
ໃຫ້ບຸລິມະສິດການຮ່ວມມືສາກົນໃນຂົງເຂດແຮງງານ ແລະ ສັງຄົມ ໄລຍະ 2022-2030
ມາຮອດປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີການພົວພັນຮ່ວມມືກັບ 180 ຄູ່ຮ່ວມມືສາກົນ, ລວມມີເກືອບ 20 ອົງການຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.
ມາຮອດປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີການພົວພັນຮ່ວມມືກັບ 180 ຄູ່ຮ່ວມມືສາກົນ, ລວມມີເກືອບ 20 ອົງການຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ.
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ແຈ້ງໃຫ້ ທ່ານຜູ້ອຳນວຍການໃຫຍ່ ILO ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການເຂົ້າຮ່ວມຂອງບັນດາອານຸສັນຍາຂອງ ILO, ຜັນຂະຫຍາຍບັນດາໂຄງການ, ລາຍການກ່ຽວກັບການຄຸ້ມຄອງແຮງງານ ແລະ ວຽກເຮັດງານທຳຢ່າງສົມເຫດສົມຜົນ.
ຍສໝ - ຕອນເຊົ້າວັນທີ 01 ທັນວາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະກຳມະການພະລັງງານແຮງລົມທົ່ວໂລກ (GWEC) ແລະ ບໍລິສັດ Informa Markets ຈັດຕັ້ງກອງປະຊຸມພະລັງງານແຮງລົມ ຫວຽດນາມ 2021 ຕາມຮູບແບບທາງໄກ ແລະ ໂດຍກົງ.
ຍສໝ - ຕາມນັ້ນແລ້ວ, ສະຫະພັນໃຫຍ່ແຮງງານຫວຽດນາມ ກໍ່ສະເໜີໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກ ຍ້ອນແມ່ນເປົ້າໝາຍຕ້ອງແຍກປ່ຽວ 14 ວັນຂຶ້ນໄປ ຢູ່ສະຖານທີ່ແຍກຕົວລວມໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່ເຮືອນ (ກໍລະນີ F2) ຫຼືໃນບັນດາເຂດທີ່ຖືກຈຳກັດການເຂົ້າອອກຕາມຄຳຮຽກຮ້ອງຂອງອົງການແຫ່ງລັດ ທີ່ມີສິດອຳນາດ ແມ່ນໜູນຊ່ວຍເງິນໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກໃນເວລາ 14 ວັນ, ແຕ່ເງິນເດືອນຢຸດງານຕ່ຳກ່ວາເງິນເດືອນຕ່ຳສຸດໃນເຂດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມໄດ້ລົງນາມປະກາດໃຊ້ຂໍ້ຕົກລົງເລກທີ 2234 ອະນຸມັດຜ່ານແຜນການປະຕິບັດສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງການບັງຄັບແຮງງານ.
ຍສໝ - ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ຍີ່ປຸ່ນ - ຫວຽດນາມ ໃນປີ 2025. ກອງປະຊຸມສຳມະນາ ເພື່ອອັບເດັດບັນດາຂໍ້ມູນໃໝ່ກ່ຽວກັບໂຄງການ "ການຈ້າງງານເພື່ອພັດທະນາທັກສະ" (ESD) ຄາດວ່າຈະຜັນຂະຫຍາຍຢ່າງເປັນທາງການໃນປີ 2027, ແທນທີ່ໂຄງການຝຶກງານດ້ານວິຊາການໃນປະຈຸບັນຢ່າງສົມບູນ. ຄາດວ່າໂຄງການຈະເປີດກາລະໂອກາດໃຫ້ຄົນງານຫວຽດນາມ ໄປເຮັດວຽກແບບຍືນຍົງ, ໝັ້ນຄົງ ແລະ ມີເສັ້ນທາງພັດທະນາອາຊີບທີ່ຈະແຈ້ງຢູ່ຍີ່ປຸ່ນ.
ທ່ານ ຄຳແພງ ໄຊສົແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຕໍ່ຜົນສຳເລັດໃນແຕ່ລະກິດຈະກຳຂອງໂຄງການດັ່ງກ່າວ ໄດ້ເຮັດໃຫ້ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ຢູ່ປະເທດພວກເຮົາເປັນທີ່ຮັບຮູ້, ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຫລາຍຂຶ້ນ ຈາກທຸກພາກສ່ວນຂອງສັງຄົມ.
ຍສໝ - ລັດຖະບານ, ບັນດາກະຊວງ, ຂະແໜງການຫວຽດນາມ ໄດ້ສະຫງວນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງຜູ້ອອກແຮງງານ, ປະກອບສ່ວນຮັບປະກັນແຫຼ່ງສະໜອງແຮງງານທີ່ມີຄຸນນະພາບ, ມີສະຖຽນລະພາບໃຫ້ແກ່ພື້ນຖານເສດຖະກິດ.
