ຫວຽດ​ນາມ - ສ​.ເກົາຫຼີ ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ພົວ​ພັນ​ອັນດີງານພິເສດ

14:51 | 13/08/2025

ຍສໝ - ທີ່​ການ​ປະຊຸມ​ຂ່າວ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໃຫ້​ຮູ້​ວ່າ ພາຍຫຼັງ 30 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ ​ໄດ້​ກາຍ​ເປັນ​ແບບຢ່າງ​ຂອງ​ການ​ພົວພັນ​ມິດຕະພາບອັນດີງານພິເສດ ດ້ວບ​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນຫຼາຍຢ່າງ.

ຫວຽດ​ນາມ - ອີ​ຢິບ ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ
ຫວຽດ​ນາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ສະ​ຫະ​ພາບ ອາ​ຣັບ ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ​
ຫວຽດ​ນາມ - ສ​.ເກົາຫຼີ ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ພົວ​ພັນ​ອັນດີງານພິເສດ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ ແລະ ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Jae Myung ທີ່​ກອງ​ປະຊຸມ​ຂ່າວ. (ພາບ: Thong Nhat/TTXVN)

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດໄປຍັງ ສ.​ເກົາຫຼີ, ຕອນ​ບ່າຍ​ວັນ​ທີ 11 ສິງຫາ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Jae Myung ​ໄດ້​ເປັນ​ປະທານ​ກອງ​ປະຊຸມພົບປະສື່ມວນຊົນເພື່ອຂໍ້ມູນກ່ຽວກັບໝາກຜົນ​ການ​ເຈລະຈາ.

ແຈ້ງ​ໃຫ້​ອົງການ​ຂ່າວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຂອງ​ສອງ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ໃຫ້​ຮູ້​ວ່າ 2 ຝ່າຍ​ຫາ​ກໍ່​ດຳ​ເນີນ​ການ​ພົບ​ປະ​ຄັ້ງ​ນີ້​ຢ່າງ​ສຳ​ເລັດ​ຜົນ. ພາຍຫຼັງກວ່າ 30 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ໄດ້ກາຍເປັນແບບຢ່າງແຫ່ງການພົວພັນອັນດີງາມ, ພົ້ນເດັ່ນ ແລະ ຮອບດ້ານ, ພິເສດແມ່ນນັບມື້ນັບໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນທັນວາ 2022. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນທຸກຂົງເຂດນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ; ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ.

ກ່າວ​ຄຳປາໄສ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ປະທາທິບໍດີ ສ.ເກົາຫຼີ Lee Jae Myung ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ​ຢູ່​ແຕ່ລະ​ປະ​ເທດ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ໃນ​ຫຼາຍ​ເນື້ອ​ໃນ​ສຳຄັນ.

ທ່ານ​ປະທາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ສະແດງຄວາມປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ.

ທີ່ການປະຊຸມຂ່າວ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຍົກອອກຢ່າງຈະແຈ້ງວ່າ ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບບັນດາທິດທາງຕົ້ນຕໍເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເປີດກ້ວາງການ​ຮ່ວມ​ມື​ຜ່ານ​ບັນດາ​ຊ່ອງ​ທາງ​ຂອງ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ກຳນົດ​ທິດ​ຍຸດ​ທະ​ສາດ, ສ້າງ​ພື້ນຖານ​ການ​ເມືອງ​ທີ່​ສະດວກ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ; ຊຸກຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ທີ່​ສຳຄັນ​ໃນ​ຂົງ​ເຂດ​ການ​ທູດ, ປ້ອງ​ກັນ​ປະ​ເທດ ​ແລະ ​ຄວາມ​ປອດ​ໄພ; ປະສານ​ສົມທົບ​ກັນ​ແກ້​ໄຂ​ບັນຫາ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ອາດຊະຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ເຕັກ​ໂນ​ໂລຢີ​ສູງ ​ແລະ ຢາ​ເສບ​ຕິດ.

ສອງຝ່າຍເຫັນດີຈະສືບຕໍ່ເປີດກ້ວາງຂະໜາດການລົງທຶນຕິດພັນກັບການຮ່ວມມືດ້ານເຕັກໂນໂລຢີ, ບຸລິມະສິດບັນດາຂົງເຂດຄື: ພັດທະນາພື້ນຖານໂຄງລ່າງ, ການຜະລິດອຸປະກອນເອເລັກໂຕຼນິກເຕັກໂນໂລຢີສູງ, ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານທົດແທນ, ຕົວເມືອງອັດສະລິຍະ,​ ກໍ່ສ້າງບັນດາໂຮງງານຜະລິດອຸດສາຫະກຳພິເສດຕາມລະບົບຕ່ອງໂສ້ມູນຄ່າ; ສືບ​ຕໍ່​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ, ​ເປີດ​ກວ້າງ​ຕະຫຼາດ​ໃຫ້​ແກ່​ສິນຄ້າ​ຂອງ​ກັນ ​ແລະ​ ກັນ, ຜ່ານ​ນັ້ນ​ປະກອບສ່ວນ​ເຮັດ​ໃຫ້​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນລຸ 150 ຕື້ USD ​ໃນ​ປີ 2030; ສຸມ​ໃສ່​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຍຸດ​ທະ​ສາດ, ພື້ນຖານ​ໂຄງ​ລ່າງ​ພະລັງງານ, ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ​ແລະ ພື້ນຖານ​ໂຄງ​ລ່າງ​ທີ່​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ທ່ານ​ປະທານາທິບໍດີ ສ.​ເກົາຫຼີ Lee Jae Myung ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເປັນ​ເສົາ​ຄ້ຳ ​ແລະ ຈຸດ​ພົ້ນ​ເດັ່ນ​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ; ຊຸກຍູ້ຢ່າງຕັ້ງໜ້າບັນດາອົງການຜັນຂະຫຍາຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນການພັດທະນາຂະແໜງອຸດສາຫະກຳ ແລະ ຜະລິດຕະພັນຍຸດທະສາດ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່​ເຊັ່ນ​ການ​ຜະລິດ​ອຸປະກອນ​ເອ​ເລັກ​ໂຕຣນິກ​ເຕັກ​ໂນ​ໂລຢີສູງ, ປັນຍາ​ປະດິດ, ພະລັງງານ​ທົດ​ແທນ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ​ພັດທະນາ​ຂອງ​ສອງ​ຝ່າຍ. 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາ ​ແລະ ປະຊາຊົນ ​ເພື່ອ​ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຍາວ, ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ ​ແລະ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ.

ການ​ນຳ 2 ທ່ານ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ, ຍືນ​ຍົງ ​ແລະ ຍາວ​ນານ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຍສໝ - ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ມາ​ໄລ​ທອງ ກົມ​ມະ​ສິດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ​ລະຫວ່າງ​ສອງ​ກະຊວງ ​ແລະ ສອງ​ປະ​ເທດ...

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າ​ຮ່ວມ​ມີ​ທ່ານກຳມະການ​ກົມ​ການ​ເມືອງ, ...

ມີງດຶກ