ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມ ພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ.
ຍສໝ - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະຕິບັດແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ...
ຍສໝ - ນີ້ແມ່ນການກວດປິ່ນປົວພະຍາດຄັ້ງທຳອິດໃນປີ 2023 ຂອງໂຮງໝໍເຈີໄຣ ພະນົມເປັນ ຕາມໂຄງການຮ່ວມມືຮັບະກັນຊີວິດສັງຄົມ ໂດຍສະຖານທູດ ຫວຽດນາມ ປະຈຳກຳປູເຈຍ ປຸກລະດົມ.
ຍສໝ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: 2 ເດືອນຕົ້ນປີ 2022, ຍອດວົງເງິນການສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ປ່າໄມ້, ສິນໃນນ້ຳຄາດວ່າຈະບັນລຸ 14,2 ຕື້ USD, ເພີ່ມຂຶ້ນ 15,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ໃນນັ້ນການສົ່ງອອກຄາດວ່າຈະບັນລຸ 8ຕື້ USD, ການນຳເຂົ້າຄາດວ່າຈະບັນລຸ ກ່ວາ 6,2 ຕື້ USD. ດັ່ງນັ້ນ, ມູນຄ່າສົ່ງອອກເກີນດຸນດ້ານກະສິກຳ, ປ່າໄມ້, ສິນໃນນ້ຳ ບັນລຸ ເກືອບ 1,8 ຕື້ USD.
ຍສໝ - ຕໍ່ໜ້າບັນດາການປ່ຽນແປງຫຼ້າສຸດຈາກຂໍ້ກຳນົດການນຳເຂົ້າຜະລິດຕະພັນກະເສດຂອງ ຈີນ, ບັນດາວິສາຫະກິດໄດ້ເປັນເຈົ້າການໃນຫຼາຍວິທີການຮັບມືເພື່ອບໍ່ໃຫ້ຖືກຂາດວັກຂາດຕອນ ການສົ່ງອອກ.
ຍສໝ - ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງຫວຽດນາມ, ພິເສດແມ່ນການຄ້າຜະລິດຕະພັນກະເສດ ມີການເຕີບໂຕຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ, ບັນລຸໄດ້ເກືອບ 30%. 7 ເດືອນທີ່ຜ່ານມາ, ວົງເງິນການຄ້າສອງຝ່າຍບັນລຸກ່ວາ 47 ຕື້ USD.
ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ.
ຍສໝ - ງານແຂ່ງຂັນບານເຕະສະມາຊິກສະພາສູງ ສ.ເຊັກໂກ ປີ 2022 ໄດ້ສິ້ນສຸດລົງດ້ວຍລາງວັນແຊ້ມການແຂ່ງຂັນເປັນຂອງບັນດານັກກິລາຊາວຫວຽດນາມ ຢູ່ ສ. ເຊັກໂກ.
ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
ຍສໝ - ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ການນຳສອງປະເທດ, ເຮັດໃຫ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ ແລະ ເດີນຕາມການຄ້າ ແລະ ການລົງທຶນເປີດກ້ວາງກ່ວາຜ່ານການເຊື່ອມໂຍງເສດຖະກິດໃນທົ່ວໂລກ ແລະ ພາກພື້ນ.
ຍສໝ - ຫວ່າງມໍ່ໆມານີ້, ພິທີເຊີດຊູພາສາ ຫວຽດນາມ ໃນປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ ໄດ້ຮັບການຈັດຂຶ້ນ.
ຍສໝ - ວັນທີ 17 ພະຈິກ ຢູ່ ຮ່າໂນ້ຍ, ສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ອາໄສ ຢູ່ ຕ່າງປະເທດ ໄດ້ເຮັດວຽກກັບກົມການສຶກສານອກໂຮງຮຽນ (ກະຊວງສຶກສາ ແລະ ບຳລຸງສ້າງ) ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ກະຊວງຕຳຫຼວດ ຫວຽດນາມ ໄດ້ດຳເນີນການພົບປະກັບບັນດາຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງໃນອາຍຸການ 2023 - 2026.
ຍສໝ - ໂດຍຕາງໜ້າກະຊວງກໍ່ສ້າງ, ທ່ານ ເລກວາງຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ໜູນຊ່ວຍກະຊວງກໍ່ສ້າງປະຕິບັດຫຼາຍໂຄງການເຕັກນິກໃນຮອບເວລາ ເກືອບ 20 ປີຜ່ານມາ.
