ຍີ່ປຸ່ນຮັບ​ເອົາແຮງງານຫວຽດນາມຄ​ືນ​ໃໝ່

18:08 | 28/10/2020

​ຍ​ສ​ໝ - ຍີ່ປຸ່ນໄດ້ຮັບເອົາ​ແຮງງານຫວຽດນາມເຂົ້າເຮັດວຽກໃນ 14 ອາຊີບ ແລະລັດຖະບານຍີ່ປຸ່ນໄດ້ເພີ່ມ 7 ຕຳແໜ່ງຢ່າງເປັນທາງການໃນຂົງເຂດກໍ່ສ້າງທີ່ໄດ້ຮັບອະນຸຍາດໃຫ້ຮັບເອົາແຮງງານທີ່ມີລັກ​ສະ​ນະ​ພິເສດແມ່ນ ຄົນຕ່າງປະເທດ, ໃນນັ້ນມີຄົນງານຫວຽດນາມ.

ຍ ປ ນຮ ບ ເອ າແຮງງານຫວຽດນາມຄ ນ ໃໝ ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ
ຍ ປ ນຮ ບ ເອ າແຮງງານຫວຽດນາມຄ ນ ໃໝ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ນຳໃຊ້ຂັ້ນຕອນການເຂົ້າເມືອງຢ່າງໃໝ່ ຕ່າມໄລຍະສັ້ນ ແລະ ບໍ່ຕ້ອງແຍກອອກຫ່າງເຕົ້າໂຮມ
ຍ ປ ນຮ ບ ເອ າແຮງງານຫວຽດນາມຄ ນ ໃໝ
ພາບ​ປະ​ກອບ

ທ່ານ ​ຟ້າມ​ວຽກ​ເຮືອງ, ຮອງຫົວໜ້າກົ​ມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມ) ກ່າວວ່າ: ຕະຫຼາດຍີ່ປຸ່ນໄດ້ເລີ່ມຮັບເອົາຄົນງານຫວຽດນາມເຂົ້າເຮັດວຽກແລ້ວ. ໃນໄລຍະຈະມາເຖິງ,ໂດຍອີງໃສ່ສາຍພົວພັນລະຫວ່າງສອງປະເທດກ່ຽວກັບການຮ່ວມມືແຮງງານແລະເລີ່ມຈາກຄວາມຕ້ອງການຂອງຜູ້​ນຳ​ໃຊ້​ແຮງ​ງານ, ກົມຄຸ້ມຄອງແຮງງານຕ່າງປະເທດຈະປຶກສາຫາລືກັບຝ່າຍຍີ່ປຸ່ນເພື່ອເພີ່ມຈຳນວນ ນັກ​ຝຶກ​ງານ ແລະ ແຮງ​ງານຫວຽດນາມມາ​ເຮັດ​ວຽກ​ຢູ່ຍີ່ປຸ່ນ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດແລະນັກຝຶກງານຕ້ອງປະ​ຕິ​ບັດມາດຕະການປ້ອງກັນແລະຄວບຄຸມໂລກລະບາດຢູ່ຫວຽດນາມກໍ່ຄືເມື່ອພວກເຂົາມາຍີ່ ຕາມກົດລະບຽບຂອງຍີ່ປຸ່ນ. ປະຈຸບັນ, ຍີ່ປຸ່ນໄດ້ຮັບເອົາ​ແຮງງານຫວຽດນາມເຂົ້າເຮັດວຽກໃນ 14 ອາຊີບແລະລັດຖະບານຍີ່ປຸ່ນໄດ້ເພີ່ມ 7 ຕຳແໜ່ງຢ່າງເປັນທາງການໃນຂົງເຂດກໍ່ສ້າງທີ່ໄດ້ຮັບອະນຸຍາດໃຫ້ຮັບເອົາແຮງງານທີ່ມີລັກ​ສະ​ນະ​ພິເສດແມ່ນ ຄົນຕ່າງປະເທດ, ໃນນັ້ນມີຄົນງານຫວຽດນາມ.

ຍ ປ ນຮ ບ ເອ າແຮງງານຫວຽດນາມຄ ນ ໃໝ ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ຍ ປ ນຮ ບ ເອ າແຮງງານຫວຽດນາມຄ ນ ໃໝ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ນຳໃຊ້ຂັ້ນຕອນການເຂົ້າເມືອງຢ່າງໃໝ່ ຕ່າມໄລຍະສັ້ນ ແລະ ບໍ່ຕ້ອງແຍກອອກຫ່າງເຕົ້າໂຮມ

ຍສໝ - ອີງຕາມຂໍ້ມູນຈາກກະຊວງການຕ່າງປະເທດຫວຽດນາມ, ຫວຽດນາມ ແລະ ຍີ່ປຸ່ນໄດ້ຕົກລົງເຫັນດີ ກ່ຽວກັບການນຳໃຊ້ຂັ້ນຕອນການເດີນທາງໄລຍະສັ້ນ (ເຊິ່ງເອີ້ນວ່າລະບຽບການເດີນທາງບູລິມະສິດລະຫວ່າງສອງປະເທດ), ທີ່ບໍ່ຕ້ອງປະຕິບັດການແຍກອອກຫ່າງເຕົ້າໂຮມ ນັບແຕ່ວັນທີ 1 ພະຈິກ 2020.

ຍ ປ ນຮ ບ ເອ າແຮງງານຫວຽດນາມຄ ນ ໃໝ ສື່ມວນຊົນສາກົນ ໄດ້ອອກຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihide

ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແຕ່ວັນທີ 18-20 ຕຸລາ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນສາກົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.