​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

​ຜົນງານຫຼາຍຢ່າງໃນວຽກງານ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ

ຍສໝ -ປີ 2024, ດ້ວຍ 2 ບາດກ້າວບຸກທະລຸໃຫຍ່ ແລະ 7 ໜ້າທີ່ຈຸດສຸມ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ປະຕິບັດລື່ນກາຍຄາດໝາຍທີ່ໄດ້ວາງອອກ. ໂດຍຕອບສຳພາດຕໍ່ວາລະສານຍຸກສະໄໝ, ທ່ານ ຫງວຽນ​ແມ້ງ​ດົງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ ໄດ້ແບ່ງປັນກ່ຽວກັບໝາກຜົນພົ້ນເດັ່ນ ແລະ ການກຳນົດທິດວຽກງານຈຳນວນໜຶ່ງໃນໄລຍະຈະມາເຖິງ.

ມິດຕະພາບເພື່ອນມິດຫ້າທະວີບໃນນໍ້າຖ້ວມ

ມິດຕະພາບເພື່ອນມິດຫ້າທະວີບໃນນໍ້າຖ້ວມ

ຍສໝ - ​ເດືອນ​ກັນຍາ 2024, ພາຍຸ​ເລກທີ 3 ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ ຫວຽດນາມ. ​ໃນ​ທ່າມກາງ​ການ​ສູນ​ເສຍ, ຄວາມ​ໂສກ​ເສົ້າ, ນ້ຳໃຈ​ມະນຸດ​ປະກາຍແຈ້ງບໍ່​ພຽງ​ແຕ່​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຈາກ​ເພື່ອນ​ມິດສາ​ກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ​ໃນ​ຫ້າທະວີບ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ ມີຄວາມສຸກໃນລະດູບານໃໝ່ບ້ານເກີດເມືອງນອນ 2025

ປະຊາຄົມຊາວຫວຽດນາມ ອາໄສຢູ່ ບຣາຊິນ ມີຄວາມສຸກໃນລະດູບານໃໝ່ບ້ານເກີດເມືອງນອນ 2025

ຍສໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ (3 ກຸມພາ 1930 – 3 ກຸມພາ 2025) ແລະ ຂ່ຳນັບຮັບຕ້ອນ​ລະດູບານໃໝ່ ປີມະເສັງ​, ວັນ​ທີ 11 ມັງກອນ, ຢູ່​ນະ​ຄອນ São Paulo (ບຣາ​ຊິນ), ສະ​ຖານ​ທູດ​ ຫວຽດ​ນາມ ປະ​ຈຳ​ ບຣາຊິນ ໄດ້ຈັດຕັ້ງລາຍການ ລະດູບານໃໝ່ບ້ານເກີດເມືອງນອນ 2025 ຢ່າງສະຫງ່າລາສີ.

ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ

ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ

ຍສໝ​ - ​ແຕ່​ວັນ​ທີ 17-18 ມັງກອນ 2025, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການກ່ຽວກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ບັນດາພະແນກ, ຂະແໜງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ​ ຈະຈັດ​ຕັ້ງ​ລາຍການ​ພົບ​ປະ​ຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ.

ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ

ປະຊາຄົມຊາວ ຫວຽດນາມ ຢູ່ Osaka (ຍີ່ປຸ່ນ) ສະເຫຼີມສະຫຼອງບຸນປີໃໝ່ປີມະເສັງ

ຍສໝ - ຕອນ​ຄ່ຳ​ວັນ​ທີ 8 ມັງກອນ ປີ 2025, ສະຖານ​ກົງສຸນ​ໃຫຍ່​ ຫວຽດນາມ ປະຈຳ​ນະຄອນ Osaka, ຍີ່ປຸ່ນ ​ໄດ້​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ປີມະເສັງ ​ປີ 2025”.

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ຍສໝ - ຕາມ​ການ​ຄົ້ນ​ຄ້ວາ​ຂອງ Economica ຫວຽດນາມ, ​ແຕ່​ລະ​ປີ, ແຮງງານ​ຍິງ 250.000 ຄົນ​ນີ້​ສ້າງ​ແຫຼ່ງ​ເງິນ​ຝາກ​ປະມານ 2,5 ຕື້ USD, ກວມ 15% ຍອດ​ຈຳນວນ​ເງິນ​ເຂົ້າ ​ຫວຽດນາມ.

