ້ອງແມ່ຍິງເດັກນ້ອຍ, ເຈັດ: ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 04/ຄລສພ, ລົງວັນທີ 7 ກໍລະກົດ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງອົງການ, ແຂວງນະຄອນຫຼວງ, ອົງຄະນະພັກເມືອງນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ, ຜັນຂະຫຍາຍເປັນແຜນການກະກຽມດຳເນີນກອງປະຊຸມໃຫຍ່ສະຫະພັນແມ່ຍິງແຕ່ລະຂັ້ນເພື່ອເປັນເງື່ອນໄຂໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ໃນປີ 2020 ທີ່ຈະມາເຖິງນີ້ຢ່າງມີຜົນສຳເລັດຕາມລະດັບຄາດໝາຍ. ສະຫາຍຍັງໄດ້ກ່າວເນັ້ນຕື່ມເລື່ອງສິ່ງກີດຂວາງທີ່ກາຍເປັນອຸປະສັກໃນການພັດທະນາ, ສືບຕໍ່ປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ມີຄວາມເຂັ້ມແຂງໃນການເຕົ້າໂຮມຄວາມສາມັກຄີໃນທຸກຂົງເຂດຈະຕ້ອງເສີມຂະຫຍາຍສິ່ງທີ່ດີໃຫ້ມີຄວາມກ້າວໜ້າເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດເພື່ອຍົກສູງບົດບາດແມ່ຍິງໃນເວທີພາກພື້ນ, ສາກົນ.

(ແຫຼ່ງ​ຂໍ້​ມູນ​: ພູວັນ/pasaxon.org.la)

ເຫດການ
302 Found

Found

The document has moved here.