ນະຄອນໂຮ່ຈີນມິນໃຊ້ຈ່າຍເງິນ 700 ຕື້ດົ້ງ ເພື່ອດູແລເບິ່ງແຍ່ງຜູ້ອອກແຮງງານໃນຊ່ວງຕ້ອນຮັບບຸນປີໃໝ່

12:45 | 06/01/2022

ຍ​ສ​ໝ - ຕອນ​ບ່າຍ​ຂອງວັນ​ທີ 4 ມັງ​ກອນ, ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ໂຮ່​ຈີ​ມິນ ຖະ​ແຫຼ່ງ​ຂ່າວ​ຂໍ້​ມູນ​ກິດ​ຈະ​ກຳ​ຕ່າງໆ​ໃນ​ບຸນ​ປີ​ໃໝ່ກຸດ​ຫວຽດ​ນາມ 2022 ດູ​ແລ​ເບິ່ງ​ແຍ່ງໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ໃນ​ພື້ນ​ທີ່​ນະ​ຄອນ​

ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ
ຜູ້ອອກແຮງງານຈະໄດ້ພັກ 3 ວັນ ໃນຊ່ວງປີໃໝ່ສາກົນ 2022 ຜູ້ອອກແຮງງານຈະໄດ້ພັກ 3 ວັນ ໃນຊ່ວງປີໃໝ່ສາກົນ 2022

ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ, ທ່ານ ຟ໊າມ​ຈີ້​ເຕິມ ປະ​ທານ​ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ໂຮ່​ຈີ​ມິນ ກ່າວ​ວ່າ​ ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ສືບ​ຕໍ່​ສົ່ງ​ຜົນ​ກະ​ທົບ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ຜູ້​ອອກ​ແຮງງ​ານ, ພ້ອມ​ກັນ​ນັ້ນ ຍັງ​ຄາດ​ຄະ​ເນ​ວ່າ​ຈຳ​ນວນ​ຜູ້​ອອກ​ແຮງ​ງານ​ທີ່​ຈະ​ຢູ່​ສະຫຼອງ​ປີ​ໃໝ່​ທີ່​ນະ​ຄອນ​ໂຮ່​ຈີ​ມິນ ຈະຫຼາຍກວ່າ​ແຕ່​ລະ​ປີ. ຄະ​ນະ​ປະ​ຈຳ​ສະ​ຫະ​ພັນ​ແຮງງ​ານ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຊີ້​ນຳ​ກຳ​ມະ​ບານ​ແຕ່​ລະ​ຂັ້ນ​ສືບ​ຕໍ່​ການ​ປ່ຽນ​ແປງ​ເນື້ອ​ໃນ, ຮູບ​ການ​ດູ​ແລ​ເບິ່ງ​ແຍງ​ໃນ​ຊ່ວງ​ບຸນ​ປີ​ໃໝ່​ກຸດ​ຫວຽດ​ນາມ 2022; ແລ້ວ​ກໍ​ໃຫ້​ມີ​ການ​ດຳ​ເນີນ​ຈັດ​ຕັ້ງ​ເຄື່ອນ​ໄຫວຫຼາຍກວ່າ 10 ລາຍ​ການ ແລະ ກິດ​ຈະ​ກຳ.

ນະຄອນໂຮ່ຈີນມິນໃຊ້ຈ່າຍເງິນ 700 ຕື້ດົ້ງ ເພື່ອດູແລເບິ່ງແຍ່ງຜູ້ອອກແຮງງານໃນຊ່ວງຕ້ອນຮັບບຸນປີໃໝ່
ນະຄອນໂຮ່ຈີນມິນໃຊ້ຈ່າຍເງິນ 700 ຕື້ດົ້ງ ເພື່ອດູແລເບິ່ງແຍ່ງຜູ້ອອກແຮງງານໃນຊ່ວງຕ້ອນຮັບບຸນປີໃໝ່. ພາບ:ສູນ​ຂ່າວ​ສານ​ນະ​ຄອນ​ໂຮ່​ຈີນ​ມິນ

