ຕະຫລາດແຮງງານ ຫວຽດນາມ ມີການປ່ຽນແປງຫລາຍຢ່າງ

18:00 | 07/10/2020

ຫວຽດນາມ ມີ 31,8 ລ້ານຄົນໃນເກັນອາຍຸ 15 ປີຂຶ້ນໄປຖືກຜົນສະທ້ອນຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19, ໃນນັ້ນ ຜູ້ມີລາຍຮັບຖືກຫລຸດລົງກວມເອົາ 69%.

ຕະຫລາດແຮງງານ ຫວຽດນາມ ມ ການປ ຽນແປງຫລາຍຢ າງ ລ່າວກາຍ: ການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານຊົນນະບົດໃນເຂດເນີນສູງ ຊີ່ນໂຮ່
ຕະຫລາດແຮງງານ ຫວຽດນາມ ມ ການປ ຽນແປງຫລາຍຢ າງ ຕະຫລາດແຮງງານ ໂອກາດດີສໍາລັບຜູ້ຕ້ອງການວຽກເຮັດງານທໍາ
ຕະຫລາດແຮງງານ ຫວຽດນາມ ມ ການປ ຽນແປງຫລາຍຢ າງ
ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ, ວຽກເຮັດງານທຳໄຕມາດ 3 ແລະ 9 ເດືອນຕົ້ນປີ 2020 (ພາບ: VGP)

ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ, ວຽກເຮັດງານທຳໄຕມາດ 3 ແລະ 9 ເດືອນຕົ້ນປີ 2020, ຕອນເຊົ້າວັນທີ 06 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: ໃນໄຕມາດ 3, ບັນດາຂະແໜງການຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19 ລ້ວນແຕ່ມີສັນຍານເຕີບໂຕຄືນໃໝ່. ສະພາບແຮງງານ, ວຽກເຮັດງານທຳ ແລະ ລາຍຮັບຂອງຊາວຜູ້ອອກແຮງງານໃນໄຕມາດ 3 ປີ 2020 ກໍ່ໄດ້ຮັບການປັບປຸງດີຂຶ້ນເມື່ອທຽບໃສ່ໄຕມາດ 2. ໄລ່ຮອດເດືອນ ກັນຍາ ປີ 2020, ຫວຽດນາມ ມີ 31,8 ລ້ານຄົນໃນເກັນອາຍຸ 15 ປີຂຶ້ນໄປຖືກຜົນສະທ້ອນຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19, ໃນນັ້ນ ຜູ້ມີລາຍຮັບຖືກຫລຸດລົງກວມເອົາ 69%.

ທ່ານນາງ Valentina Barcuci, ຮອງຫົວໜ້າອົງການແຮງງານສາກົນປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຕົວເລກສະຖິຕິແມ່ນມາດຕະການຊ່ວຍໃຫ້ມີຄຳຕອບກ່ຽວກັບສະພາບແຮງງານ ແລະ ວຽກເຮັດງານທຳ; ພ້ອມທັງ ຊ່ວຍທົບທວນຄືນຜົນສະທ້ອນຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ຊາວຜູ້ອອກແຮງງານ ຄືແນວໃດໃນຊຸມເດືອນຜ່ານມາ. ໄຕ​ມາດ III, ຕະຫຼາດ​ແຮງ​ງານ​ຂອງ​ຫວຽດ​ນາມ ມີ​ການ​ປັບ​ປຸງ, ເຖິງ​ຢ່າງ​ໃດ​ກໍ່​ຕາມ ຍັງ​ບໍ່​ທັນ​ກັບ​ຄືນ​ສູ່​ເປັນ​ປົກ​ກະ​ຕິ. ອົງການແຮງງານສາກົນປະຈຳ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບກົມໃຫຍ່ສະຖິຕິໃນການສຳຫລວດແຮງງານ ແລະ ວຽກເຮັດງານທຳໃນໄລຍະຈະມາເຖິງ.

ຕະຫລາດແຮງງານ ຫວຽດນາມ ມ ການປ ຽນແປງຫລາຍຢ າງ ລ່າວກາຍ: ການຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ອອກແຮງງານຊົນນະບົດໃນເຂດເນີນສູງ ຊີ່ນໂຮ່

ຍສໝ - ປະຊາຊົນຮູ້ວິທີນຳໃຊ້ເຕັກນິກໃນການຜະລິດ ແລະການລ້ຽງສັດ, ປະກອບສ່ວນເພີ່ມລາຍໄດ້ ແລະຫຼຸດອັດຕາຄອບຄົວທຸກຍາກໃນເມືອງ.

ຕະຫລາດແຮງງານ ຫວຽດນາມ ມ ການປ ຽນແປງຫລາຍຢ າງ ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ

ໃນວັນທີ 10 ກັນຍາ 2020 ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງ ບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ປະເທດໄທ ຈຳນວນ 27 ຄົນ, ຍິງ 09 ຄົນກັບຄືນປະເທດ. ໃນນີ້, ແຮງງານຢູ່ແຂວງບໍ່ແກ້ວ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫລວງພະບາງ ແຂວງລະ 2 ຄົນ. ຈາກນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນ ຢູ່ສູນບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະ ສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ...

ຕະຫລາດແຮງງານ ຫວຽດນາມ ມ ການປ ຽນແປງຫລາຍຢ າງ ບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ

ຍສໝ - ຈັດຕັ້ງນັກໂທດອອກແຮງງານໃນຄຸກໄດ້ສະແດງໃຫ້ເຫັນມະນຸດສະທຳ ໃນແນວທາງນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ໃນການສຶກສາອົບຮົມ ແລະ ດັດແປງຜູ້ກະທຳຜິດໃຫ້ກາຍເປັນຄົນດີ, ແລະ ເປັນປະໂຫຍດໃຫ້ແກ່ສັງຄົມ, ຍັງຊ່ວຍໃຫ້ພວກເຂົາມີສະຕິຮູ້ກ່ຽວກັບຄຸນຄ່າຂອງແຮງງານ, ເຄົາລົບແຮງງານ. ພ້ອມດຽວກັນນີ້, ການອອກແຮງງານ ແລະການຝຶກອົບຮົມວິຊາຊີບໃນຄຸກຊ່ວຍໃຫ້ນັກໂທດມີການກຳນົດທິດໃນການເຮັດວຽກ ຫລັງຈາກປະຕິບັດໂທດຈຳຄຸກພວກເຂົາສາມາດຊອກຫາວຽກເຮັດງານທຳ, ສະຖຽນລະພາບຊີວິດຂອງເຂົາເຈົ້າ. ສະແດງໃຫ້ເຫັນບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ.

​vovworld.vn

ເຫດການ
302 Found

Found

The document has moved here.