ທ່ານປະທານສະພາແຫ່ງຊາດໄດ້ໄປຢ້ຽມຢາມສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ປະຈຳ ກຳປູເຈຍ

ທ່ານປະທານສະພາແຫ່ງຊາດໄດ້ໄປຢ້ຽມຢາມສະຖານທູດ ແລະ ພົບປະກັບປະຊາຄົມຊາວຫວຽດນາມ ປະຈຳ ກຳປູເຈຍ

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ພະຈິກ, ຢູ່​ສຳນັກງານ​ສະຖານທູດ ​ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູ​ເຈຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ເຈິນ​ແທງ​ເໝີ໊ນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ພະນັກງານ​, ລັດຖະກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່ ​ກຳປູ​ເຈຍ.

ນາຍົກລັດຖະມົນຕີ: ແຕ່ລະຄົນເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດພັດທະນາບຸກທະລຸ

ນາຍົກລັດຖະມົນຕີ: ແຕ່ລະຄົນເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນເພື່ອປະເທດຊາດພັດທະນາບຸກທະລຸ

ຍສໝ - ຕອນ​ຄ່ຳ​ວັນ​ທີ 16 ພະຈິກ, ຕາມ​ເວລາ​ທ້ອງ​ຖິ່ນ, ພາຍຫຼັງ​ເດີນທາງ​ໄປ​ຮອດ​ນະຄອນ Rio de Janeiro, ປະ​ເທດ ບຣາຊິນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ມີ​ການ​ພົບ​ປະ​ກັບ​ພະນັກງານ, ລັດຖະກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ແຫ່ງ​ນີ້.

ໂປແກຼມ ຫວຽດ ຊ່ວຍໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານໃນຊ່ອງດິຈິຕອນ

ໂປແກຼມ ຫວຽດ ຊ່ວຍໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານໃນຊ່ອງດິຈິຕອນ

ຍສໝ - ຊາວ​ຫວຽດນາມ ອາໄສ​ຢູ່​ຕ່າງປະ​ເທດ​ທີ່ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ສາມາດ​ດາວ​ໂຫຼດ​ໂປແກຼມ YooLife ຢູ່ App Store ຫຼື CH Play ​ເພື່ອ​ເຂົ້າ​ຢ້ຽມ​ຢາມ​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານຫວຽດນາມ ​ໃນ​ຊ່ອງ​ດິຈິ​ຕອນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ​ເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດ​ພົບ​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.

ນະຄອນ​ ໂຮ່ຈິ​ມິນ: ແຈ້ງຂໍ້​ມູນກ່ຽວກັບມະຕິ​ເລກທີ 98 ​ໃຫ້​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່ ແຟງລັງ

ນະຄອນ​ ໂຮ່ຈິ​ມິນ: ແຈ້ງຂໍ້​ມູນກ່ຽວກັບມະຕິ​ເລກທີ 98 ​ໃຫ້​ຊາວ​ຫວຽດນາມ ທີ່ອາ​ໄສ​ຢູ່ ແຟງລັງ

ຍສໝ - ແຕ່ວັນທີ 13-14 ກັນຍາ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ແຟງລັງ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງກອງປະຊຸມແຈ້ງຂໍ້ມູນເຜີຍແຜ່ກ່ຽວກັບມະຕິເລກທີ 98/2023/QH15 ຂອງສະພາແຫ່ງຊາດ ແລະ ໂຄງການນະ​ໂຍບາຍເສີມຂະຫຍາຍຢ່າງມີສິດທິຜົນແຫຼ່ງກຳລັງການສົ່ງເງິນຕາຕ່າງປະເທດກັບຄືນມາປະເທດ ຂອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ບົນບໍລິເວນນະ​ຄອນ ​ໂຮ່​ຈິ​ມິນ ​ນັບ​ແຕ່​ນີ້​ຮອດ​ປີ 2030 ແລະ ລາຍ​ການ​ສິ​ລະ​ປະ ໄດ້ສະແດງເພື່ອ​ຮັບ​ໃຊ້​ຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ ດ້ວຍ​ຫົວ​ຂໍ້: “ຈັງຫວະ​ຂອງ​ນະ​ຄອນ​ໜຸ່ມ”.​

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ສິງຫາ, ຢູ່​ທີ່​ທຳນຽບ​ປະທານປະເທດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ດີເດັ່ນເຂົ້າ​ຮ່ວມ​ກອງ​ປະຊຸມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທົ່ວໂລກ ຄັ້ງ​ທີ 4. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໄດ້ຢືນຢັນວ່າ ປະຊາ​ຄົມ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນອັນ​ສຳຄັນ​ສຳລັບບັນດາ​ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​​ປະຊາຊົນ​ໃນພາລະກິດແຫ່ງການປ່ຽນແປງໃໝ່.

