ໂທລະເລກອວຍພອນຈາກການນຳບັນດາປະເທດທີ່ສົ່ງເຖິງການນຳຂັ້ນສູງຫວຽດນາມ

08:24 | 14/04/2021

ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ທ່ານປະທານປະເທດ ສ.ກຸຍບາ Miguel Diaz-Canel ໄດ້ສົ່ງໂທລະເລກອວຍພອນ.

ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ
ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ
ໂທລະເລກອວຍພອນຈາກການນຳບັນດາປະເທດທີ່ສົ່ງເຖິງການນຳຂັ້ນສູງຫວຽດນາມ
ການ​ນຳ​ປະ​ເທດ​ຫວຽດ​ນາມ (ພາບ: TTXVN)

ໃນໂທລະເລກອວຍພອນໄດ້ຢືນຢັນຄວາມປາດຖະໜາຢາກເພີ່ມທະວີບັນດາການພົວພັນ 2 ຝ່າຍກວ່າອີກ, ບົນພື້ນຖານການສະໜັບສະໜູນໂດຍບໍ່ຕ້ອງມີເງື່ອນໄຂໃດໆ, ມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງເຊິ່ງກັນ ແລະ ກັນ ແລະ ຄວາມສາມັກຄີທີ່ເປັນເອກະລັກໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ກຸຍບາ.

ເນື່ອງໃນໂອກາດນີ້, ກະສັດກາຕາ, ຮອງກະສັດແຫ່ງກາຕາ; ປະທານາທິບໍດີ Maldives; ທ່ານເລຂາທິການໃຫຍ່ອາຊຽນ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ.

ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ, ທ່ານນາຍົກລັດຖະມົນຕີກຸຍບາ Manuel Marrero Cruz ໄດ້ສົ່ງໂທລະເລກອວຍພອນ. ທ່ານນາຍົກລັດຖະມົນຕີກຸຍບາ ຢືນຢັນຄວາມປາດຖະໜາຢາກພັດທະນາບັນດາໂຄງການໃນທຸກຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃນອະນາຄົດ. ທ່ານນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງພາຍໃນລັດກາຕາ; ທ່ານນາຍົກລັດຖະມົນຕີສ.ເຊັກໂກ; ທ່ານປະທານາທິບໍດີ Maldives; ທ່ານເລຂາທິການໃຫຍ່ອາຊຽນ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊັ່ນດຽວກັນ.

ເນື່ອງໃນໂອກາດທ່ານ ເວືອງດິ່ງເຫ້ວ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດກຸຍບາ Esteban Lazo Hernandez ໄດ້ສົ່ງໂທລະເລກມາອວຍພອນ. ໃນໂທລະເລກອວຍພອນ, ທ່ານປະທານສະພາແຫ່ງຊາດກຸຍບາ ເຊື່ອໝັ້ນວ່າ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ ແລະ ລະຫວ່າງ 2 ປະເທດເວົ້າລວມ ຈະນັບມື້ນັບໄດ້ຮັບການຍູ້ແຮງໃນໄລຍະຈະມາເຖິງ.

ທ່ານປະທານສະພາແຫ່ງສະຫະພັນສະພາແຫ່ງຊາດລັດເຊຍ Valentina Matviyenko ກໍໄດ້ສົ່ງໂທລະເລກອວຍພອນທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. ໃນໂທລະເລກອວຍພອນ, ທ່ານ Valentina Matviyenko ເຊື່ອໝັ້ນວ່າ, ການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ຝ່າຍໃນຫຼາຍປີຜ່ານມາ ແມ່ນພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາ 2 ຝ່າຍ, ກໍຄືການສົມທົບກັນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ, ປະກອບສ່ວນປັບປຸງຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ.

ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ ສົນທະນາໂທລະສັບທາງໄກ ລະຫວ່າງ ການນຳຂັ້ນສູງ ລາວ-ຫວຽດນາມ

ຫວ່າງແລ້ວນີ້, ທີ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກ ກັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ ທ່ານ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງ ...

ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ

ວັນທີ 24 ພຶດສະພາ 2019 ການນຳແຂວງ ລາວກ່າຍ ນຳໂດຍທ່ານ ຫງວຽນວັນວິງ ກຳມະການສູນກາງພັກ,ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະໄດ້ຕ້ອນຮັບການເດີນທາງໄປພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຂອງການນຳຂັ້ນສູງແຂວງອຸດົມໄຊ ນຳໂດຍທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງອຸດົມໄຊ.

ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ເຂົ້າອວຍພອນການນຳຂັ້ນສູງຂອງແຂວງສະຫວັນນະເຂດ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ເຂົ້າອວຍພອນການນຳຂັ້ນສູງຂອງແຂວງສະຫວັນນະເຂດ

ໃນວັນທີ 10 ເມສານີ້, ທ່ານ ເຈີ່ນ ກົງ ຖິ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ເຂົ້າອວຍພອນທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໃນໂອກາດປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ.

vovworld.vn

ເຫດການ
302 Found

Found

The document has moved here.