ຍສໝ - ວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນສະມາຄົມນັກຮົບເກົ່າ ວຽງຈັນ.
ຍສໝ - ວັນທີ 27 ຕຸລາ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ຢູ່ແຂວງ ແທງຮວ໋າ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ (ວັນທີ 30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ຕອນຄ່ຳວັນທີ 23 ຕຸລານີ້, ຢູ່ແຂວງ ຊຽງຂວາງ, ພາກເໜືອຂອງລາວ ໄດ້ດຳເນີນງານຕະຫຼາດນັດວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ຜະລິດຕະພັນກະສິກຳຂອງ ຫວຽດນາມ ແລະ ລາວ.
ຍສໝ - ວັນທີ 24 ຕຸລາ, ຕາມເວລາທ້ອງຖິ່ນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳກຸ່ມ BRICS ເປີດກວ້າງຢູ່ Kazan, ສະຫະພັນລັດເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາຮອດປະຈຸບັນ, ມີຜູ້ຮຽນ 175 ຄົນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ຍສໝ - ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຍສໝ - ໂດຍສືບຕໍ່ກິດຈະກໍາເຄື່ອນໄຫວຢູ່ເມືອງ ມົກເຈົາ (ແຂວງ ເຊີນລາ), ຕອນເຊົ້າວັນທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ສືບຕໍ່ດຳເນີນບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.
ຍສໝ - ວັນທີ 20 ຕຸລານີ້, ຢູ່ນະຄອນ ບັກຢາງ, ສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ໄດ້ສົມທົບກັນເພື່ອຈັດຕັ້ງການພົບປະ, ການໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ (30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ.
ຍສໝ - ຜູ້ຮັບເໝົາໂຄງການກໍ່ສ້າງເສັ້ນທາງລົດເມ BRT ແຫ່ງທໍາອິດທີ່ນະຄອນຫຼວງ ວຽງຈັນ (ລາວ) ໄດ້ເລີ່ມລົງມືກໍ່ສ້າງຂັ້ນທໍາອິດ, ຄາດວ່າຈະໃຫ້ສໍາເລັດໃນທ້າຍ ປີ 2024.
ຍສໝ - ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຢູ່ຊາຍແດນລາໄລ ຍັງໄດ້ສະແດງໃຫ້ເຫັນໃນບັນດາກໍາລັງປະຕິບັດໜ້າທີ່ປົກປັກຮັກສາເສັ້ນຊາຍແດນ, ດ່ານຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຂອງສອງປະເທດເມື່ອການແຮກສ່ຽວລະຫວ່າງບັນດາຄ້າຍ, ປ້ອມສອງຝ່າຍຊາຍແດນໄດ້ຮັບການຜັນຂະຫຍາຍ.
ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ມີຄວາມໝາຍສໍາຄັນທີ່ສຸດ, ຈະປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ ແລະທົ່ວປວງຊົນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.
ຍສໝ - ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະຍາກທີ່ຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ພາຍໃຕ້ການນຳພາຂອງສອງພັກ, ການຄຸ້ມຄອງຂອງສອງລັດຖະບານ ແລະການຕິດຕາມຂອງສອງສະພາແຫ່ງຊາດ ຫວຽດນາມ - ລາວ, ລາວ-ຫວຽດນາມ ພວມໃນທ່າພັດທະນາຢ່າງດີງາມ ແລະບັນລຸໄດ້ບັນດາຜົນງານສຳຄັນໃນຫຼາຍຂົງເຂດ, ນັບແຕ່ດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດຈົນຮອດດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ...
ຍສໝ - ການພົບປະແລກປ່ຽນ, ຮ່ວມມື, ແບ່ງປັນປະສົບການກ່ຽວກັບວຽກງານວິຊາສະເພາະລະຫວ່າງສານປະຊາຊົນຂັ້ນສູງຢູ່ ດານັງ ແລະ ສານປະຊາຊົນພາກກາງລາວ ຈະປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ຕອນເຊົ້າ ວັນທີ 14 ຕຸລາ 2024, ມະຫາວິທະຍາໄລກຳມະບານ ໄດ້ຈັດພິທີປິດຊຸດຮຽນທິດສະດີ ແລະ ວຽກງານສະເພາະຂອງກຳມະບານ K278 ໃຫ້ແກ່ພະນັກງານກຳມະບານ ລາວ ຈຳນວນ 15 ທ່ານ.
ຍສໝ - ວັນທີ 6 ແລະ 7 ມິຖຸນາ, ຄ້າຍທະຫານປ້ອງກັນຊາຍແດນ ຈີ່ເລ, ທະຫານປ້ອງກັນຊາຍແດນແຂວງ ເງ້ອານ ໄດ້ສົມທົບກັບກອງຮ້ອຍທະຫານປ້ອງກັນຊາຍແດນ 217, ກອງບັນຊາການແຂວງ ຫົວພັນ, ລາວ ຈັດການລາດຕະເວນສອງຝ່າຍຢູ່ດ່ານຊາຍແດນຂອງ 2 ຫົວໜ່ວຍຮັບຜິດຊອບ.
ຍສໝ - ວັນທີ 6 ມິຖຸນາ 2024, ທີ່ແຂວງໄຊສົມບູນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກອງບັນຊາການທະຫານເຂດ 4 ໄດ້ສົມທົບກັບອຳນາດການປົກຄອງແຂວງໄຊສົມບູນ ເພື່ອຈັດຕັ້ງກອງປະຊຸມກວດກາທາງດ້ານເຕັກນິກ, ສຳເລັດ ເພື່ອມອບ-ຮັບ ນຳໃຊ້ໂຄງການ: ກໍ່ສ້າງລະບົບຊົນລະປະທານຂະໜາດນ້ອຍ 4 ແຫ່ງ ຢູ່ 4 ບ້ານຂື້ນກັບ 2 ເມືອງ (ອະນຸວົງ ແລະ ທ່າໂທມ), ແຂວງໄຊສົມບູນ. ທ່ານພົນຈັດຕະວາ ຫງວຽນງອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4 ແລະ ສະຫາຍ ສຸກສະຫວາດ ວົງພູມເຫຼັກ - ຮອງເຈົ້າແຂວງ ໄຊສົມບູນ - ຫົວໜ້າຄະນະຄຸ້ມຄອງໂຄງການຂອງລາວ ໄດ້ເປັນປະທານຮ່ວມ.
ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ປະກອບສ່ວນປັບປຸງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວເລິກເຊິ່ງຂຶ້ນກວ່າເກົ່າ.
ຍສໝ - ວັນທີ 14 ຕຸລາ ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນປະທານໃນການຈັດກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍສັງຄົມ ແລະ ການປ້ອງກັນ, ຕ້ານຢາເສບຕິດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທງລອງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໂສເພນີ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສທີ່ກອງປະຊຸມ.
ຍສໝ - ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີພູເຂົາແມ່ນ້ໍາຕິດຕໍ່ກັນ. ສາຍພົວພັນສາມັກຄີ, ມິດຕະພາບ, ທີ່ຊື່ສັດບໍລິສຸດ, ທັງເປັນເພື່ອນມິດສະຫາຍ ແລະທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ ແລະການນໍາຂອງພັກ, ລັດ ແລະປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ໄດ້ກາຍເປັນສາຍພົວພັນທີ່ແບບຢ່າງ, ທີ່ຊື່ສັດບໍລິສຸດ ແລະຫາຍາກໃນໂລກ.