ລະ​ອຽດ​ຄື, ກຳ​ມະ​ບານ​ນະ​ຄອນ​ໂຮ່​ຈີ​ມິນ ຈະ​ຈັດ​ຕັ້ງຫຼາຍ​ປະ​ເພດ​ກິດ​ຈະ​ກຳ​ເຊັ່ນ: ລາຍ​ການ “ໂຮມ​ບຸນ​ປີໃໝ່“ ດ້ວຍ​ບັນ​ດາ​ກິດ​ຈະ​ກຳສິນ​ລະ​ປະ, ​ວັດ​ທະ​ນະ​ທຳ, ມອບ​ຂອງ​ຂວັນ​ໃຫ້​ປະ​ມານ 10,000 ຄອບ​ຄົວ​ຊາວ​ຜູ້​ອອກ​ແຮງ​ງານ; ລາຍ​ການ “ບັດປີ້​ສົມ​ມະ​ນາ​ຄຸນ“ ມອບ​ເປັນ​ປີ້​ຂຶ້ນ​ລົດ​ໄຟ, ລົດ​ໂດຍ​ສານ, ປີ້​ຍົນ (ໂດຍ​ງົບ​ປະ​ມານ​ຂອງ​ກຳ​ມະ​ບານ ແລະ ໝູນ​ໃຊ້​ໃນ​ບັນ​ດາ​ວິ​ສາ​ຫະ​ກິດ) ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທີ່​ຫຍຸ້ງ​ຍາກ, ຫຼາຍ​ປີບໍ່​ມີ​ເງື່ອນ​ໄຂ​ກັບ​ບ້ານ​ເກີດ​ເມື​ອງນອນ​ເພື່ອ​ສະຫຼອງ​ປີ​ໃໝ່ ຫຼື ຜູ້​ອອກ​ແຮງ​ງານ​ທີ່​ໂດດ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ທຳ​ການ​ຜະ​ລິດ...

ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ໂຮ່​ຈີ​ມິນ ກໍ​ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຢ້ຽມ​ຍາມ​ວິ​ສາ​ຫະ​ກິດ​ທີ່​ພົ້ນ​ເດັ່ນ (ເປັນ​ຕົ້ນ​ການ​ປະ​ຕິ​ບັດ​ລະ​ບອບ​ປະ​ກັນ​ສັງ​ຄົມ​ໄດ້​ດີ, ການມອບ​ອາ​ກອນ, ບໍ່ຫຼຸດ​ຜ່ອນ​ແຮງ​ງານ,...) ຢ້ຽມ​ຍາມ​ເຂດ​ທີ່​ພັກ, ເຈົ້າ​ຂອງ​ຫ້ອງ​ພັກ​ເຊົາ ແລະ ກຳ​ມະ​ກອນ​ຜູ້​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ຕ້ານ, ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19, ກຳ​ມະ​ກອນ​ຜູ້​ມີ​ສະ​ພາບ​ຫຍຸ້ງ​ຍາກ.

