ເພີ່ມທະວີຄວາມແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສະມາຄົມຄົນຫວຽດນາມ ຢູ່ ຝຣັ່ງ

21:09 | 16/05/2026

ຍສໝ - ໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ ຄົບຮອບ 115 ປີ ແຫ່ງວັນທີ່ລຸງໂຮ່ ເດີນທາງໄປຮອດ ຝຣັ່ງ ເປັນຄັ້ງທຳອິດ, ໃນວັນທີ 14 ພຶດສະພາ, ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ຕ້ອນຮັບຄະນະບໍລິຫານງານສະມາຄົມຄົນຫວຽດນາມ ປະຈຳ ຝຣັ່ງ (UGVF) ຢ່າງສະໜິດສະໜົມ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ
ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ
ເພີ່ມທະວີຄວາມແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສະມາຄົມຄົນຫວຽດນາມ ຢູ່ ຝຣັ່ງ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ຈິ້ງດຶກຫາຍ ຕ້ອນຮັບຄະນະບໍລິຫານງານສະມາຄົມຄົນຫວຽດນາມ ປະຈຳ ຝຣັ່ງ. (ແຫຼ່ງຂໍ້ມູນ: ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ)

UGVF ແມ່ນໜຶ່ງໃນບັນດາອົງການຈັດຕັ້ງຊຸມຊົນຄົນຫວຽດນາມ ທີ່ມີປະຫວັດສາດອັນຍາວນານຢູ່ ຝຣັ່ງ ໂດຍມີຕົ້ນກຳເນີດມາຈາກ "ກຸ່ມຄົນອານາມຜູ້ຮັກຊາດ", ເຊິ່ງຕິດພັນກັບຊື່ສຽງຮຽງນາມຂອງ ທ່ານ ຫງວຽນອາຍໂກ້ກ ຫຼື ປະທານ ໂຮ່ຈີມິນ ລຸງໂຮ່ຜູ້ເປັນທີ່ເຄົາລົບຮັກ.

ກ່າວປາໄສໃນການພົບປະ, ທ່ານເອກອັກຄະລັດຖະທູດ ຈິ້ງດຶກຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງບັນດາສະມາຊິກອາວຸໂສ ທີ່ໄດ້ສືບທອດມູນເຊື້ອອັນດີງາມຂອງຂະບວນການຄົນຫວຽດນາມຕ່າງດ້າວຜູ້ຮັກຊາດຢູ່ ຝຣັ່ງ ຕະຫຼອດຫຼາຍທົດສະວັດຜ່ານມາ.

ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ກັບການປະກອບສ່ວນຢ່າງຕັ້ງໜ້າຂອງ UGVF ໃນການເພີ່ມພູນຄູນສ້າງຄວາມສາມັກຄີໃນຊຸມຊົນ, ການປົກປັກຮັກສາເອກະລັກວັດທະນະທຳຂອງຊາດ ແລະ ການຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ຝຣັ່ງ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຮຸ່ນຄົນໜຸ່ມທີ່ມີຄວາມມຸ່ງໝັ້ນ ແລະ ຮີກຮ້ານ ທີ່ພວມສືບທອດການສ້າງສາ ແລະ ພັດທະນາສະມາຄົມ, ໂດຍສະເພາະແມ່ນໃນສະພາບການທີ່ຊຸມຊົນຄົນຫວຽດນາມຢູ່ ຝຣັ່ງ ນັບມື້ນັບມີຄວາມຫຼາກຫຼາຍ ດ້ວຍການມີຫຼາຍຮຸ່ນຄົນທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ.

ຕາມທ່ານເອກອັກຄະລັດຖະທູດ ຈິ້ງດຶກຫາຍ ແລ້ວ, ວຽກງານການສອນພາສາຫວຽດນາມ, ການຮັກສາວັດທະນະທຳມູນເຊື້ອ ແລະ ການເຊື່ອມໂຍງຮຸ່ນຄົນໜຸ່ມໃຫ້ຕິດພັນກັບບ້ານເກີດເມືອງນອນ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຕໍ່ກັບອະນາຄົດຂອງຊຸມຊົນ.

ໃນການພົບປະຄັ້ງນີ້, ທ່ານເອກອັກຄະລັດຖະທູດ ແລະ ບັນດາສະມາຊິກສະມາຄົມ ໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນໃນຫຼາຍບັນຫາທີ່ຊຸມຊົນໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ ສະພາບການຢູ່ ຫວຽດນາມ, ສາຍພົວພັນ ຫວຽດນາມ-ຝຣັ່ງ, ບັນດານະໂຍບາຍໃໝ່ທີ່ກ່ຽວຂ້ອງກັບສັນຊາດ, ໜັງສືຜ່ານແດນແບບຝັງຊິບເອເລັກໂຕຣນິກ (e-passport), ກໍຄືບັນດາກິດຈະກຳຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ແບ່ງປັນບາງທິດທາງຂອງສະຖານທູດ ໃນການຮ່ວມເດີນທາງຄຽງຄູ່ກັບບັນດາສະມາຄົມຄົນຫວຽດນາມຢູ່ ຝຣັ່ງ, ໂດຍສະເພາະແມ່ນໃນຂົງເຂດວັດທະນະທຳ, ການສຶກສາ ແລະ ການເຊື່ອມຕໍ່ຮຸ່ນຄົນໜຸ່ມ.

ທາງດ້ານ UGVF, ທ່ານ ຫງວຽນວັນບົນ ແລະ ທ່ານ ເວືອງຫຶວເຍີນ ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການເອົາໃຈໃສ່ ແລະ ການຮ່ວມເດີນທາງຂອງສະຖານທູດ ທີ່ມີຕໍ່ສະມາຄົມຕະຫຼອດໄລຍະຜ່ານມາ.

ຄະນະບໍລິຫານງານ ຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ແຫ່ງມິດຕະພາບ ຫວຽດນາມ-ຝຣັ່ງ, ເພີ່ມທະວີຄວາມສາມັກຄີໃນຊຸມຊົນ, ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ, ພ້ອມທັງຫັນໜ້າຕາຫາບ້ານເກີດເມືອງນອນ ດ້ວຍບັນດາກິດຈະກຳທີ່ເປັນຮູບປະທຳ ແລະ ມີຄວາມໝາຍຄວາມສຳຄັນຢ່າງແທ້ຈິງ.

ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026

ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030.

ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ

ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແລະ ສີລັງກາ ຂອງສະຫາຍ ໂຕ ເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສ້າງການບຸກທະລຸທາງດ້ານຍຸດທະສາດ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນທາງດ້ານຄຸນນະພາບ ໃນທິດທາງການພັດທະນາສາຍພົວພັນກັບ ອິນເດຍ ແລະ ສີລັງກາ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