ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ!

19:00 | 04/02/2022

ຍສໝ - ຂ້າພະ​ເຈົ້າ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເປັນ​ເວລາ​ເກືອບ 30 ປີແລ້ວ. ສຳລັບຂ້າພະເຈົ້າແລ້ວ, ທຸກຄັ້ງທີ່ເຕື້ອງເຖິງບຸນເຕັດແມ່ນເຕື້ອງເຖິງການປຸ້ມ ລຸມກັນ. ຂ້າ​ພະ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່​ຫວຽດ​ນາມ ​ກັບ​ຍາດ​ຕິ​ພີ່​ນ້ອງ, ໝູ່ເພື່ອນ, ເພື່ອນ​ຮ່ວມ​ງານ ແລະ ນັບມື້ນັບເຂົ້າ​ໃຈ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຫວຽດ​ນາມ ໃນ​ຊຸມວັນ​ບຸນ​ປີໃໝ່ປະຈໍາຊາດ.

ສີ​ສັນ​ສ​ະ​ເພາະ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກຳ​ນົດ​ຄຸນ​ຄ່າ ແລະ ອິດ​ທິ​ພົນ​ຊື່​ສຽງ ໃຫ້​ແກ່​ຫວຽດ​ນາມ ສີ​ສັນ​ສ​ະ​ເພາະ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກຳ​ນົດ​ຄຸນ​ຄ່າ ແລະ ອິດ​ທິ​ພົນ​ຊື່​ສຽງ ໃຫ້​ແກ່​ຫວຽດ​ນາມ
ປະກາດໃຊ້ໂລໂກ້ສັນຍາລັກຢ່າງເປັນທາງການ ລະນຶກ 30 ປີ ການສ້າງຕັ້ງສາຍພັວພັນການທູດ ຫວຽດນາມ - ສ. ເກົາຫຼີ ປີ 2022 ປະກາດໃຊ້ໂລໂກ້ສັນຍາລັກຢ່າງເປັນທາງການ ລະນຶກ 30 ປີ ການສ້າງຕັ້ງສາຍພັວພັນການທູດ ຫວຽດນາມ - ສ. ເກົາຫຼີ ປີ 2022

ບຸນເຕັດທຳອິດຂອງຂ້້າພະເຈົ້າຢູ່ຫວຽດນາມ ແມ່ນໃນປີ 1993. ມັນເປັນບຸນເຕັດ ທີ່ຂ້າພະເຈົ້າປະທັບໃຈທີ່ສຸດ. ຖ້າ​ຫາກ​ວ່າ​ໃນ​ຊຸມ​ມື້​ທີ່​ໃກ້ຈະຮອດບຸນເຕັດ, ​ ຊີວິດ​ການ​ເປັນ​ຢູ່​ແມ່ນ​ຄຶກ​ຄື້ນໜາແໜ້ນ ເພື່ອ​ກະກຽມ​ຕ້ອນຮັບ​ບຸນ​ເຕັດຫຼາຍເທົ່າໃດ, ​ເຊິ່ງພາຍຫຼັງເວລາສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ແມ່ນເວລາທີ່ນະຄອນ​ງຽບ​ສະຫງົບເທົ່ານັ້ນ. ໃນຊຸມວັນບຸນເຕັດປີນັ້ນ ອາກາດໜາວຫຼາຍ. ຮ່າ​ໂນ້ຍ ​ມິດງຽບບໍ່ມີຄົນຫຼາຍຄືມື້ທຳມະດາ, ປະ​ຊາ​ຊົນ​ຫຼາຍ​ຄົນ​ໄດ້​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ. ຍ້ອນ​ຮ້ານ​ຄ້າ​ປິດ, ຕະຫຼາດ​ກໍ່​ປິດ, ພວກ​ເຮົາ​ບໍ່​ສາມາດ​ຊື້​ອາຫານໄດ້, ຜົວເມຍພວກຂ້າພະ​ເຈົ້າ​ ​​ໄດ້​ກິນ​ເຂົ້າຕົ້ມ​ໃນຕະຫຼອດ 5 ວັນ​ຂອງ​ປີ​ໃໝ່​ ເຊິ່ງແມ່ນເຂົ້າຕົ້ມທີ່​ໝູ່​ເພື່ອນ​ມອບ​ໃຫ້. ​ແລະ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ການ​ກິນເຂົ້າຕົ້ມ​ຫວຽດນາມ​ ​ກັບ​ກິມ​ຈິ​ຂອງ ​ສ.ເກົາຫຼີ​ ແມ່ນ​ແຊບອີຫຼີ.

ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ!
ປອ Sim Sang Joon (ສ.ເກົາຫຼີ).

ຂ້າພະ​ເຈົ້າ​ໄດ້ເລີ່ມຄ່ອຍໆ​ເຂົ້າ​ໃຈ​ວ່າ ​ບຸນເຕັດມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ສັກສິດ ​ແລະ ​ເຕັມໄປດ້ວຍ​ຄຸນຄ່າ​ມະນຸດສາດ​ຂອງ​ຊາວຫວຽດນາມ. ສຳ​ລັບ​ຂ້າ​ພະ​ເຈົ້າແລ້ວ, ບຸນ​ເຕັດຫວຽດ​ນາມ ເຂັ້ມຂຸ້ນ​ໄປ​ດ້ວຍສີສັນຊາດ, ເຕັມ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ບໍ່​ອາດຫຼົງກັບ​ປະ​ເທດ​ອື່ນໄດ້.

ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ຮີດຄອງ​ປະ​ເພນີ​ບູຊາ​ບັນພະບຸລຸດ. ພິທີກຳທີ່ດຳເນີນໃນຍາມສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ແລະ 3 ວັນຂອງປີໃໝ່ ແມ່ນເພື່ອໃຫ້ລູກຫລານໄດ້ລະນຶກເຖິງຄົນລຸ້ນກ່ອນທີ່ໃຫ້ກຳເນີດ ແລະ ສ້າງເປັນປະເພນີໃຫ້ຄອບຄົວ, ເຊື້ອສາຍ ແລະ ປະເທດຊາດ.

ບຸນເຕັດປີນີ້, ຂ້າພະ​ເຈົ້າ​ຈະ​ໃຊ້​ເວລາ​ຂຽນ​ບົດ​ຂຽນ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີບຸນເຕັດ ​​ຂອງ​ຫວຽດນາມ ​ດ້ວຍ​ພາສາ​ ສ.ເກົາຫຼີ ​ເພື່ອ​ລົງພິມໃຫ້​ປະຊາ​ຄົມ​ ຊາວ ​ສ.​ເກົາຫຼີ ຢູ່ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ຊາວ ​ສ.​ເກົາຫຼີ ​ເວົ້າລວມ ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ບຸນເຕັດ​ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.