ງານ​ບຸນ​ບັ້ງ​ໄຟ​ດອກ​ສາ​ກົນ: “ຍູ້​ແຮງ” ເພື່ອ​ໃຫ້​ທ່ອງ​ທ່ຽວ​ດ່າ​ນັງ​ກັບ​ຄືນ​ສູ່​ຍຸກ​ທອງ

14:50 | 02/09/2023

ຍສໝ - ງານ​ມະ​ໂຫລານ​ ຍິງບັ້ງໄຟດອກ​ ນາໆ ຊາດ ດ່າໜັງ (DIFF 2023) ​ໄດ້​ກາຍ​ເປັນ​ເຫດການ ​ຢືນຢັນ​ຄວາມ​ ພະຍາຍາມ “ທຳລາຍ​ນ້ຳກ້ອນ” ຂອງ​ຂະ​ແໜງການ​ທ່ອງ​ທ່ຽວ ດ່າ​ໜັງ, ​ໄດ້ສ້າງ “ຄວາມຫວັງທີ່ສົດໃສ” ບໍ່​ພຽງ​ແຕ່​ໃຫ້​ນະຄອນ​ແຄມ​ທະ​ເລ​ເທົ່າ​ນັ້ນ, ແຕ່​ຍັງ​ໃຫ້ທັງ​ຂະ​ແໜງ​ທ່ອງ​ທ່ຽວ ​ຂອງ ຫວຽດນາມ ອີກດ້ວຍ.

ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ​ ກິ​ລາ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຢູ່​ແຂວງ ບິ່ງ​ດິ້ງ ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ​ ກິ​ລາ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຢູ່​ແຂວງ ບິ່ງ​ດິ້ງ
ພິ​ທີ​ໄຂ​ງານ​ບຸນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຫວຽດ​ນາມ - ວິ້ງ​ລອງ 2023 ພິ​ທີ​ໄຂ​ງານ​ບຸນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຫວຽດ​ນາມ - ວິ້ງ​ລອງ 2023

ພາຍຫຼັງ 3 ປີລໍຖ້າ, ຜູ້ຊົມ DIFF ສາມາດເຫັນທ້ອງຟ້າ ແລະ ແມ່ນ້ຳ ຮ່ານ ເໝືອນດັ່ງເປັນໜຶ່ງດຽວ ເມື່ອໄດ້ຮັບຊົມການສະແດງ ຂອງ ບັນດາທີມຍິງບັ້ງໄຟດອກ ທີ່ມາຈາກປະເທດ ອັງກິດ, ໂປໂລຍ, ການາດາ, ຝຣັ່ງ, ແຟງລັງ, ອົດສະຕຣາລີ, ອີຕາລີ ແລະ ຫວຽດນາມ. DIFF 2023 ແມ່ນການເຕົ້າໂຮມກັນ ຂອງ ຜູ້ຕາງໜ້າ ບັນດາປະເທດ ທີ່ມີມູນເຊື້ອສະ ແດງຍິງບັ້ງໄຟດອກ ມາແຕ່ດົນນານ, ໄດ້ນໍາມາໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ “ງານລ້ຽງ” ແສງສະຫວ່າງ ທີ່ເປັນເອກະລັກ, ມືອາຊີບ ແລະ ລໍ້າຍຸກ.

ງານ​ບຸນ​ບັ້ງ​ໄຟ​ດອກ​ສາ​ກົນ: “ຍູ້​ແຮງ” ເພື່ອ​ໃຫ້​ທ່ອງ​ທ່ຽວ​ດ່າ​ນັງ​ກັບ​ຄືນ​ສູ່​ຍຸກ​ທອງ

DIFF 2023 ດ້ວຍ​ຫົວ​ຂໍ້ “ໂລກ​ບໍ່​ມີ​ໄລ​ຍະຫ່າງ” ​ແມ່ນ​ການ​ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ ຊຸກ​ຍູ້​ການ​ຟື້ນ​ຟູ​ຢ່າງ​ແຂງ​ແຮງ ​ຂອງ ຂະແໜງ​ການ​ທ່ອງ​ທ່ຽວ​ ດ່າ​ໜັງ. ທ່ານ​ນາງ ໂງ​ທິກິມ​ອ໋ຽນ, ຮອງ​ປະທານ​ຄະນະ​ກຳມະການ ​ປະຊາຊົນ​ ນະຄອນ ດ່າໜັງ, ຫົວໜ້າຄະນະຈັດຕັ້ງ DIFF 2023 ໃຫ້ຮູ້ວ່າ: ບຸນບັ້ງໄຟດອກ ຄັ້ງນີ້ ໄດ້ມີຄວາມຫວັງວ່າ ຈະ ເປັນ “ການກະຕຸກຊຸກຍູ້” ຊ່ວຍໃຫ້ຂະແໜງການທ່ອງທ່ຽວ ນະຄອນ ດ່າ ໜັງ ກັບຄືນສູ່ສະພາບເດີມ ຄືກ່ອນ ການລະບາດ ໂຄວິດ-19. ດ້ວຍ​ການ​ຊ່ວຍເຫຼືອ ​ຂອງບັນດາ​ວິ​ສາ​ຫະ​ກິດ, ນະຄອນ​ ດ່າໜັງ​ ໄດ້​ຈັດ​ຕັ້ງ 28 ​ເຫດການ​ຮ່ວມ​ງານ​ໃນ​ໄລຍະ​ກວ່າໜຶ່ງ​ເດືອນ​ ຂອງ​ບຸນ​ບັ້ງ​ໄຟ​ດອກ ​ແລະ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ ກວ່າ 1,5 ລ້ານ​ເທື່ອ​ຄົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.