ຍສໝ - ຫຼຽນໄຊດາວເໜືອ ແມ່ນຫຼຽນໄຊອັນສູງສຸດຂອງລັດຝຣັ່ງ. ຫຼຽນໄຊນີ້ໄດ້ຖືກ ສ້າງຂື້ນໂດຍ Napoleon Bonaparte ໃນວັນທີ 19 ພຶດສະພາປີ 1802 ເພື່ອມອບລາງວັນບຸກຄົນ ຫຼື ອົງການຈັດຕັ້ງ (ທັງພົນລະເຮືອນ ແລະ ທະຫານ) ທີ່ໄດ້ປະກອບສ່ວນພິເສດໃຫ້ກັບປະເທດຝຣັ່ງ.
ຍສໝ - ໃນວັນທີ 14 ສິງຫາ, ສະຖານທູດຫວຽດນາມປະຈຳອາເມລິກາກໍ່ໄດ້ຈັດຕັ້ງຢ່າງສົມກຽວພິທີໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູງການພັກກອມມູນິດຫວຽດນາມ ເລຂາຟຽວ ໂດຍມີການເຂົ້າຮ່ວມຂອງໝູ່ຄະນະພະນັກງານສະຖານທູດ, ຜູ້ຕາງໜ້າບັນດາອົງການປະຈຳ ແລະ ບັນດາອົງຄະນະພັກ ທີ່ຂຶ້ນກັບອົງຄະນະພັກ ວໍຊິງຕັນ ດີຊີ. ພ້ອມທັງ, ສະຖານທູດກໍ່ເປີດປື້ມໄວ້ອາໄລທາງອອນລາຍ.
ຍສໝ - ຫວຽດນາມໄດ້ຢຶດໝັ້ນກັບບັນດາມາດຕະການຕໍ່ສູ້ຜ່ານເສັ້ນທາງການທູດ, ຍົກສູງຄວາມໂປ່ງໃສໃນວິວັດການແກ້ໄຂບັນດາການຂັດແຍ້ງກັນ, ຍາມໃດກໍ່ຮັກສາທ່າທີໃຫ້ຄວາມຮ່ວມມືເມື່ອເກີດມີຂໍ້ຂັດແຍ່ງ.
ຍສໝ - ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 24/2022 ສະບັບປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບເງື່ອນໄຂອະນຸຍາດສ້າງສາຂາຂອງໂຮງຮຽນຊັ້ນກາງ, ວິທະຍາໄລທີ່ມີເງິນລົງທຶນຈາກຕ່າງປະເທດ.
ຕອນເຊົ້າວັນທີ 21 ເມສາ ເຊິ່ງກົງກັບວັນທີ 10 ເດືອນສາມ ໄລ່ຕາມຈັນທະປະຕິທິນ, ຢູ່ເຂດປູຊະນີຍະສະຖານວິຫານ ຮຸ່ງ, ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ໄດ້ດຳເນີນພິທີຖະຫວາຍທູບທຽນອາໄລຫາ, ຈາລຶກຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ.
ກ່ອນນີ້ພໍດີ 49 ປີ, ວັນທີ 30 ເມສາ 1975, ທຸງໄຊຊະນະຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ໄດ້ປິວສະບັດຢູ່ເທິງຫຼັງຄາທຳນຽບເອກະລາດ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ສ້າງຂີດໝາຍບັ້ນຮົບ ໂຮ່ຈີມິນ ໄດ້ຮັບໄຊຊະນະຢ່າງສົມບູນ, ປະເທດ ຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບ. ນັບແຕ່ບັນດາຜົນງານອັນຍິ່ງໃຫຍ່ຂອງໄຊຊະນະ ວັນທີ 30 ເມສາ ນັ້ນ, ຫວຽດນາມ ໄດ້ມີການພັດທະນາເທື່ອລະກ້າວ. ເສດຖະກິດບັນລຸໄດ້ຜົນງານໃຫຍ່ຫຼວງ, ການເມືອງສັງຄົມເປັນປົກກະຕິ, ດັດຊະນີຄວາມຜາສຸກຂອງປະຊາຊົນກໍໄດ້ເລື່ອນຂຶ້ນຢູ່ຂັ້ນທີ່ດີໃນຕາຕະລາງຈັດອັນດັບທົ່ວໂລກ.