ນອກ​ຈາກນັ້ນ, ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ໂຮ່​ຈີ​ມິນ ຍັງ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ, ມອບ​ຂອງ​ຂວັນ​ໃຫ້​ສະ​ມາ​ຊິກ​ກຳ​ມະ​ບານ​ວິ​ຊາ​ສະ​ເພາະ​ຂອງສະ​ຫ​ະ​ພັນ 1.000 ສະ​ຫາຍ (ອົງ​ການ​ຕາງ​ໜ້າ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຢູ່​ຝ່າຍບໍ່​ເປັນ​ທາງ​ການ, ບໍ່​ມີ​ການ​ພັວ​ພັນ​ສັນ​ຍາ​ແຮງ​ງານ) ທີ່​ມີ​ສະ​ພາບ​ຫຍຸ້ງ​ຍາກ (ລະ​ດັບ​ການ​ຊ່ວຍ​ໜູນ 1 ລ້ານ​ດົ້ງ​ຕໍ່​ຄົນ); ຢ້ຽມ​ຢາມອວຍ​ພອນ​ປີ​ໃໝ່ສະ​ມາ​ຊິກ​ສະ​ຫະ​ພັນ (ລະ​ດັບ​ການ​ຊ່ວຍ​ໜູນ 2 ລ້ານດົ້ງ​ຕໍ່​ສະ​ຫາຍ); ຈັດ​ຕັ້ງ​ໄປ​ຢ້ຽມ​ຢາມ 12 ຂະ​ແໜງ​ການ ແລະ ເບິ່ງ​ແຍງ​ຜູ້​ອອກ​ແຮງ​ງານ 600 ຄົນ​ທີ່​ຫຍຸ້ງ​ຍາກ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກ​ທີ່​ຫຍຸ້ງ​ຍາກ​ເປັນ​ຕົ້ນ​ສາ​ທາ​ລະ​ນະ​ສຸກ, ຕ້ານ​ສະ​ກັດ​ກັ້ນ​ພະ​ຍາດ​, ອະ​ນາ​ໄມ​ສິ່ງ​ແວດ​ລ້ອມ, ເຂດ​ຫ່າງ​ໄກ​ສອກຫຼີກ; ເບິ່ງ​ແຍງ​ລູກ​ເຕົ້າ​ຜູ້​ອອກ​ແຮງ​ງານ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ດູ​ແລ​ເບິ່ງ​ແຍ່ງ​ສະ​ມາ​ຊິກ​ເພດ​ຍິງ​ທີ່​ກຳ​ລັງ​ຖື​ພາ, ຫາ​ກໍ​ເກີດ​ລູກ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ມອບ​ບັນ​ຊີ​ປະ​ຫຍັດ​ໃຫ້​ແກ່​ເດັກ​ກ່ຳ​ພ້າ​ທີ່​ເປັນລູກ​ຂອງ​ກຳ​ມະ​ກອນ​ສະ​ມາ​ຊິກ​ສະ​ຫະ​ພັນ​ທີ່​ເສັຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19.

ທ່ານ ເຈິນດ​ວ່ານ​ຈູ່ງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ​ໂຮ່​ຈີ​ມິນ ເນັ້ນ​ໃສ່ສອງ​ລາຍ​ການ​ຈັດ​ຕັ້ງ​ແບບ​ໃໝ່​ໃນ​ວາ​ລະ​ໂອ​ກາດ​ນີ້ ປະ​ກອບ​ມີ: “ຄອບ​ຄົວ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ມ່ວນ​ຊື່ນ​ຮ່ວມ​ກັບ​ນະ​ຄອນ​ໂຮ່​ຈີ​ມິນ“ ປີ 2022 - ຈັດ​ຕັ້ງ​ໃຫ້​ແກ່ 10.000 ຄອບ​ຄົວ​ສະ​ມາ​ຊິກກຳ​ມະ​ບານທີ່​ໂດດ​ເດັ່ນ​ຢູ່​ຕ້ອນ​ຮັບ​ປີ​ໃໝ່​ທີ່​ໂຮ່​ຈີ​ມິນ, ມ່ວນ​ຊື່ນ​ທ່ຽວຫຼີ້ນ​ທີ່​ສວນ​ວັດ​ທະ​ນະ​ທຳ​ເດິມ​ແຊນ ແລະ ລາຍ​ການ "ຕະຫຼາດ​ແຮງ​ງານ​ອອນ​ໄລ໌“, “ວັນ​ສະ​ມາ​ຄົມ​ແຮງ​ງານ - ຕະຫຼາດແຫ່ງ​ຄວາມ​ຮັກ​ແພງ" ໃຫ້​ແກ່​ຜູ້​ອອກ​ແຮງ​ງານ 4.000 ຄົນ ດ້ວຍ​ຮູບ​ແບບ​ການ​ຊື້​ຂາຍ​ອອນ​ໄລ໌​ໂດຍບໍ່​ໃຊ້​ເງິນ​ສົດ​ເທິງ​ເວັບ​ໄຊ໌​ຂອງ​ລະ​ບົບ​ສູນ​ການ​ຄ້າ​ Saigon Co.op (ສະ​ຫະ​ພັນ​ແຮງ​ງານ​ໂຮ່​ຈີ​ມິນ ມອບ 300.000 ດົ້ງ/ບັດ/ຄົນ, Saigon Co.op ມອບບັດ​ຊື້​ສິນ​ຄ້າ​ມູນ​ຄ່າ 100.000 ດົ້ງ/ຄົນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.