ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ສະໜັບສະໜູນເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ ບັນດາໂຮງຮຽນ ຢູ່ ແຂວງຫາຍເຢືອງ

15:00 | 12/09/2020

ຍສໝ - ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ.

ກ ມບ ລ ສ ດ ls ແລະອ ງການ copion ສ ເກ າຫ ໄດ ສະໜ ບສະໜ ນເງ ນຈຳນວນ 554 ລ ານດ ງ ໃຫ ແກ ບ ນດາໂຮງຮຽນ ຢ ແຂວງຫາຍເຢ ອງ ສະມາຄົມມິດຕະພາບຫວຽດນາມ - ອັງກິດ ໄດ້ປະສານສົມທົບກັບສະຖານທູດອັງກິດ ຈັດຕັ້ງປະຕິບັດວຽກງານຕ່າງໆເພື່ອຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ
ກ ມບ ລ ສ ດ ls ແລະອ ງການ copion ສ ເກ າຫ ໄດ ສະໜ ບສະໜ ນເງ ນຈຳນວນ 554 ລ ານດ ງ ໃຫ ແກ ບ ນດາໂຮງຮຽນ ຢ ແຂວງຫາຍເຢ ອງ ນະຄອນໂຮ່ຈີມິນ ແລະນະຄອນ Busan: ແບ່ງປັນບັນດາບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການຟື້ນຟູ, ພັດທະນາເສດຖະກິດ
ກ ມບ ລ ສ ດ ls ແລະອ ງການ copion ສ ເກ າຫ ໄດ ສະໜ ບສະໜ ນເງ ນຈຳນວນ 554 ລ ານດ ງ ໃຫ ແກ ບ ນດາໂຮງຮຽນ ຢ ແຂວງຫາຍເຢ ອງ
ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ມອບເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ພະແນກສຶກສາ ແລະ ບຳລຸງສ້າງແຂວງ ຫາຍເຢືອງ.

ຫວ່າງແລ້ວນີ້, ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ໄດ້ມອບເງິນຈຳນວນ 554 ລ້ານດົ່ງ ໃຫ້ແກ່ພະແນກສຶກສາ ແລະ ບຳລຸງສ້າງແຂວງ ຫາຍເຢືອງ. ຈໍານວນເງິນທີ່ກ່າວມາຂ້າງເທິງນີ້ແມ່ນເພື່ອສະໜັບສະໜູນໃນການຈັດຊື້ຢາ ແລະ ອຸປະກອນການແພດສຳ ລັບຫ້ອງການແພດ ແລະຕິດຕັ້ງລະບົບກັ່ນຕອງນ້ຳທີ່ບໍລິສຸດ RO ໃຫ້ແກ່ບັນດາໂຮງຮຽນປະຖົມມີງດຶກ, ກວາງຂາຍ (ຕືກີ່), ເຕີນເຈື່ອງ 1 (ເກີມຢ່າງ), ດ້າຍດຶກ (ກິມແທ່ງ) ແລະ ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ (ບີ່ງຢາງ); ສ້ອມແປງຫ້ອງການແພດຢູ່ໂຮງຮຽນປະຖົມມິງດຶກ.

ຈໍານວນເງິນຊ່ວຍເຫຼືອຂ້າງເທິງນີ້ຈະໄດ້ຮັບ ແລະ ຈັດຕັ້ງປະຕິບັດໂດຍສູນການຮ່ວມມືມິດຕະພາບ (ສະຫະພັນບັນດາອົງການມິດຕະພາບແຂວງຫາຍເຢືອງ) ໂດຍປະສານສົມທົບກັບບັນດາໂຮງຮຽນ. ໃນຫລາຍປີຜ່ານມາ, ກຸ່ມບໍລິສັດ LS ແລະອົງການ COPION (ສ.ເກົາຫຼີ) ແລະບັນດາຜູ້ອາສາສະໝັກ ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳເພື່ອສະໜັບສະໜູນໃນການກໍ່ສ້າງໂຮງຮຽນຢູ່ບັນດາທ້ອງຖິ່ນເຊັ່ນ: ດົ່ງນາຍ, ຫາຍເຢືອງ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ, ເນື່ອງຈາກແຂວງຫາຍເຢືອງ ໄດ້ຮັບຜົນກະທົບຈາກ ໂລກລະບາດ COVID-19, ໄດ້ມີໂຄງການຈຳນວນໜຶ່ງທີ່ຕ້ອງໄດ້ເລື່ອນເວລາ.

