ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1%

01:59 | 30/10/2023

ຍສໝ - ໃນ 10 ເດືອນຜ່ານມາ, ວິສາຫະກິດໄດ້ລົງທະບຽນ 2.608 ໂຄງການໃໝ່, ທຶນຈົດທະບຽນບັນລຸ 15,29 ຕື້ USD, ເພີ່ມຂຶ້ນ 66,1% ເມື່ອທຽບໃສ່ໄລຍະດຽວກັນຂອງຈໍານວນໂຄງການ ແລະ 54% ຂອງທຶນຈົດທະບຽນ.

ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI ນະຄອນ ຮ່າໂນ້ຍ ນຳໜ້າທົ່ວປະເທດກ່ຽວກັບການດຶງດູດໂຄງການ FDI
ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023 ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023

​ໃນ​ຈຳນວນ 68 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ມີ​ໂຄງການ​ລົງທຶນ​ທີ່​ມີ​ໃບ​ອະນຸຍາດ​ໃໝ່​ຢູ່​ຫວຽດນາມ ​ໃນ 10 ​ເດືອນ​ຕົ້ນ​ປີ 2023, ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ (ຈີນ) ​ແມ່ນ​ນັກ​ລົງທຶນ​ໃຫຍ່​ທີ່​ສຸດ ດ້ວຍ​ຍອດ​ຈຳນວນ​ທຶນ 3,1 ຕື້ USD, ກວມ 20,3% ຂອງ​ຈຳນວນ​ທຶນ​ຈົດ​ທະບຽນ​ໃໝ່​ທັງ​ໝົດ. ຖັດມາແມ່ນສິງກະໂປ 3,09 ຕື້ USD, ກວມເອົາ 20,2%. ຈີນ 2,51 ຕື້ USD, ກວມ 16,5%. ໄຕ້​ຫວັນ 2 ຕື້ USD, ກວມ 13,1%. ເກົາຫຼີ 1,67 ຕື້ USD, ກວມ 10,9%. ຍີ່ປຸ່ນ 725,4 ລ້ານ USD, ກວມ 4,7%.

ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1%

ທຶນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ໃນ 10 ເດືອນ​ ເພີ່ມ​ຂຶ້ນ 66,1%

ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ, ໄລ່ຮອດວັນທີ 20 ຕຸລາ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນໃໝ່, ດັດປັບ ແລະ ປະກອບຊື້ຫຸ້ນ, ຊື້ທຶນເຂົ້າ ຫວຽດນາມ ບັນລຸກວ່າ 25,76% ຕື້ USD, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນ. ໃນນັ້ນ, ມີກວ່າ 2.600 ໂຄງການໃໝ່ໄດ້ຮັບໃບທະບຽນການລົງທຶນໃໝ່, ເພີ່ມຂຶ້ນກວ່າ 66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ໄລ່ຕາມຂະແໜງ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນ 18/21 ຂະແໜງເສດຖະກິດແຫ່ງຊາດ; ໃນນັ້ນ, ນຳໜ້າຍອດເງິນລົງທຶນແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ. ຖັດຈາກນັ້ນແມ່ນບັນດາຂະແໜງ: ອະສັງຫາລິມະຊັບ; ການເງິນທະນາຄານ, ການຂາຍສົ່ງ - ຂາຍຍ່ອຍ… ຕາມລຳດັບ.

ໄລ່ຕາມຄູ່ຮ່ວມມືລົງທຶນ, ໃນ 10 ເດືອນຂອງປີ 2023, ມີ 108 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ. ໃນນັ້ນ, ສິງກະໂປ ນຳໜ້າກ່ຽວກັບຍອດຈຳນວນເງິນລົງທຶນ, ດ້ວຍ 4,65 ຕື້ USD. ສ.ເກົາຫຼີ ຢືນອັນດັບທີ 2; ຮົ່ງກົງ (ຈີນ) ຢືນອັນດັບທີ 3; ຖັດມາແມ່ນ ຈີນ, ຍີ່ປຸ່ນ, ໄຕຫວັນ (ຈີນ)…

ໄລ່ຕາມເຂດລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນຢູ່ 55 ແຂວງ, ນະຄອນ. ແຂວງ ກວາງນິງ ໄດ້ນຳໜ້າກ່ຽວກັບການດຶງດູດເງິນລົງທຶນ, ຫາຍຟ່ອງ ຢືນອັນດັບທີ 2, ຖັດມາແມ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບັກຢາງ…

ຄຳຮຸ່ງ

Tags: FDI

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.