ຍສໝ - ADB ຫາກໍ່ເຊັນບ້ວງເງິນກູ້ຢຶມໃຫ້ແກ່ໂຄງການໄຟຟ້າແຮງລົມຂ້າມຊາຍແດນແຫ່ງທຳອິດຢູ່ອາຊີ, ນີ້ແມ່ນໂຮງງານແຫ່ງທຳອິດຢູ່ ລາວ ແລະກໍ່ແມ່ນໂຮງງານໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ວັນທີ 14 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກຣົວຊີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ເລທິທູຮັ່ງ ໄດ້ມີການພົບປະເຮັດວຽກກັບທ່ານ Ivan Vidis, ລັດຖະມົນຕີກະຊວງແຮງງານ, ກະສຽນອາຍຸ ແລະ ສັງຄົມຂອງ ກຣົວຊີ ເພື່ອປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານແຮງງານລະຫວ່າງສອງປະເທດ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ບົດລາຍງານຕີລາຄາໝາກຜົນຂອງການຮ່ວມມືໄລຍະ 2019 – 2021 ແລະ ການກຳນົດທິດການຮ່ວມມືໄລຍະ 2021 – 2025 ກ່ຽວກັບແຮງງານ ແລະ ສັງຄົມ, ລົງນາມບົດບັນທຶກກອງປະຊຸມທາງໄກລັດຖະມົນຕີແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ 7 ແລະ ຂໍ້ຕົກລົງ ຮ່ວມມືໃນຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງສອງປະເທດ.
ຫວຽດນາມ ມີ 31,8 ລ້ານຄົນໃນເກັນອາຍຸ 15 ປີຂຶ້ນໄປຖືກຜົນສະທ້ອນຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19, ໃນນັ້ນ ຜູ້ມີລາຍຮັບຖືກຫລຸດລົງກວມເອົາ 69%.
ຍສໝ - ຍີ່ປຸ່ນໄດ້ຮັບເອົາແຮງງານຫວຽດນາມເຂົ້າເຮັດວຽກໃນ 14 ອາຊີບ ແລະລັດຖະບານຍີ່ປຸ່ນໄດ້ເພີ່ມ 7 ຕຳແໜ່ງຢ່າງເປັນທາງການໃນຂົງເຂດກໍ່ສ້າງທີ່ໄດ້ຮັບອະນຸຍາດໃຫ້ຮັບເອົາແຮງງານທີ່ມີລັກສະນະພິເສດແມ່ນ ຄົນຕ່າງປະເທດ, ໃນນັ້ນມີຄົນງານຫວຽດນາມ.
ຍສໝ - ທີ່ການໂອ້ລົມສົນທະນາຜູ້ແທນໄດ້ເຫັນດີເປັນເອກະພາບ, ໂດຍຕີລາຄາວ່າ, ປີ 2020 ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງອາຊຽນ ດ້ວຍບົດບາດພົ້ນເດັ່ນຂອງປີຫວຽດນາມເປັນປະທານອາຊຽນ 2020.
ຍສໝ - ງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດ ດ່າໜັງ (DIFF 2023) ໄດ້ກາຍເປັນເຫດການ ຢືນຢັນຄວາມ ພະຍາຍາມ “ທຳລາຍນ້ຳກ້ອນ” ຂອງຂະແໜງການທ່ອງທ່ຽວ ດ່າໜັງ, ໄດ້ສ້າງ “ຄວາມຫວັງທີ່ສົດໃສ” ບໍ່ພຽງແຕ່ໃຫ້ນະຄອນແຄມທະເລເທົ່ານັ້ນ, ແຕ່ຍັງໃຫ້ທັງຂະແໜງທ່ອງທ່ຽວ ຂອງ ຫວຽດນາມ ອີກດ້ວຍ.
ຍສໝ - ທ່ານນາງ Corrine Vargha ຫົວໜ້າຄະນະມາດຕະຖານແຮງງານສາກົນ ຂອງ ILO ປະຈຳເຊີແນວ (ສະວິດ) ໄດ້ຍ້ອງຍໍຊົມເຊີຍການຕັດສິນດັ່ງກ່າວຂອງຫວຽດນາມ, ແລະຖືວ່າ ຫວຽດນາມພວມພິສູດຄຳໝັ້ນສັນຢ່າງແຮງໃນວິວັດການຕໍ່ສູ້ຕ້ານການ ບີບບັງຄັບແຮງງານໃນທຸກໆຮູບແບບ.
ຍສໝ - ຕອນບ່າຍຂອງວັນທີ 4 ມັງກອນ, ສະຫະພັນແຮງງານນະຄອນໂຮ່ຈີມິນ ຖະແຫຼ່ງຂ່າວຂໍ້ມູນກິດຈະກຳຕ່າງໆໃນບຸນປີໃໝ່ກຸດຫວຽດນາມ 2022 ດູແລເບິ່ງແຍ່ງໃຫ້ແກ່ຜູ້ອອກແຮງງານໃນພື້ນທີ່ນະຄອນ
ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆປະຕິບັດການຜ່ອນຜັນບາງຂໍ້ກຳນົດ, ເງື່ອນໄຂກ່ຽວກັບການອອກ, ຕໍ່ກຳນົດເວລາ, ຢັ້ງຢືນໃບອະນຸຍາດແຮງງານໃຫ້ແກ່ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ຫວຽດນາມ.
ຍສໝ - ກົມຄຸ້ມຄອງແຮງງານຕ່າງປະເທດ ກໍໃຫ້ວ່າ, ກະຊວງສາທາລະນະສຸກ ແລະ ສະຫວັດດີການຍີ່ປຸ່ນ ໄດ້ອອກຂໍ້ກຳນົດກ່ຽວກັບວັກຊີນທີ່ໄດ້ຮັບການຮັບຮອງ 4 ຊະນິດຄື: Pfizer - Biotech, Moderna, Astra Zeneca ແລະ Jassen (Johnson & Johnson).
ຍສໝ - ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດທີ IV ແລະປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ ສສ.ຫວຽດນາມ.