ການໂອ້ລົມສົນທະນາສາກົນ: “ປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຫວນຄືນປີ 2020 ເພື່ອການກະທຳລວມທີ່ຢ່າງແຮງກ່ວາ”

14:30 | 18/12/2020

ຍ​ສ​ໝ - ທີ່ການໂອ້ລົມສົນທະນາຜູ້ແທນໄດ້ເຫັນດີເປັນເອກະພາບ, ໂດຍຕີລາຄາວ່າ, ປີ 2020 ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງອາຊຽນ ດ້ວຍບົດບາດພົ້ນເດັ່ນຂອງປີຫວຽດນາມເປັນປະທານອາຊຽນ 2020.

ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ
ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ເປັນປະທານອາຊຽນ ດ້ວຍຄວາມເປັນເຈົ້າການທີ່ສຸດ, ຮັບຜິດຊອບທີ່ສຸດ, ປະດິດຄິດສ້າງທີ່ສຸດ, ມີຄຸນນະທາດທີ່ສຸດ ແລະມີປະສິດທິຜົນທີ່ສຸດ
ການໂອ້ລົມສົນທະນາສາກົນ: “ປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຫວນຄືນປີ 2020 ເພື່ອການກະທຳລວມທີ່ຢ່າງແຮງກ່ວາ”
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ (ພາບ: TTXVN)

ວັນທີ 17 ທັນວາ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາສາກົນ: “ປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຫວນຄືນປີ 2020 ເພື່ອການກະທຳລວມທີ່ຢ່າງແຮງກ່ວາ” ເພື່ອທົບທວນຄືນປີ ປະທານອາຊຽນ 2020 ຂອງ ຫວຽດນາມ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງອາຊຽນ ຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ເປັນປະທານການໂອ້ລົມສົນທະນາ ພ້ອມກັບການເຂົ້າຮ່ວມຂອງທ່ານ ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ.

ທີ່ການໂອ້ລົມສົນທະນາຜູ້ແທນໄດ້ເຫັນດີເປັນເອກະພາບ, ໂດຍຕີລາຄາວ່າ, ປີ 2020 ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງອາຊຽນ ດ້ວຍບົດບາດພົ້ນເດັ່ນຂອງປີຫວຽດນາມເປັນປະທານອາຊຽນ 2020. ຜູ້ແທນຖືວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ເສີມຂະຫຍາຍບົດບາດ “ແກ່ນສານ” ຂອງ ອາຊຽນ ຄ່ອຍ​ນຳ​ອາ​ຊຽນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່ ທັງ​ຮັກ​ສາ​ການ​ສ້າງ​ປະ​ຊາ​ຄົມ, ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ, ທັງ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ໄໝ. ຜູ້ແທນໄດ້ຖືເປັນສຳຄັນພິເສດຕໍ່ບົດບາດຂອງປະທານຫວຽດນາມ ໃນການປຸກລະດົມຄວາມມານະພະຍາຍາມເປັນໝູ່ຄະນະຂອງທັງປະຊາຄົມເພື່ອຮັບມືກັບພະຍາດໂຄວິດ - 19ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການຟື້ນຟູເສດຖະກິດຮອບດ້ານໃນພາກພື້ນ.

ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຕີ​ລາ​ຄາ​ບັນ​ດາ​ໝ​າກ​ຜົນ​ທີ່​ເປັນ​ໜ້າ​ຊື່ນ​ຊົມ​ຂອງ ອາ​ຊຽນ​ໃນ​ປີ 2020 ໄດ້​ພິ​ສູດ​ໃຫ້​ສ່ວນ​ໃດ​ໜຶ່ງ​ກຳ​ລັງ​ແຮງ, ຄວາມ​ໄຫວ​ພິ​ບ, ຄວາມ​ສາ​ມາດ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຄວາມ​ສາ​ມາດ​ເປັນ​ເຈົ້າ​ການ​ປັບ​ຕົວ​ຂອງ ອາ​ຊຽນ. ບັນ​ດາ​ຜູ້​ແທນກ​ໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ອາ​ຊຽນ ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ບັນ​ດ​ສິ່ງ​ທ້າ​ທາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກ້າວ​ເດີນ​ຢ່າງ​ໝັ້ນ​ຄົງ​ໃນ​ເສັ້ນ​ທາງ​ໃນ​ອະ​ນາ​ຄົດ.

ແລະ​ໃນ​ຕອນ​ບ່າຍ​ວັນ​ທີ 17 ທັ​ນ​ວາ, ດ້ວຍ​ບົດ​ບາ​ດ​ເປັນ​ປະ​ທາ​ນ​ອາ​ຊຽນ 2020, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ສົມ​ທົບ​ກັບ​ສະ​ພາ​ກຳ​ມະ​ການ​ການ​ບໍ​ລິ​ການ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ສັງ​ຄົມ ອາ​ຊຽນ​ຄັ້ງ​ທີ 11 ດ້ວຍ​ຫົວ​ຂໍ້ "ສ້າງ​ອາ​ຊຽນ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19". ຄາດ​ວ່າ​ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ບັນ​ດາ​ຂົວ​ເຊື່ອມ​ຕໍ່​ຂອງກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ອາ​ຊຽນ ກ່ຽວ​ກັບ​ແຮງ​ງານ. ຄະ​ນະ​ເລ​ຂາ ອາ​ຊຽ​ນ, ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຂອງ ຜູ້​ແຮງ​ງານ ແລະ ຜູ້​ນຳ​ໃຊ້​ແຮງ​ງານ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ພາກ​ພື້ນ.

ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ໄດ້​ປຶກ​ສາ​ຫາ​ລື 2 ເນື້ອ​ໃນ​ຕົ້ນ​ຕໍ, ລວມ​ມີ: ໂລກ​ລະ​ບາດ​ໂຄວິດ - 19 ແລະ ບັນ​ດາ​ຜົນ​ກະ​ທົບ​ຕໍ່​ວຽກ​ງານ, ການ​ສ້າງ​ອາ​ຊຽນ​ຄືນ​ໃໝ່. ອີງ​ໃສ່​ບົນ​ພື້ນ​ຖານ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​ຂໍ້​ສະເໜີ​ພາກ​ພື້ນ ຂອງ ການ​ໂອ​ລົມ​ສົນ​ທະ​ນາ ໄດ້​ຍົກ​ອອກ​ມາ​ເພື່ອ​ແນ​ໃສ່​ສະ​ໜອງ​ບັນ​ດາ​ຂໍ້​ສະ​ເໜີ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໃນ​ການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຫຼື​ບໍ່​ວ່າ ໂລກ​ລະ​ບາດ​ໃດ​ ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.

ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ

ຍສ​ໝ - ມີ​ຄຳ​ເຫັນຫຼາຍ​ຂໍ້ ກ​ໍ່​​ສະ​ເໜີໃຫ້​ອາ​ຊຽນ​ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື​ເຊື່ອມ​ຕໍ່​ການ​ເດີນ​ເຮືອ ແລະ ການ​ຄ​້າ​ໃນ​ທະ​ເລ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ທະ​ເລ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອ​ດ​ໄພ​ໃນ​ການ​ເດີນ​ເຮືອ

ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.