ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug

14:48 | 03/11/2020

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ຢືນຢັນວ່າສາ​ທາ​ລະ​ນະ​ລັດ ເກົາຫຼີ​​ ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ກັບ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ທີ່​ທີ່​ຕັ້ງ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ ຢູ່​ພາກ​ພື້ນ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug ສ.ເກົາຫຼີ ສົ່ງເສີມບັນດາຜະລິດຕະພັນໃໝ່ ຢູ່ຫວຽດນາມ
ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug ປະທານສະພາແຫ່ງຊາດ ສ.ເກົາຫຼີໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນິງ​ບິ່ງ
ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດ​ນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seung (ພາບ: TTXVN)

ວັນທີ 2 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຍືດໝັ້ນເສັ້ນທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ໂດຍສະເພາະແມ່ນບັນດາປະເທດຖານບ້ານໃກ້ເຮືອນຄຽງ, ພາກພື້ນ… ໃນນັ້ນມີສາ​ທາ​ລະ​ນະ​ລັດ ເກົາຫຼີ​; ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ສ່ວນທ່ານປະທານສະພາແຫ່ງຊາດສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ຢືນຢັນວ່າສາ​ທາ​ລະ​ນະ​ລັດ ເກົາຫຼີ​​ ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ກັບ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ທີ່​ທີ່​ຕັ້ງ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ ຢູ່​ພາກ​ພື້ນ, ແລະ ສາ​ທາ​ລະ​ນະ​ລັດ ເກົາຫຼີ​​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ທ່ານກ​ໍ່​ຫວັງ​ວ່າການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ​ທັງ​ໝົດ, ບັນ​ດາ​ຊ່ອງ​ທ່າງ, ທຸກ​ຂັ້ນ. ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ຈະສືບຕໍ່ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ລະຫວ່າງລັດຖະສະພາສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ກໍ່​ໄດ້​ສະ​ແດງ​ຄວາມ​ປະ​ທ​ັບ​ໃຈ​ຕໍ່​ບັນ​ດາ​ຜົນ​ງານ​ເຊິ່ງ ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ຕີ​ລາ​ຄາ​ສູງ ເລື່ອງ ຫວຽດ​ນາມ​ຄວບ​ຄຸມ​ໂລກ​ລະ​ບາດ Covid - 19 ປະ​ສົບ​ຜົນ​ສຳ​ເລັດ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug (ພາບ: nhandan.com.vn)

ໃນວັນດຽວ​ກັນ, ຢູ່ ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ຢຶດໝັ້ນກັບເສັ້ນທາງ ພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຂອງຕົນເອງ, ຫັນເປັນຫຼາຍຮູບແບບ, ແລະຫຼາຍຝ່າຍ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຍາມໃດກໍ່ຖືການພົວພັນກັບ ສ.ເກົາຫຼີ ເປັນສຳຄັນຈະສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາກັບ ສ.ເກົາຫຼີ ໃຫ້ເລິກເຊິ່ງກ້ວາງຂວາງກ່ວາເກົ່າ.

ສ່ວນທ່ານ Park Byeong-Seug ໄດ້ເນັ້ນໜັກວ່າ: ສ.ເກົາຫຼີ ມີຄວາມຫວັງຢາກສ້າງຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ໃນໄລຍະຈະມາເຖິງ. ການຍົກລະດັບການ ຄູ່ຮ່ວມມືແມ່ນເພື່ອແນໃສ່ຮັດແໜ້ນການຮ່ວມມືອາຊີຕາເວັນອອກ ໃນສະພາບການໂລກລະບາດ Covid – 19 ນັບມື້ນັບເພີ່ມຂຶ້ນ ແລະ ການພົວພັນກັບໂລກ…

ທ່ານນາຍົກລັດຖະມົນຕີຫວັງວ່າທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະບັນດາສະມາຊິກລັດຖະສະພາສືບຕໍ່ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ລັດ​ຖະ​ບານ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່​ວາ​ອີກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ ສ.ເກົາຫຼີ​ ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ມີ​ໂອ​ກາດ​ໄດ້​ຮັບ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເຂົ້າ​ຮ່ວມ​ບັນ​ດາ​ລະ​ບົບ​ຜະ​ລິດ​ສະ​ໜອງ​ທົ່ວ​ໂລກ​ຂອງ​ບັນ​ດາ​ບໍ​ລິ​ສັດ​ສ.ເກົາຫຼີ.

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວັງ​ວ່າ ທ່ານ​ປະ​ທານ Park Byeong - Seug ແລະ ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ ​ຕັ້ງ​ໜ້າ​ຊຸກ​ຍູ້​ລັດ​ຖະ​ບານ ສ.ເກົາຫຼີ​ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແຮງ​ງານ​ໃໝ່​ຂອງ ຫວຽດ​ນາມ​ມາ​ເຮັດ​ວຽກ​ຢູ່​ ສ.ເກົາຫຼີ ​ໂດຍ​ໄວ, ສະ​ເໜີ​ໃຫ້​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຊູກ​ຍູ້​ກະ​ຊວງ​ແຮງ​ງານ ແລະ ວ​ຽກ​ເຮັດ​ງານ​ທຳ ສ.ເກົາຫຼີ ຕໍ່​ກຳ​ນົດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ກາ​ນ​ສົ່ງ​ຄະ​ນະ​ໄປ​ປະ​ຕິ​ບັດ​ງານ ແລະ ຕ້ອນ​ຮັບ​ແຮງ​ງານ​ໝົດ​ອາ​ຍຸ​ໃນ​ເດືອນ​ມີ​ນາ ປີ 2020. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ່​ສະເໜີໃຫ້ສ.ເກົາຫຼີ ສະໜັບສະໜູນຫວຽດນາມປະຕິບັດບົດບາດເປັນປະທານອາຊຽນໃນປີ 2020 ແລະ ປະເທດປະສານງານການພົວພັນອາຊຽນ - ສ.ເກົາຫຼື ໃນປີ 2021-2024 ໃຫ້ເປັນຢ່າງດີ; ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນກ່ຽວກັບບັນຫາທະເລຕາເວັນອອກ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug ສ.ເກົາຫຼີ ສົ່ງເສີມບັນດາຜະລິດຕະພັນໃໝ່ ຢູ່ຫວຽດນາມ

ຍ​ສໝ - ໂຄງການແນະນຳບັນດາຜະລິດຕະພັນຂອງ ສ. ເກົາຫຼີທີ່ຈຳໜ່າຍຢູ່ຕະຫຼາດຫວຽດນາມເປັນຄັ້ງ ທຳ ອິດ. ບັນດາຜະລິດຕະພັນທີ່ວາງສະແດງເພື່ອ ຈຳ ໜ່າຍມີຄວາມຫລາກຫລາຍແລະອຸດົມສົມບູນ, ເໝາະສົມກັບຄວາມຕ້ອງການຂອງລູກຄ້າທຸກຄົນ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug ປະທານສະພາແຫ່ງຊາດ ສ.ເກົາຫຼີໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນິງ​ບິ່ງ

ຍ​ສ​ໝ - ໃນການຢ້ຽມຢາມເຮັດວຽກຢູ່ຫວຽດນາມ. ວັນທີ 1 ພະຈິກ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ໂດຍທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug ນຳໜ້າໄດ້ໄປຢ້ຽມຢາມແລະເຮັດວຽກຢູ່ແຂວງ ນິງ​ບິ່ງ.

ທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ໃຫ ການຕ ອນຮ ບທ ານ ປະທານສະພາແຫ ງຊາດ ສ ເກ າຫ park byeong seug ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ຢ້ຽມ​ຢາ​ມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ມີການພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.