ຕາມສູນການຮ່ວມມືມິດຕະພາບ (ສະຫະພັນບັນດາອົງການມິດຕະພາບຢູ່ແຂວງຫາຍເຢືອງ), ນັ້ນແມ່ນບັນດາໂຄງການ “ການສຶກສາເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍເພື່ອປ້ອງກັນການໃຊ້ຄວາມຮຸນແຮງລະຫວ່າງຍິງ - ຊາຍຢູ່ຫາຍເຢືອງ” ຈັດໂດຍ COPION (ສ.ເກົາຫຼີ) ແລະທະນາຄານສົ່ງອອກ - ນໍາເຂົ້າ ສ.ເກົາຫຼີ. ໂຄງການຫ້ອງຮຽນຢູ່ໂຮງຮຽນປະຖົມເຕິນເຈື່ອງ 1 (ເກີມຢ່າງ) ໄດ້ຮັບການສະໜັບສະໜູນ ໂດຍ COPION ແລະ ກຸ່ມບໍລິສັດ LS (ສ.ເກົາຫຼີ). ໂຄງການອາສາສະໝັກ ຢູ່ໂຮງຮຽນປະຖົມເກີມດ່ຽນ (ເກີມຢ່າງ) ຂອງບັນດາຜູ້ອາສາສະໝັກ ຈາກ ກຸ່ມບໍລິສັດ LS. ໃນອະນາຄົດອັນໃກ້ນີ້, ພາຍຫຼັງທີ່ໂລກລະບາດ COVID-19 ໄດ້ຄວບຄຸມເປັນຢ່າງດີ, ໂຄງການຕ່າງໆຈະເລີ່ມຕົ້ນ ໃໝ່.

ກ່ຽວຂ້ອງເຖິງໂລກລະບາດ ໂຄວິດ - 19 ມີຂ່າວວ່າ ວັນທີ 11 ກັນຍາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 1 ຄົນ ຊຶ່ງຜູ້ກ່ຽວໄດ້ມາຈາກລັດເຊຍ ແລະ ໄດ້ຖືກແຍກຕົວແລ້ວ. ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນທັງໝົດ 691 ຄົນ, ໃນນັ້ນ ຈຳນວນຜູ້ຕິດຊື້ອໂຄວິດ - 19 ໃໝ່ ນັບແຕ່ວັນທີ 25 ກໍລະກົດ ແມ່ນ 551 ຄົນ. ຈຳນວນຜູ້ເສຍຊີວິດ ແມ່ນ 35 ຄົນ ແລະ ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 902 ຄົນ.

ກ ມບ ລ ສ ດ ls ແລະອ ງການ copion ສ ເກ າຫ ໄດ ສະໜ ບສະໜ ນເງ ນຈຳນວນ 554 ລ ານດ ງ ໃຫ ແກ ບ ນດາໂຮງຮຽນ ຢ ແຂວງຫາຍເຢ ອງ ຫວຽດນາມ - ຈີນ ເຈລະຈາກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮ່ວມມືພ້ອມກັນພັດທະນາບົນທະເລ

ຍສໝ - ສອງຝ່າຍກໍ່ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການທະເລຕາເວັນອອກໃນໄລຍະຜ່ານມາ, ເຫັນດີເປັນເອກະພາບເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ.

ກ ມບ ລ ສ ດ ls ແລະອ ງການ copion ສ ເກ າຫ ໄດ ສະໜ ບສະໜ ນເງ ນຈຳນວນ 554 ລ ານດ ງ ໃຫ ແກ ບ ນດາໂຮງຮຽນ ຢ ແຂວງຫາຍເຢ ອງ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ພິເສດແມ່ນກວດພົບບັນດາກໍລະນີຕິດເຊື້ອໄດ້ຢ່າງທັນການ

ຍສໝ - ນາຍົກລັດຖະມົນຕີ ຫວຽດນາມ ແຈ້ງໃຫ້ຊາບວ່າ 9 ວັນແລ້ວທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ.

ກ ມບ ລ ສ ດ ls ແລະອ ງການ copion ສ ເກ າຫ ໄດ ສະໜ ບສະໜ ນເງ ນຈຳນວນ 554 ລ ານດ ງ ໃຫ ແກ ບ ນດາໂຮງຮຽນ ຢ ແຂວງຫາຍເຢ ອງ ນະຄອນດານັງ ມອບອຸປະກອນການແພດຊ່ວຍເຫຼືອປະຊາຊົນຫວຽດນາມ ຢູ່ ກຳປູເຈຍ

ຍສໝ - ເຄື່ອງອຸປະກອນການແພດຂ້າງເທິງນີ້ແມ່ນຂອງຂວັນຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນດານັງເພື່ອສະໜັບສະໜູນ ແຂວງ Kampong Chhnang ແລະປະຊາຄົມຊາວຫວຽດນາມ ຢູ່ ແຂວງ Kampong Chhnang ເພື່ອປ້ອງກັນການລະບາດຂອງພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.