ຍສໝ - ທ່ານຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ບັນດາການເຄື່ອນໄຫວທີ່ມີຄວາມໝາຍ ຕໍ່ບ້ານເກີດເມືອງນອນຂອງສູນພຸດທະສາສະໜາ ຫວຽດນາມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ສ. ເກົາຫຼີ ສຳລັບຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk.
ຍສໝ - ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມ ຢາມ ແລະຕັ້ງປ້າຍຊື່ສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະພົບປະໂອ້ລົມກັບພະນັກງານພາລະກອນສະຖານທູດ ພ້ອມດ້ວຍຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນ່າງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ.
ຍສໝ - ເວທີປາໄສທົ່ວໂລກ Maekyung ຄັ້ງທີ 30 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ” ໄດ້ໄຂຂຶ້ນໃນວັນທີ 23 ມິຖຸນາ ຢູ່ ນະຄອນຫຼວງ ເຊີອູນ.
ຍສໝ - ທ່ານປະທານສະພາແຫ່ງຊາດສາທາລະນະລັດ ເກົາຫຼີ Park Byeong Seung ຢືນຢັນວ່າສາທາລະນະລັດ ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ເນັ້ນໜັກວ່າ ຫວຽດນາມ ທີ່ທີ່ຕັ້ງສຳຄັນໃນຍຸດທະສາດການພົວພັນຕ່າງປະເທດຂອງ ສາທາລະນະລັດ ເກົາຫຼີ ຢູ່ພາກພື້ນ.
ຍສໝ - ທີ່ການປະຊຸມຂ່າວ, ທ່ານເລຂາທິການໃຫຍ່ ໂຕເລີມ ໃຫ້ຮູ້ວ່າ ພາຍຫຼັງ 30 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ໄດ້ກາຍເປັນແບບຢ່າງຂອງການພົວພັນມິດຕະພາບອັນດີງານພິເສດ ດ້ວບບັນດາຜົນງານທີ່ພົ້ນເດັ່ນຫຼາຍຢ່າງ.
ຍສໝ - ຫວ່າງແລ້ວນີ້, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ພົບປະ ແລະ ມອບໜັງສືຜ່ານແດນໃຫ້ລູກເຮືອ 17 ຄົນທີ່ປະສົບອຸບັດຕິດເຫດໃນເຫດເຮືອຫຼົ້ມຢູ່ເກາະ Ulleung ສ.ເກົາຫຼີ ໃນວັນທີ 1 ທັນວາ 2021.
ຍສໝ - ໂຄງການແນະນຳບັນດາຜະລິດຕະພັນຂອງ ສ. ເກົາຫຼີທີ່ຈຳໜ່າຍຢູ່ຕະຫຼາດຫວຽດນາມເປັນຄັ້ງ ທຳ ອິດ. ບັນດາຜະລິດຕະພັນທີ່ວາງສະແດງເພື່ອ ຈຳ ໜ່າຍມີຄວາມຫລາກຫລາຍແລະອຸດົມສົມບູນ, ເໝາະສົມກັບຄວາມຕ້ອງການຂອງລູກຄ້າທຸກຄົນ.
ຍສໝ - ວັນທີ 23 ພຶດສະພາ, ຄະນະກຳມະການປະຊາຊົນ ນະຄອນ ເຫວ້ ໄດ້ສົມທົບກັບອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ຈັດພິທີເປີດໂຄງການ “ກໍ່ສ້າງນະຄອນເຫວ້ ແຫ່ງວັດທະນະທຳ ແລະ ການທ່ອງທ່ຽວທັນສະໄໝ” ໂດຍ ລັດຖະບານ ສ.ເກົາຫຼີ ອຸປະຖຳ.
ຍສໝ - ວັນທີ 12 ກັນຍາ, ຢູ່ນະຄອນຫຼວງເຊີອູນ, ສະມາຄົມນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ (VSAK) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 8 ດ້ວຍຮູບການ ອອນລາຍ ແລະ ໂດຍກົງ.
ຍສໝ - ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ.
ຍສໝ - ຕອນຄ່ຳວັນທີ 12 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ ລູກເຮືອຫວຽດນາມ ທັງ 3 ຄົນໄດ້ຮັບການກູ້ຊີບໃນເຫດເຮືອຫາປາລຳໜຶ່ງຫຼົ້ມຢູ່ນອກຝັ່ງເກາະ Jeju (ສ.ເກົາຫຼີ).
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການສົນທະນາໂທລະສັບກັບທ່ານ Chung Eui Yong - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ; ນີ້ແມ່ນການໂອ້ລົມທາງໂທລະສັບຄັ້ງທໍາອິດພາຍຫຼັງສອງທ່ານ ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.
ຫວຽດນາມ ປາດຖະໜາຢາກມີກະແສຟອງລົງທຶນໃໝ່ຂອງ ສ.ເກົາຫຼີ ເຂົ້າຫວຽດນາມ. ລັດຖະບານ ແລະ ອໍານາດການປົກຄອງບັນດາທ້ອງຖິ່ນຂອງຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ ສ.ເກົາຫຼີ ລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ເພື່ອ ເພີ່ມທະວີການແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ໃນຂອບເຂດການຢ້ຽມຢາມມິດຕະພາບ ສ.ເກົາຫຼີ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດວັນຈ້ຽນ ນຳໜ້າ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງເຂົ້າກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ຂໍ້ມູນຈາກການສຳຫຼວດຂອງ Agoda ທີ່ຫາກໍ່ປະກາດ, ນັກທ່ອງທ່ຽວຈາກ ສ.ເກົາຫຼີ ເປັນອັນດັບທີໜຶ່ງໃນບັນດາປະເທດທີ່ຖືກດຶງດູດຍ້ອນອາຫານ ຫວຽດນາມ, ຖັດຈາກນັ້ນແມ່ນ ຍີ່ປຸ່ນ ແລະ ໄທ.
ຍສໝ - ໃນຕອນຄ່ຳວັນທີ 2 ກັນຍານີ້, ບັນດາຮູບທຸງຊາດຫວຽດນາມ ຈະໄດ້ສະແດງຢູ່ສຳນັກງານເທສະບານແຂວງເຊອູນ, ທາດ Namsan (ສ.ເກົາຫຼີ).
ຍສໝ - ໃນຕົ້ນເດືອນມີນາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳ ລະຫວ່າງຫ້ອງການຜູ້ຕາງໜ້າການສົ່ງເສີມການທ່ອງທ່ຽວຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະຈຳ ສ.ເກົາຫຼີ (KVNAT) ແລະ ບໍລິສັດຫຸ້ນສ່ວນຊຳລະເງິນແຫ່ງຊາດ ຫວຽດນາມ (NAPAS). ຜ່ານໂຄງການຮ່ວມມືນີ້, ນັກທ່ອງທ່ຽວສອງປະເທດສາມາດໄປທ່ຽວຫວຽດນາມ ແລະ ສ.ເກົາຫຼີ ໂດຍບໍ່ຕ້ອງໃຊ້ເງິນສົດ.