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມຸ່ງໄປສູ່ເຂດທະເລ, ໝູ່ເກາະບ້ານເກີດເມືອງນອນ ດ້ວຍບັນດາການກະທຳທີ່ລະອຽດ ແລະ ແທດຈິງ

ຍສໝ - ຫວ່າງແລ້ວນີ້,​ ຢູ່​ນະຄອນ ຝູກວັກ (​ແຂວງ ກຽນ​ຢາງ) ໄດ້ມີການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 5. ທ່ານ​ນາງ ຫວູທິ​ຮວິ່ງມາຍ, ຫົວໜ້າ​ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: “ຄະນະ​ກຳມະການ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ຈະ​ເປັນເສນາທິການ ​ແລະ ສະ​ເໜີ​ໃຫ້​ບັນດາ​ການ​ນຳ​ທຸກ​ຂັ້ນ ​ແລະ ຊາວ ​ຫວຽດນາມ ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ເຂດ​ທະ​ເລ ​ແລະ ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ ດ້ວຍ​ການ​ກະທຳ​ທີ່​ລະອຽດ, ​ແທດ​ຈິງ”.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

ຍສໝ - ເຖິງ​ວ່າຈະ​ຫຍຸ້ງກັບ​ວຽກງານ​​, ​ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ​ແຕ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່​ຍາດເວລໄປພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຮັກ​ແພງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ພິ​ເສດ.

ຄວາມໃຝ່ຝັນ

ຄວາມໃຝ່ຝັນ "ບໍ່ຄາດຄິດ" ເພື່ອລະນຶກເຖິງ ທ່ານເລຂາທິການໃຫຍ່ ຫວຽວນຟູ໋ຈ້ອງ ຢູ່ ຊູດັງໃຕ້

ຍສໝ - ໃນ​ຊຸມ​ມື້​ນີ້, ທົ່ວ​ພັກ, ກອງທັບ ​ແລະ ປະຊາຊົນ​ທົ່ວ​ປວງ​ຊົນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ໄຫວ້ອາ​ໄລ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢ່າງ​ສຸດຊຶ້ງ. ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ໜ້າທີ່​ຢູ່​ຫ່າງ​ໄກເປັນ​ສິບ​ພັນ​ກິ​ໂລ​ແມັດ​ຈາກ​ປະ​ເທດ​ຊາດ, ຄະນະປະຕິບັດງານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ ສະ​ຫະ​ປະ​ຊາ​ຊາດ​ຢູ່​ ຊູ​ດັງ​ໃຕ້ ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ​ສະ​ຫະ​ປະ​ຊາ​ຊາດ​ ໄດ້ເອົາ​ທຸງ​​ລົງເຄິ່ງ​ເສົາ ແລະ ຕັ້ງ​ແທ່ນ​ບູ​ຊາ​ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເພື່ອໃຫ້ເພື່ອນ​ມິດ​ສາ​ກົນ​ໄດ້​ມາໄຫວ້ອາໄລ ແລະ​ ແບ່ງເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນດວງໃຈຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ໄປ​ໃສ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ “ລູກ​ຫຼານ ​​ລາກ​ຮົ່ງ”, ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍ​ຕ້ອງ​ຄິດ​ວ່າ​ຕົນ​ເອງ​ເປັນ​ຊາວ ​ຫວຽດນາມ; ຮັກສາ​ສີສັນຂອງ​ຊາດ, ຮັກສາ​ພາສາ ​ຫວຽດນາມ, ​ໂຄສະນາ​ພາບ​ພົດ​ຂອງ​ ຫວຽດນາມ ໄປສູ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ... ນັ້ນ​ແມ່ນ​ຄຳຕັກເຕືອນ​ຂອງ​ ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ຊາວ​ ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

ສ້າງ​ເວທີ​ໃຫ້​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ສະ​ເໜີ​ແຜນການ​ພັດທະນາສີ​ຂຽວ ​ແລະຍືນ​ຍົງ

ຍສໝ - ແຕ່​ວັນ​ທີ 21 – 24 ສິງຫາ 2024, ກອງ​ປະຊຸມໃຫຍ່ຊາວຫວຽດນາມຢູ່ຕ່າງປະເທດ​ໃນ​ທົ່ວ​ໂລກ​ ຄັ້ງ​ທີ 4 ​ແລະ ​ເວທີ​ນັກ​ປັນຍາ​ຊົນ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ປີ 2024 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.